ທີ່ນະຄອນຫລວງວຽງຈັນ, ສປປ ລາວ – ໃນວັນທີ 5 ທັນວາ 2019, ທ່ານ ນາງ ຣີນາ ບິດເຕີ, ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳ ສປປ ລາວ ແລະ ເຈົ້າໜ້າທີ່ອາວຸໂສ ຈາກສູນບັນຊາການກອງທັບ ສະຫະລັດອາເມລິກາ ປະຈຳພາກພື້ນອີນໂດ-ປາຊິຟິກ (USINDOPACOM) ໄດ້ພົບປະກັບເຈົ້າໜ້າທີ່ອາວຸໂສ ຈາກກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໃນການປຶກສາຫາລືວຽກງານປ້ອງກັນຊາດສອງຝ່າຍ (BDD) ຄັ້ງທີ 14. ໂດຍການເປັນເຈົ້າພາບ ຂອງ ທ່ານ ພົນຈັດຕະວາ ແກ່ນຈັນ ນັນທະລັງສີ, ຫົວໜ້າກົມພົວພັນຕ່າງປະເທດ ກະຊວງປ້ອງກັນປະເທດ, ໃນການປຶກສາຫາລື ເຊິ່ງໄດ້ຈັດຂື້ນຢູ່ທີ່ນະຄອນຫຼວງວຽງຈັນ.
ທ່ານ ພົນຕີ ຊູຊານ ວາເຣສ-ລູມ, ຜູ້ຊ່ວຍກອງກໍາລັງພົນ ສູນບັນຊາການກອງທັບສະຫະລັດອາເມລິກາ ປະຈຳພາກພື້ນອິນໂດ-ປາຊີຟິກ, ເຊິ່ງເປັນເຈົ້າໜ້າທີ່ທະຫານອາວຸໂສຂອງກອງທັບຂອງ ສະຫະລັດອາເມລິກາ ກໍ່ໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລືໃນຄັ້ງນີ້. ທ່ານ ພົນຈັດຕະວາ ແກ່ນຈັນ ແລະ ພົນຕີ ຊູຊານ ວາເຣສ-ລູມ ກໍ່ໄດ້ນຳພາຄະນະຜູ້ແທນຂອງທັງສອງຝ່າຍເຂົ້າຮ່ວມກອງປະຊຸມປຶກສາຫາລື ວຽກງານປ້ອງກັນຊາດ ໃນປີທີ່ຜ່ານມາ ກໍ່ໄດ້ຈັດຂື້ນຢູ່ລັດ ຮາວາຍ. ບັນດາຜູ້ຕາງໜ້າຈາກກະຊວງການຕ່າງປະເທດຂອງລາວ ແລະ ໜ່ວຍງານສາທາລະນະສຸກ ແລະ ພາກສ່ວນທະຫານ ຂອງສະຫະລັດກໍໄດ້ເຂົ້າຮ່ວມໃນກອງປະຊຸມດັ່ງກ່າວ ໂດຍມີ ທ່ານເອກອັກຄະລັດຖະທູດ ບິດເຕີ ເປັນຜູ້ກ່າວເປີດກອງປະຊຸມປຶກສາຫາລື.
ທ່ານເອກອັກຄະລັດຖະທູດ ບິດເຕີ ໄດ້ກ່າວວ່າ “ການຮ່ວມມືທາງການທະຫານລະຫວ່າງ ສະຫະລັດອາເມລິກາ ແລະ ສປປ ລາວ ເປັນອົງປະກອບທີ່ສຳຄັນຂອງການຮ່ວມມືຂອງສອງປະເທດພວກເຮົາ, ໃນການເປັນຄູ່ຮ່ວມມືແບບກວມລວມ ແລະ ຂ້າພະເຈົ້າມີຄວາມຍິນດີທີ່ໄດ້ເຫັນຄວາມຄືບໜ້າທີ່ສຳຄັນ ທີ່ພວກເຮົາໄດ້ຮັບໃນຊຸມປີທີ່ຜ່ານມາ. ໂອກາດສໍາລັບການປະຕິບັດວຽກຮ່ວມກັນຂອງທະຫານສອງຝ່າຍຂອງພວກເຮົາ ແມ່ນກໍາລັງເຕີບໃຫຍ່, ແລະ ການປຶກສາຫາລືວຽກງານປ້ອງກັນຊາດສອງຝ່າຍ ແມ່ນກົນໄກທີ່ສຳຄັນ ໃນການເສີມຂະຫຍາຍການຮ່ວມມືຂອງພວກເຮົາ”.
ເປົ້າໝາຍຂອງການປຶກສາຫາລືວຽກງານປ້ອງກັນຊາດສອງຝ່າຍ ແມ່ນເພື່ອພັດທະນາ ແລະ ປັບປຸງການຮ່ວມມື ໃນຂົງເຂດວຽກງານປ້ອງກັນຊາດຮ່ວມກັນ ຕໍ່ບັນດາໂຄງການຕ່າງໆ ແລະ ເຮັດໃຫ້ມີການເສີມຂະຫຍາຍສາຍພົວພັນລະຫວ່າງກຳລັງປ້ອງກັນຊາດ, ສົ່ງເສີມການຮ່ວມມືທາງການທະຫານໃນພາກພື້ນ ລວມເຖິງຜົນປະໂຫຍດຮ່ວມກັນຂອງສອງປະເທດ. ການປຶກສາຫາລືວຽກງານປ້ອງກັນຊາດສອງຝ່າຍໃນປີນີ້ ແມ່ນໄດ້ສຸມໃສ່ ການເສີມຂະຫຍາຍການເປັນຄູ່ຮ່ວມມືກັນ ໃນຂົງເຂດວຽກງານ ດ້ານສາທາລະນະສຸກ ແລະ ວຽກງານດ້ານເສນາຮັກ, ກໍຄື ການປະຕິບັດວຽກຮ່ວມກັນລະຫວ່າງທະຫານ ແລະ ພົນລະເຮືອນ ເຊັ່ນ: ການເກັບກູ້ລະເບີດທີ່ຍັງບໍ່ທັນແຕກ ແລະ ການຊ່ວຍເຫລືອບັນເທົາທຸກຈາກໄພພິບັດ. ສືບຕໍ່ປຶກສາຫາລືກ່ຽວກັບໂອກາດໃນການຝຶກອົບຮົມ ແລະ ການສຶກສາຮ່ວມກັນໃນປີນີ້ ໂດຍມີເປົ້າໝາຍເພື່ອຂະຫຍາຍການສຶກສາດ້ານວິຊາຊີບການທະຫານ ແລະ ການຝຶກອົບຮົມພາສາອັງກິດ – ຊຶ່ງຈະຊ່ວຍໃຫ້ການທະຫານຂອງລາວ ເຊື່ອມໂຍງເຂົ້າກັບບັນດາຄູ່ຮ່ວມມືອາຊຽນ ແລະ ຈະອຳນວຍຄວາມສະດວກໃຫ້ແກ່ວຽກງານຂອງກະຊວງປ້ອງກັນປະເທດຂອງລາວ ໃນການເຂົ້າຮ່ວມກອງປະຊຸມຕ່າງໆໃນລະດັບພາກພື້ນ ກໍ່ຄືໃນລະດັບສູງ.
ພ້ອມດຽວກັນນີ້, ສະຫະລັດອາເມລິກາ ຍັງໄດ້ປະຕິບັດວຽກຮ່ວມກັບລັດຖະບານ ກໍຄືປະຊາຊົນລາວ ເພື່ອໃຫ້ບັນລຸເປົ້າໝາຍທາງຍຸດທະສາດ ແລະ ບັນລຸເປົ້າໝາຍລວມຂອງ ສປປ ລາວ – ເພື່ອສະໜັບສະໜູນໃຫ້ ສປປ ລາວ ໃນການພັດທະນາໃຫ້ກາຍເປັນປະເທດທີ່ຮັ່ງມີ, ເຂັ້ມແຂງ ແລະ ເປັນສະມາຊິກທີ່ສຳຄັນຂອງອາຊຽນ. ການຮ່ວມມືດ້ານຄວາມໝັ້ນຄົງລະຫວ່າງສອງປະເທດ ຂອງພວກເຮົາ ໂດຍການລວມເອົາ ການຊ່ວຍເຫລືອດ້ານມະນຸດສະທຳ, ຊ່ວຍສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານຄວາມໝັ້ນຄົງ, ດ້ານການສຶກສາ, ດ້ານສາທາລະນະສຸກ ແລະ ໂພຊະນາການ, ດ້ານການຄ້າ ແລະ ການລົງທຶນ, ດ້ານລັດແຫ່ງກົດໝາຍ, ດ້ານການຄຸ້ມຄອງນໍ້າ, ແລະ ສະພາບແວດລ້ອມທີ່ຍືນຍົງ ໃນທົ່ວ ສປປ ລາວ.