Flag

An official website of the United States government

ຖະແຫລງການ ອູແກຣນ
2 ບົດອ່ານໜຶ່ງນາທີ
ເດືອນກຸມພາ 24, 2023

ເປັນເວລາຄົບໜື່ງປີນັບຕັ້ງແຕ່ການເລີ້ມການບຸກໂຈມຕີຢູເຄຣນຢ່າງເຕັມຮູບແບບຂອງລັດເຊຍ

ໜື່ງປີກ່ອນ, ຄວາມໜັ້ນຄົງໃນທົ່ວໂລກຖືກສັ່ນສະເທືອນຢ່າງໝັກ ເມື່ອລັດເຊຍເລີ່ມເຮັດສົງຄາມຢ່າງເຕັມຮູບແບບກັບຢູເຄຣນ. ການບຸກລຸກຢູເຄຣນຂອງລັດເຊຍເຮັດໃຫ້ພວກເຮົາທຸກຄົນຕັ້ງຄໍາຖາມວ່າ: ໂລກຈະກັບໄປສູ່ການປົກຄອງທີ່ໂຫດຮ້າຍຫຼືບໍ່, ຫຼື ສະມາຊິກຂອງອົງການສະຫະປະຊາຊາດສາມາດປົກປ້ອງຫຼັກການກົດບັດຂອງຕົນຫຼືບໍ່, ແລະ ນໍາເອົາລະບຽບກົດໝາຍກັບຄືນມາສູ່ການພົວພັນສາກົນ? ການຮັບປະກັນຄວາມໝັ້ນຄົງສໍາລັບປະເທດທີ່ຕ້ອງການສັນຕິພາບ ແລະ ຄວາມຈະເລີນຮຸ່ງເຮືອງ ຫຼາຍກວ່າຄວາມໂຫດຮ້າຍ ແລະ ສົງຄາມ ຍັງຈະມີຢູ່ບໍ່?

ໃນຕອນເຊົ້າຂອງວັນທີ 24 ກຸມພາ 2022, ມີກຳລັງພົນຂອງທະຫານປະມານ 150,000 ຄົນ, ສະຫະພັນລັດເຊຍບຸກຢູເຄຣນ, ສົ່ງກອງກຳລັງຂ້າມຊາຍແດນ ແລະ ຂີປະນາວຸດລູກສອນໄຟໃສ່ເມືອງຫຼວງຄຽບ (Kyiv).

ນັບແຕ່ນັ້ນມາ, ກອງທະຫານລັດເຊຍໄດ້ສັງຫານ ແລະ ເຮັດໃຫ້ພົນລະເຮືອນບາດເຈັບຫຼາຍກວ່າ 200,000 ຄົນ, ລວມທັງເດັກນ້ອຍຫຼາຍກວ່າ 1,000 ຄົນ. ພວກເຂົາໄດ້ສ້າງຄວາມເສຍຫາຍ ຫຼື ທຳລາຍພື້ນຖານໂຄງລ່າງ, ລວມທັງເຮືອນ, ໂຮງໝໍ, ໂຮງຮຽນ, ອາຄານທາງສາດສະໜາ ແລະ ສະຖານທີ່ວັດທະນະທຳ, ລວມທັງບອ່ນທີ່ຂື້ນທະບຽນໂດຍອົງການ UNESCO. ໜ່ວຍງານບັງຄັບໃຊ້ກົດໝາຍຂອງຢູເຄຮນ ກຳລັງສືບສວນອາຊະຍາກຳສົງຄາມ ແລະ ອາຊະຍາກຳການບຸກລຸກຂອງລັດເຊຍ 70,000 ຄະດີ ທີ່ໄດ້ເກີດຂື້ນ ນັບຕັ້ງແຕ່ວັນທີ 24 ກຸມພາ 2022.

ລັດເຊຍໄດ້ສ້າງຄວາມອັບອາຍຕໍ່ໜ້າຄົນທົ່ວໂລກ ດ້ວຍການກະທຳທີ່ບໍ່ມີເຫດຜົນ ແລະ ນອງເລືອດ. ແລະ ແຜນການທັງໝົດໃນຢູເຄຣນກໍ່ລົ້ມເຫຼວ.

ການໂຄສະນາຊວນເຊື່ອຂອງລັດເຊຍອ້າງວ່າ ການບຸກລຸກຢູເຄຣນຈະແກ່ຍາວໄປບໍ່ເທົ່າໃດມື້. ໃນຄວາມເປັນຈິງ, ຢູເຄຣນບໍ່ພຽງແຕ່ຢຸດຕິການບຸກລຸກເທົ່ານັ້ນ, ແຕ່ຍັງໄດ້ປົດປ່ອຍດິນແດນທີ່ຖືກຍຶດຄອງໃໝ່ເກືອບເຄິ່ງໜື່ງ ຜ່ານການຕອບໂຕ້ທີ່ປະສົບຜົນສຳເລັດ. ການຕໍ່ຕ້ານຂອງຢູເຄຣນຂື້ນກັບເຈດຈໍຳນົງຂອງປະຊາຊົນ, ແລະ ບໍ່ແມ່ນຕາມຄໍາສັ່ງຜະເດັດການທີ່ຫຼົງຜິດ ແລະ ເຊື່ອມຖອຍ.

ຢູເຄຣນເປັນສະມາຊິກຜູ້ກໍ່ຕັ້ງຂອງອົງການສະຫະປະຊາຊາດ, ເຊິ່ງເປັນອົງການທີ່ຕັ້ງຂື້ນເພື່ອແກ້ໄຂຈຸດອ່ອນໃນລະບົບຄວາມໜັ້ນຄົງລະຫວ່າງປະເທດ ເຊິ່ງນໍາໄປສູ່ສົງຄາມໂລກຄັ້ງທີສອງ. ກົດບັດສະຫະປະຊາຊາດປົກປ້ອງຫຼັກການຕ່າງໆ ເຊັ່ນ ຄວາມເປັນເອກກະພາບດິນແດນຂອງລັດ, ການບໍ່ແຊກແຊງເຂົ້າໃນວຽກງານພາຍໃນ, ການແກ້ໄຂຂໍ້ຂັດແຍ່ງໂດຍສັນຕິພາບ. ຫຼັກການເຫຼົ່ານີ້ໃຊ້ໄດ້ກັບທຸກລັດ ທັງປະເທດໃຫຍ່ ແລະ ນ້ອຍ.

ລັດເຊຍໄດ້ສະແດງທ່າທີ ທີ່ບໍ່ເອົາໃຈໃສ່ຕໍ່ກົດບັດຂອງອົງການສະຫະປະຊາຊາດ.

ໃນປີກາຍນີ້, ສະມັດຊາໃຫຍ່ສະຫະປະຊາຊາດໄດ້ຮັບຮອງເອົາມະຕິ 5 ຂໍ້ທີ່ກ່າວປະນາມການບຸກລຸກ ແລະ ຜົນກະທົບດ້ານມະນຸດສະທຳ, ເຊັ່ນດຽວກັນກັບຄວາມພະຍາຍາມຂອງລັດເຊຍທີ່ຈະຍຶດເອົາດິນແດນຂອງຢູເຄຣນ. ລັດເຊຍຖືກຮຽກຮ້ອງໃຫ້ຖອນກຳລັງທະຫານອອກຈາກຢູເຄຣນ ແລະ ຖືກປົດອອກຈາກການເປັນສະມາຊິກຂອງສະພາມົນຕີສິດທິມະນຸດສະຫະປະຊາຊາດ.

ຢູເຄຣນກຳລັງຮ່ວມເຮັດວຽກກັບຄູ່ຮ່ວມມືສາກົນ ໃນການສ້າງຕັ້ງສານພິເສດ ເພື່ອດຳເນີນຄະດີກັບຜູ້ນໍາທາງການເມືອງ ແລະ ການທະຫານຂອງລັດເຊຍ ສຳລັບອາຊະຍາກຳການບຸກລຸກທີ່ຮ້າຍແຮງ.

ກົນໄກສາກົນເພື່ອແກ້ໄຂຄວາມເສຍຫາຍ ແລະ ການສູນເສຍທີ່ເກີດຈາກການກະທຳຜິດກົດໝາຍສາກົນຂອງລັດເຊຍ ກໍໄດ້ຮັບການສ້າງຕັ້ງຂຶ້ນ.

ສະພາແຫ່ງຊາດ ແລະ ອົງການສາກົນຈໍານວນໜື່ງ, ໃນນັ້ນມີ PACE, ລັດຖະສະພາ NATO ແລະ ລັດຖະສະພາເອີຣົບຮັບຮູ້ວ່າ ລັດເຊຍເປັນລັດກໍ່ການຮ້າຍ ຫຼື ເປັນລັດທີ່ສະໜັບສະໜູນການກໍ່ການຮ້າຍ.

ການບຸກລຸກທີ່ເກີດຂື້ນໂດຍຜູ້ນໍາຄົນປະຈຸບັນຂອງລັດເຊຍຈະຕ້ອງຢຸດຕິລົງຕອນນີ້, ເພື່ອປະໂຫຍດແຫ່ງສັນຕິພາບຂອງໂລກ ແລະ ຄວາມໜັ້ນຄົງຂອງທຸກປະເທດ. ການເອົາໃຈຜູ້ຮຸກຮານນີ້ ຈະເຮັດໃຫ້ບັນດາສະມາຊິກສະຫະປະຊາຊາດທັງໝົດຕົກຢູ່ໃນຄວາມສ່ຽງ, ແລະ ເຮັດໃຫ້ເກີດຄວາມໂຫດຮ້າຍທີ່ຫຼາຍຂື້ນຢູ່ບ່ອນອື່ນໆ.

ການກະທຳທີ່ຮຸນແຮງຂອງລັດເຊຍຍັງດຳເນີນຕໍ່ໄປ ໃນຂະນະທີ່ຂ້າພະເຈົ້າກຳລັງເວົ້າ. ຈຸດປະສົງສຸດທ້າຍແມ່ນແນໃສ່ທຳລາຍລ້າງຢູເຄຣນໃນຖານະເປັນລັດ ແລະ ທຳລາຍລ້າງປະຊາຊົນຢູເຄຣນໃນຖານະຊາດທີ່ມີອະທິປະໄຕ. ພວກເຮົາຕ້ອງການ ການສະໜັບສະໜູນ ແລະ ການຊ່ວຍເຫຼືອຈາກທຸກໆປະເທດ, ລວມທັງປະເທດລາວ.

ຍິ່ງຊ່ວຍໃຫ້ຢູເຄຣນປ້ອງກັນຕົວເອງໄດ້ຫຼາຍຂື້ນເທົ່າໃດ, ສົງຄາມກໍ່ຈະຍິ່ງຈົບລົງໄວຂື້ນ ຢ່າງຄົບຖ້ວນ, ຍຸຕິທຳ ແລະ ມີຄວາມສະຫງົບສຸກທີ່ຍືນຍາວ.  ທັງຢູເຄຣນ ແລະ ບໍ່ມີປະເທດໃດກໍຕາມ ຕ້ອງການເຫັນສົງຄາມທີ່ຍືດເຍື້ອຍາວນານ ເຊິ່ງມີແຕ່ຈະເພີ່ມການບາດເຈັບລົ້ມຕາຍ ແລະ ສິ້ນເປືອງຊັບພະຍາກອນຫຼາຍຂື້ນ.

ບູລະມະສິດສູງສຸດຂອງຢູເຄຣນ ແມ່ນການນຳເອົາສັນຕິພາບກັບຄືນໃຫ້ທຸກໆພາກສ່ວນຂອງປະເທດຕົນ.  ເຖິງຢ່າງໃດກໍ່ຕາມ, ການບັນລຸສັນຕິພາບທີ່ແທ້ຈິງ ແລະ ຍືນຍາວນັ້ນ ຈຳເປັນຕ້ອງມີຄວາມພະຍາຍາມຢ່າງຫລວງຫລາຍໃນເດືອນພະຈິກ 2022, ປະທານນາທິບໍດີຢູເຄຣນ, ທ່ານ Volodymyr Zelenskyy, ນຳສະເໜີສູດສັນຕິພາບ 10 ຫົວຂໍ້, ມີເປົ້າໝາຍເພື່ອນໍາສັນຕິພາບທີ່ກວມລວມ, ຍຸຕິທຳ, ແລະ ສະຫງົບສຸກໄລຍະຍາວມາສູ່ຢູເຄຣນ ແລະ ຄວາມໝັ້ນຄົງທົ່ວໂລກ. ຫລັກສູດນີ້ແມ່ນປະກອບດ້ວຍມຸມມອງທີ່ສຳຄັນຄື: ລັງສີ, ນິວເຄລຍ, ຄວາມປອດໄພດ້ານສິ່ງແວດລ້ອມ, ຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ພະລັງງານ, ການເພີກຖອນທະຫານລັດເຊຍ, ການຍຸຕິການເປັນປໍລະປັກ ແລະ ການເພີ່ມລະດັບກຳລັງປ້ອງກັນ, ການປ່ອຍຕົວນັກໂທດ, ການຟື້ນຟູຄວາມຍຸຕິທຳ ແລະ ການຈັດຕັ້ງປະຕິບັດກົດບັດຂອງອົງການສະຫະປະຊາຊາດ.  ທ້າຍສຸດ ແມ່ນ – ຢັ້ງຢືນການສິ້ນສຸດຂອງສົງຄາມ.

ພວກເຮົາຮຽກຮ້ອງໃຫ້ທຸກປະເທດທົ່ວໂລກມີສ່ວນຮ່ວມໃນຂະບວນການຈັດຕັ້ງປະຕິບັດດັ່ງກ່າວ.

ຢູເຄຣນແມ່ນໄດ້ນຳພາໃນການຄໍ້າປະກັນດ້ານສະບຽງອາຫານແລ້ວ.  ເຖິງແມ່ນວ່າຈະຢູ່ໃນເງື່ອນໄຂຂອງສົງຄາມເຕັມຮູບແບບທີ່ເລີ່ມຕົ້ນໂດຍຣັດເຊຍ, ຢູເຄຣນກໍ່ຍັງຄົງຮັກສາຕຳແໜ່ງຂອງຕົນຢູ່ ລຳດັບທີ 5 ຕົ້ນໆຂອງໂລກ ຂອງຜູ້ສົ່ງອອກສິນຄ້າທາງການກະເສດ ໂດຍເປັນໜຶ່ງໃນຜູ້ຄໍ້າປະກັນດ້ານສະບຽງອາຫານຂອງໂລກ.  ນັບຕັ້ງແຕ່ສົງຄາມເລີ່ມຂື້ນ, ຢູເຄຣນໄດ້ສົ່ງອອກ ຫລາຍກວ່າ 50 ລ້ານໂຕນ ຂອງທັນຍາພຶດ, ເມັດພືດນໍ້າມັນ ແລະ ຜະລິດຕະພັນແປຮູບອື່ນໆ ເພື່ອສະໜອງອາຫານໃຫ້ແກ່ຫລາຍຮ້ອຍລ້ານຄົນໃນທົ່ວໂລກ.  ໂຄງການລິເລີ່ມສອງໂຄງການຄື – the Black Sea Grain Initiative(ໂຄງການລິເລີ່ມການຂົນສົ່ງທັນຍາພຶດ ແລະ ສະບຽງທີ່ປອດໄພ) ແລະ the Grain From Ukraine Initiative (ໂຄງການລິເລີ່ມຂົນສົ່ງທັນຍາພືດຈາກຢູເຄຣນ) ເຊິ່ງຢູເຄຣນປະຕິບັດວຽກຮ່ວມກັບບັນດາຄູ່ຮ່ວມມື, ໂດຍມີເປົ້າໝາຍເພື່ອຄືນຄວາມໝັ້ນຄົງດ້ານສະບຽງອາຫານ ທີ່ມີຄວາມສຳຄັນໃຫ້ກັບໂລກ.

ປະຊາຄົມໂລກຕ້ອງມີຄວາມເຂັ້ມແຂງໃນການຕອບໂຕ້ຕໍ່ການລະເມີດຫຼັກການພື້ນຖານຂອງກົດບັດສະຫະປະຊາຊາດທີ່ຮຸນແຮງ. ປະເທດໃດກໍ່ຕາມໃນໂລກບໍ່ຄວນຍິນຍອມຕໍ່ການຮຸກຮານ,  ຫຼື ປະເທດໃດໆ ທີ່ບໍ່ໃຫຍ່ ຫຼື ບໍ່ມີກຳລັງພໍໃນການປ້ອງກັນຕົນເອງດ້ວຍກຳລັງທະຫານ ກໍ່ອາດຈະຕົກເປັນເຫຍື່ອຂອງການຮຸກຮານ, ໂດຍບໍ່ມີການປົກປ້ອງ ທາງກົດໝາຍ.

ຢູເຄຣນຈະສູ້ຈົນກວ່າຈະໄດ້ຮັບໄຊຊະນະ. ປະເຊີນໜ້າກັບສິ່ງທີ່ເຮົາເຫັນການຍຶດຄອງຂອງລັດເຊຍ, ທີ່ເຮົາບໍ່ມີທາງເລືອກ. ປະຊາຄົມໂລກຈະຊ່ວຍເຫຼືອຢູເຄຣນ, ເພີ່ມແຮງກົດດັນຕໍ່ລະບອບກໍ່ການຮ້າຍ, ພວກສະໜັບສະໜູນ, ແລະ ຜູ້ໃດກໍ່ຕາມທີ່ຊ່ວຍລັດເຊຍຫຼີກເວັ້ນການຂວ້າມບາດ. ໜື່ງປີຂອງການຕໍ່ຕ້ານການບຸກຮຸກຂອງຢູເຄຣນ ໄດ້ເຫັນເປັນທີ່ຈະແຈ້ງວ່າໄຊຊະນະຂອງຢູເຄຣນ ຈະເປັນພື້ນຖານຂອງຄວາມໜັ້ນຄົງຂອງທຸກປະເທດ.

ປະທານນາທິບໍດີລັດເຊຍ ທ່ານ Putin ໄດ້ເຮັດຜິດພາດຮ້າຍແຮງ ໂດຍການເລີ້ມສົງຄາມກັບຢູເຄຣນ. ລາວໄດ້ກະທຳຜິດຕໍ່ລັດອະທິປະໄຕ, ຕໍ່ປະຫວັດສາດ, ແລະ ຕໍ່ປະຊາຊົນຂອງຕົນເອງ.

ໂລກບໍ່ຄວນເຮັດຜິດພາດ ເມື່ອພິຈາລະນາວ່າການສິ້ນສຸດສົງຄາມຄັ້ງນີ້ຄວນຈະເປັນແນວໃດ. ສົງຄາມນີ້ບໍ່ພຽງແຕ່ກ່ຽວກັບຢູເຄຣນ. ການໂຈມຕີຢ່າງໂຫດຮ້າຍຂອງລັດເຊຍທຳລາຍຄວາມໜັ້ນຄົງຂອງໂລກ ແລະ ເຮັດໃຫ້ທຸກປະເທດຕົກຢູ່ໃນອັນຕະລາຍ. ສົງຄາມນີ້ຕ້ອງຈົບລົງດ້ວຍໄຊຊະນະຂອງກົດໝາຍສາກົນ ແລະ ກົດບັດຂອງສະຫະປະຊາຊາດ. ຄວາມຍຸດຕິທຳຕ້ອງໄດ້ຮັບການຟື້ນຟູສຳລັບຢູເຄຣນ, ເອີຣົບ ແລະ ທົ່ວໂລກ.