ຫຼວງພະບາງ, ສປປ ລາວ – ສະຫະລັດອາເມລິກາ ແລະ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຮ່ວມມືກັນກະກຽມຄວາມພ້ອມເພື່ອຕອບໂຕ້ກັບໄພພິບັດທາງທຳມະຊາດໂດຍຜ່ານໂຄງການໃໝ່ທີ່ມີຊື່ວ່າ: Prepared and Resilient Communities in Lao PDR ເຊິ່ງໄດ້ຮັບທຶນຊ່ວຍເຫຼືອລ້າຈາກ ອົງການພັດທະນາສາກົນອາເມລິກາ (USAID). ໃນວັນທີ 31 ມັງກອນ ທີ່ຜ່ານມາ, ທ່ານ ຣີນາ ບິດເຕີ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ໄດ້ຮ່ວມເປັນສັກຂີພະຍານໃນພິທີລົງນາມເຊັນສັນຍາບົດບັນທຶກຄວາມເຂົ້າໃຈລະຫວ່າງລະຖະບານ ສປປລາວ ແລະ ຄູ່ຮ່ວມປະຕິບັດງານຂອງອົງການ USAID, ມູນລະນິທິເອເຊຍ ແລະ Luminous Action Organization ທີ່ແຂວງຫຼວງພະບາງ.
ຈຸດປະສົງຂອງໂຄງການນີ້ແມ່ນແນໃສ່ການກຽມຄວາມພ້ອມຕໍ່ໄພທຳມະຊາດໃຫ້ແກ່ບັນດາປະຊາຊົນ, ຊຸມຊົນ ໂດຍສະເພາະແມ່ນໄພນໍ້າຖ້ວມ ທີ່ແຂວງຫຼວງພະບາງ ໂດຍຜ່ານການຝຶກອົບຮົມກ່ຽວກັບການຄຸ້ມຄອງ ແລະ ຫຼຸດຜ່ອນຄວາມສ່ຽງຂອງໄພພິບັດ, ການສ້າງສູນລີ້ໄພ ແລະ ສູນກາງເພື່ອໃຫ້ບໍລິການຕໍ່ຜູ້ທີ່ໄດ້ຮັບຜົນກະທົບ.
ທ່ານທູດ ຣີນາ ໄດ້ກ່າວໃນພິທີວ່າ: ການຊ່ວຍກຽມຄວາມພ້ອມໃຫ້ກັບປະຊາຊົນກ່ອນທີ່ໄພພິບັດຈະເກີດແມ່ນຈະຊ່ວຍຮັກສາຊີວິດ, ປົກປ້ອງຊີວິດການເປັນຢູ່ຂອງປະຊາຊົນ ແລະ ສ້າງປະເທດທີ່ມີຄວາມຍືນຍົງ. ນີ້ເປັນການລົງທຶນທີ່ສຳຄັນກັບລັດຖະບານ ແລະ ປະຊາຊົນຂອງ ສປປ ລາວ ຂອງພວກເຮົາ.
ນັບແຕ່ປີ 1970, ປະເທດລາວໄດ້ເກີດມີໄພພິບັດທາງທຳມະຊາດທັງໝົດ 33 ຄັ້ງ ເຊິ່ງສົ່ງຜົນກະທົບໃຫ້ແກ່ຄົນ 9 ລ້ານຄົນ ແລະ ເຮັດໃຫ້ເກີດຄວາມສູນເສຍຫຼາຍກ່ວາ 400 ລ້ານໂດລາສະຫະລັດ. ມີການຄາດເດົາວ່າ, ໄພທຳມະຊາດຈະເພີ່ມຂຶ້ນເລື້ອຍໆໃນອານາຄົດ, ຜົນກະທົບຍິ່ງຈະມີຄວາມຮຸນແຮງຂຶ້ນ ຍ້ອນວ່າປະຊາຊົນລາວບັນດາເຜົາຍັງຕ້ອງໄດ້ອີງໃສ່ຊັບພະຍາກອນທຳມະຊາດໃນການດຳລົງຊີວິດ.
ໂດຍຜ່ານໂຄງການນີ້, ລັດຖະບານອາເມລິກາ ແລະ ຄູ່ຮ່ວມປະຕິບັດງານຈະປະຕິດບັດໜ້າທີ່ຮ່ວມກັນເພື່ອກຽມຄວາມພ້ອມໃຫ້ກັບປະຊາຊົນລາວຕໍ່ການຕອບຮັບ ແລະ ຫຼຸດຜ່ອນຜົນກະທົບຂອງໄພພິບັດທາງທຳມະຊາດ.