ນະຄອນຫຼວງວຽງຈັນ, ສປປ ລາວ – ໃນວັນທີ 20 ກຸມພາ 2019, ລັດຖະບານສະຫະລັດອາເມລິກາ ແລະ ລັດຖະບານລາວໄດ້ເປີດໂຕເວັບໄຊຊັບສິນທາງປັນຍາຢ່າງເປັນທາງການ. ງານເປີດໂຕເວັບໄຊຊັບສິນທາງປັນຍາ ໄດ້ຈັດຂຶ້ນຢູ່ທີ່ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ເຊິ່ງຮ່ວມເປັນກຽດເປີດງານໂດຍ ທ່ານ ແດນຽວ ຟິດແພັດທິກ, ຫົວໜ້າໂຄງການ USAID LUNAII ແລະ ທ່ານ ປອ. ຄັນລາສີ ແກ້ວບຸນພັນ, ຮອງຫົວໜ້າກົມຊັບສິນທາງປັນຍາ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ພ້ອມກັບຜູ້ເຂົ້າຮ່ວມຈາກພາກລັດ ແລະ ພາກເອກະຊົນຫຼາຍກວ່າ 70 ທ່ານ.
ການສ້າງເວັບໄຊນີ້ ແມ່ນໄດ້ຮັບການສະໜັບສະໜູນໂດຍ ລັດຖະບານສະຫະລັດອາເມລິກາ ໂດຍຜ່ານ ອົງການ USAID, ເວັບໄຊຊັບສິນທາງປັນຍາ ເປັນເວັບໄຊໜຶ່ງ ທີ່ຜູ້ນຳໃຊ້ສາມາດຮຽນຮູ້ກ່ຽວກັບການປົກປ້ອງຊັບສິນທາງປັນຍາ ແລະ ການຊອກຫາເຄື່ອງໝາຍການຄ້າ, ສິດທິບັດ ແລະ ລິຂະສິດອື່ນໆ ທີ່ໄດ້ຮັບການຈົດທະບຽນຢູ່ໃນປະເທດລາວ ແລະ ທົ່ວໂລກ. ການຮັບຮູ້ເຖິງເຄື່ອງໝາຍການຄ້າ, ສິດທິບັດ ແລະ ລິຂະສິດອື່ນໆ ທີ່ໄດ້ຮັບການຈົດທະບຽນແລ້ວ ສາມາດຊ່ວຍໃຫ້ຜູ້ທີ່ສົນໃຈຍື່ນຄຳຮ້ອງຂໍຈົດທະບຽນ ປະກອບຄຳຮ້ອງຂອງຕົນ ໄດ້ງ່າຍຂຶ້ນ ເພື່ອປ້ອງກັນບໍ່ໃຫ້ຄຳຮ້ອງຂໍຈົດທະບຽນຄືກັນ ຫຼື ຄ້າຍຄືກັນກັບເຄື່ອງໝາຍການຄ້າ ທີ່ໄດ້ຈົດທະບຽນແລ້ວ. ຂໍພຽງແຕ່ສາມາດເຂົ້າເຖິງອິນເຕີເນັດ ຜູ້ທີ່ສົນໃຈຍື່ນຄຳຮ້ອງ ກໍ່ສາມາດເຂົ້າໄປໃນເວັບໄຊນີ້ ເພື່ອຍື່ນຄຳຮ້ອງແບບອອນລາຍໄດ້.
ທ່ານ ແດນຽວ ຟິດແພັດທິກ ກ່າວວ່າ: ເວັບໄຊນີ້ເປັນຕົວຢ່າງທີ່ເຫັນໄດ້ຊັດເຈນລະຫວ່າງການຮ່ວມມືຂອງ ສະຫະລັດອາເມລິກາ ແລະ ສປປ ລາວ ກ່ຽວກັບການປົກປ້ອງວຽກງານຊັບສິນທາງປັນຍາ, ແຕ່ຄວາມຈິງ ພວກເຮົາເຮັດວຽກຮ່ວມກັນຕັ້ງແຕ່ກ່ອນ ສປປ ລາວ ເຂົ້າເປັນສະມາຊິກຂອງອົງການການຄ້າໂລກ ໃນປີ 2013. ການເຮັດວຽກຮ່ວມກັນດົນນານມານີ້ ເປັນພັນທະຂອງທັງສອງປະເທດ ທີ່ຈະສົ່ງເສີມບັນດາຜູ້ປະກອບການ ແລະ ການລົງທຶນຢູ່ໃນ ສປປ ລາວ.
ເວັບໄຊຊັບສິນທາງປັນຍາສ້າງໂດຍ ໂຄງການ USAID LUNA II ໂດຍການຮ່ວມມື ກັບ ກົມຊັບສິນທາງປັນຍາ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ. ການຊ່ວຍສ້າງເວັບໄຊແມ່ນໜຶ່ງໃນວຽກງານຊັບສິນທາງປັນຍາ ທີ່ ອົງການ USAID ໃຫ້ການສະໜັບສະໜູນໂດຍການຮ່ວມມືກັບກະຊວງ. ວຽກງານຊັບສິນທາງປັນຍາແມ່ນວຽກງານໜຶ່ງທີ່ສຳຄັນຂອງສັນຍາການຄ້າຫຼາຍຝ່າຍ ແລະ ພາກພື້ນ ທີ່ ສປປ ລາວ ເປັນພາຄີ ເຊັ່ນວ່າ ອົງການການຄ້າໂລກ, ປະຊາຄົມເສດຖະກິດອາຊຽນ ແລະ ການເປັນພາຄີສັນຍາການຄ້າສອງຝ່າຍ ລວມທັງ ສັນຍາການຄ້າສອງຝ່າຍ ລາວ – ສະຫະລັດອາເມລິກາ.
ໂຄງການ USAID LUNA II ແມ່ນໂຄງການ 5 ປີ ເພື່ອຊ່ວຍ ສປປ ລາວ ເຊື່ອມໂຍງເຂົ້າໃນຕະຫຼາດໂລກ ໂດຍສະໜັບສະໜູນ ລັດຖະບານ ສປປ ລາວ ໃນການສ້າງ ແລະ ຈັດຕັ້ງປະຕິບັດ ບັນດານະໂຍບາຍ ແລະ ລະບຽບການໃຫ້ມີຄວາມໂປ່ງໃສ ແລະ ມີປະສິດທິພາບ.
ທ່ານສາມາດເຂົ້າເບິ່ງເວັບໄຊໄດ້ທີ່ https://dip.gov.la.