ສ. ອາເມລິກາ ແລະ ສ.ປ.ປ ລາວ ສະເຫຼີມສະຫຼອງຜົນສຳເລັດໂຄງການຊ່ວຍເຫຼືອ 5ປີ ໃນການອຳນວຍຄວາມສະດວກໃຫ້ແກ່ການຄ້າການລົງທຶນ ແລະ ກະເຊື່ອມໂຍມລາວເຂົ້າສູ່ສາກົນ

OLYMPUS DIGITAL CAMERA

ນະຄອນຫຼວງວຽງຈັນ: ໃນວັນທີ 22 ມີນາ ທີ່ຜ່ານມາ, ຕາງໜ້າເຈົ້າໜ້າທີ່ຈາກສະຖານເອກອັກຄະລັດຖະທູດ ສ. ອາເມລິກາ ແລະ ລັດຖະບານແຫ່ງ ສ.ປ.ປ ລາວ ໄດ້ເຂົ້າຮ່ວມງານພິທີປິດໂຄງການຮ່ວມມື ລາວ ສະຫະລັດອາເມລິກາ ເພື່ອການເຊື່ອມໂຍງສາກົນ ແລະ ອາຊຽນ (USAID LUNA II) ເພື່ອທົບທວນຄວາມທ້າທາຍ ແລະ ສະເຫຼີມສະຫຼອງ ຜົນສຳເລັດຂອງໂຄງການ. ໃຫ້​ກຽດ​ເປັນ​ປະ​ທ​ານ​ໃນ​ພິທີ​ດັ່ງ​ກ່າວ​ໂດຍ ທ່ານນາງ ເຂັມ​ມະ​ນີ ພົນ​ເສ​ນາ ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ແລະ ທ່ານນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ພ້ອມກັບຜູ້ເຂົ້າຮ່ວມຫຼາຍກ່ວາ 40 ທ່ານ ຕາງໜ້າໃຫ້ແກ່ບັນດາ ກະຊວງ, ສະຖານທູດອາເມລິກາ ແລະ ພາກເອກະຊົນ.

ທ່ານນາງ ຣີນາ ບິດເຕີ ໄດ້ໃຫ້ຄຳເຫັນໃນພິທີດັ່ງກ່າວວ່າ: ໃນໄລຍະ 5 ປີ ທີ່ຜ່ານມາ ໂຄງການ USAID LUNA II ໄດ້ເຮັດໜ້າທີ່ປຽບເໝືອນຍານພາຫະນະໃຫ້ແກ່ການຮ່ວມມື ແລະ ການສົນທະນາ ລະຫວ່າງ 2 ຊາດ ລາວ-ອາເມລິກາ ໃນການຈັດຕັ້ງປະຕິບັດວຽກງານທີ່ກ່ຽວພັນກັບພັນທະຂອງ ສ.ປ.ປ ລາວ ໃນນາມທີ່ເປັນສະມາຊິກຂອງອົງການການຄ້າໂລກ, ປະຊາຄົມເສດຖະກິດອາຊຽນ ແລະ ພັນທະຂອງສັນຍາການຄ້າສອງຝ່າຍ ລາວ-ອາເມລິກາ.

ໂຄງການ USAID LUNA II ແມ່ນໂຄງການຊ່ວຍເຫຼືອລ້າ 5 ປີ ຂອງອົງການພັດທະນາສາກົນອາເມລິກາ (USAID) ເຊິ່ງຖືກສ້າງຂຶ້ນເພື່ອສະໜັບສະໜຸນວຽກງານການຄ້າ ຮ່ວມກັບ ສ. ອາເມລິກາ ແລະ ເຊື່ອມໂຍງ ສ.ປ.ປ ລາວ ເຂົ້າສູ່ ປະຊາຄົມເສດຖະກິດອາຊຽນ ແລະ ອົງການການຄ້າໂລກ. ນັບແຕ່ປີ 2014, ໂຄງການ USAID LUNA II ໄດ້ເຮັດວຽກຢ່າງໃກ້ຊິດກັບກະຊວງອຸດສາຫະກຳ ແລະ ການຄ້າ ແລະ ບັນດາກະຊວງຕ່າງໆ ເພື່ອປັບປຸງບັນດານິຕະກຳ ໂດຍສະເພາະແມ່ນນິຕິກຳຊັບຊິນທາງປັນຍາ, ນິຕິກຳການແກ້ໄຂທາງການຄ້າໃນຂອບອົງການການຄ້າໂລກ, ສະໜັບສະໜຸນການຄ້າແບບດິຈິຕໍ້ ແລະ ຂະຫຍາຍຕະຫຼາດໃຫ້ແກ່ບັນດາຜູ້ປະກອບການລາວ ແລະ ເພີ່ມຄວາມເຂົ້າໃຈກ່ຽວກັບສິດຂອງຜູ້ຊົມໃຊ້ ແລະ ນິຕິກຳຕ່າງໆ.

ການຊ່ວຍເຫຼືອຂອງໂຄງການ USAID LUNA II ແມ່ນຊ່ວຍໃຫ້ ສ.ປ.ປ ລາວ ມີສ່ວນຮ່ວມກັບສາກົນ ແລະ ໄດ້ຮັບຜົນປະໂຫຍດນຳບັນດາຂໍ້ຕົກລົງສາກົນຕ່າງໆ ແລະ ຊ່ວຍສະໜັບສະໜຸນການຄ້າແບບຍຸດຕິທຳ ແລະ ຖືກກັບລະບຽບການຕ່າງໆ. ທ່ານນາງ ຣີນາ ກ່າວຕື່ມວ່າ: ການເຮັດວຽກຮ່ວມກັນລະຫວ່າງ 2 ຊາດ ລາວ-ອາເມລິກາ ໄດ້ເພີ່ມຄວາມເຂັ້ມແຂງໃຫ້ແກ່ ສ.ປ.ປ ລາວ ໃນນາມ ຄູ່ຮ່ວມມືກັບ ສ. ອາເມລິກາ, ສະມາຊິກຂອງອາຊຽນ ແລະ ສ່ວນໜຶ່ງຂອງສາກົນ.

ໂຄງການ USAID LUNA II ໄດ້ຮັບການຈັດຕັ້ງປະຕິບັດໂດຍ ບໍລິສັດເນຕັນ ແອັດໂຊຊິເອດ ເຊິ່ງເປັນບໍລິສັດທີ່ປຶກສາທາງດ້ານເສດຖະກິດຂອງ ສ. ອາເມລິກາ. ໂຄງການນີ້ໄດ້ເລີ່ມປະຕິບັດໃນປີ 2014 ແລະ ຈະຖືກປິດລົງໃນວັນທີ 23 ມີນາ 2019 ແມ່ນໂຄງການສືບຕໍ່ຈາກຜົນສຳເລັດອັນໂດດເດັ່ນຂອງ ໂຄງການລູນາລາວ ທີ່ໄດ້ຊ່ວຍໃຫ້ ສ.ປ.ປ.ລາວ ເຂົ້າເປັນສະມາຊິກຂອງອົງການການຄ້າໂລກຢ່າງສົມບູນໃນປີ 2013.