ສະຫະລັດອາເມລິກາ ແລະ ສປປ ລາວ ເປີດເຜີຍການຮ່ວມມືແບບຮອບດ້ານ

ປະທານປະເທດແຫ່ງ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນ ທ່ານ ບຸນຍັງ ວໍລະຈິດ ໄດ້ໃຫ້ການຕ້ອນຮັບການມາຢ້ຽມຢາມຢ່າງເປັນທາງການຂອງ ປະທານາທິບໍດີ ແຫ່ງສະຫະລັດ ອາເມລິກາ ບາຣັກ ໂອບາມາ ໃນວັນທີ 6 ເດືອນກັນຍາທີ່ສຳນັກງານປະທານປະເທດ.  ເນື້ອງໃນໂອກາດການມາຢ້ຽມຢາມຄັັ້ງປະຫວັດສາດໃນຄັັ້ງນີ້, ທ່ານປະທານາທິບໍດີ ໂອບາມາ ແລະ ທ່ານປະທານປະເທດ ບຸນຍັງ ວໍລະຈິດ  ໄດ້ເປີດເພີຍການຮ່ວມມື ແບບຮອບດ້ານລະຫວ່າງ ສປປ ລາວ ກັບ ສະຫະລັດອາເມລິກາ, ແລະ ຍັງໄດ້ຄົ້ນຄ້ວາຫລາຍຂະແໜງການເພື່ອການຮ່ວມມືໃນອະນາຄົດຕໍ່ຫນ້າຂອງສອງປະເທດ.

ໂດຍຜ່ານການຮ່ວມມືດັ່ງກ່າວ, ສະຫະລັດອາເມລິກາ ແລະ ສປປ ລາວ ໄດ້ເປີດການຮ່ວມມືໃນຍຸກສະໄໝໃໝ່ຂອງສອງຝ່າຍບົນພື້ນຖານຂອງການເຄົາລົບເຊິ່ງກັນແລະກັນ, ມີຜົນປະໂຫຍດຮ່ວມກັນ, ແລະ  ມີຄວາມປາດຖະໜາທີ່ຈະປິ່ນປົວບາດແຜ່ໃນອາດິດເພື່ຶອທີ່ຈະສ້າງພື້ນຖານໃຫ້ແກ່ອະນາຄົດ. ການຮ່ວມມືຮອບດ້ານແບບໃໝ່ນີ້ຈະຊ່ວຍສ້າງກົນໄກຂອງການຮ່ວມມືໃນຂະແໜງການຕ່າງໆເຊິ່ງລວມມີ ດ້ານສາຍພົວພັນທາງດ້ານການເມືອງ ແລະ ການທູດ, ດ້ານການຄ້າ ແລະ ເສດຖະກິດ, ດ້ານການສຶກສາ ແລະ ການຝຶກອົບຮົມ, ດ້ານສະພາບແວດລ້ວມ ແລະ ສຸຂະພາບ, ບັນຫາບາດແຜທາງສົງຄາມໃນອາດິດ, ດ້ານຄວາມປອດໄພ, ດ້ານສິດທິມານຸດ ແລະ ການຮ່ວມມື ສາຍພົວພັນລະຫວ່າງບຸກຄົນຕໍ່ບຸກຄົນ.

ພາຍຫລັງການພົບປະສອງຝ່າຍ, ທ່ານປະທານປະເທດ ບຸນຍັງ ວໍລະຈິດ ໄດ້ຈັດງານລ້ຽງອາຫານທ່ຽງຢ່າງເປັນທາງການເພື່ອຕ້ອນຮັບທ່ານ ປະທານາທິບໍດີ ໂອບາມາ. ການນຳທັງສອງຝ່າຍໄດ້ຮັບປະທານອາຫານທ່ຽງພ້ອມມ່ວນຊື່ນກັບການສະແດງສິນລະປະທ່າມກາງບັນຍາກາດຂອງການເສີມຂະຫຍາຍການພົວພັນ ແລະ ຮັດແໜ້ນ ການຮ່ວມມືຂອງສອງຊາດ.