ສ. ອາເມລິກາ – ກະຊວງອຸດສາຫະກຳ ແລະ ການຄ້າ ເປີດໂຄງການສ້າງສະພາບແວດລ້ອມທີ່ເອື້ອຕໍ່ທຸລະກິດລາວ

ນະຄອນຫຼວງວຽງຈັນ, ສປປ ລາວ ທ່ານນາງ ເຂັມມະນີ ພົນເສນາ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ແລະ ເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈໍາ ສປປ ລາວ ທ່ານນາງ ຣີນາ ບິດເຕີ ໄດ້ເປີດໂຄງການສ້າງສະພາບແວດລ້ອມທີ່ ເອື້ອອຳນວຍຕໍ່ທຸລະກິດລາວ ໃນພິທີທີ່ໄດ້ຈັດຂຶ້ນຢູ່ ນະຄອນຫຼວງວຽງຈັນ ຄັ້ງວັນທີ 12 ທັນວາ. ໂຄງການດັ່ງກ່າວເຊິ່ງມີອາຍຸການ ຫ້າປີ ໄດ້ຮັບການສະໜັບສະໜູນດ້ານງົບປະມານຈາກ ອົງການພັດທະນາສາກົນປະເທດສະຫະລັດອາເມລິກາ (USAID) ຊຶ່ງເປັນ ການຮ່ວມມືຫຼ້າສຸດ ລະຫວ່າງ ສະຫະລັດອາເມລິກາ ແລະ ສປປ ລາວ ແນໃສ່ຍົກສູງຄວາມອາດສາມາດຂອງພາກເອກະຊົນ ແລະ ອຳນວຍຄວາມສະດວກທາງດ້ານການຄ້າ

ທ່ານນາງ ຣີນາ ບິດເຕີ ກ່າວວ່າ: ໂຄງການດັ່ງກ່າວເປັນອີກໜຶ່ງຕົວຢ່າງຂອງການຮ່ວມມືທີ່ດີເລີດ ລະຫວ່າງ ສະຫະລັດອາເມລິກາ ແລະ ສປປ ລາວ ໃນຂົງເຂດການຄ້າ ແລະ ການລົງທຶນ. ພວກຂ້າພະເຈົ້າຮູ້ສຶກພາກພູມໃຈຕໍ່ຄວາມພະຍາຍາມ ຮ່ວມກັນໃນການ ສ້າງອະນາຄົດທີ່ຈະເລີນສຳລັບ ສປປ ລາວ ໂດຍມີການເຕີບໂຕດ້ານເສດຖະກິດທີ່ຍືນຍົງ, ແບບກວມລວມ ແລະ ກວ້າງຂວາງ.”

ໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວ ຈະສະໜັບສະໜູນການສ້າງຂີດຄວາມສາມາດ ແລະ ການໃຫ້ຄຳ ປຶກສາ ແນໃສ່ຍົກສູງຄວາມອາດສາມາດໃນການແຂ່ງຂັນຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ (SMEs) ຂອງ ສປປ ລາວ ໄປຄຽງຄູ່ກັບການປັບປຸງວຽກງານຈັດຕັ້ງປະຕິບັດນະໂຍບາຍການຄ້າ, ກົດໝາຍ ແລະ ລະບຽບດ້ານການຄ້າ. SMEs ກວມເອົາ ອັດຕາສ່ວນສູງສຸດຂອງວິສາຫະກິດທັງໝົດ ແລະ ສາມາດສ້າງວຽກເຮັດງານທຳຈຳນວນຫຼາຍຢູ່ ສປປ ລາວ. ໂຄງການ ດັ່ງກ່າວ ຈະເນັ້ນໃສ່ຂະແໜງອຸດສາຫະກຳ ແລະ ການບໍລິການທີ່ມີທ່າແຮງດ້ານການເຕີບໂຕ ແລະ ສ້າງວຽກເຮັດງານທຳສູງ

ສະຫະລັດອາເມລິກາ ມີປະຫວັດການຮ່ວມມືອັນຍາວນານກັບ ສປປ ລາວ ແນໃສ່ພັດທະນາເສດຖະກິດຂອງປະເທດ ລວມທັງ ການຊ່ວຍເຫຼືອຜ່ານສອງໂຄງການທີ່ຜ່ານມາຂອງ USAID ເຊັ່ນ: ໂຄງການເຊື່ອມໂຍງສາກົນ ແລະ ອາຊຽນ (LUNA Lao) ແລະ USAID LUNA II.  ໃນຊຸມປີຜ່ານມາ ສະຫະລັດໄດ້ໃຫ້ການສະໜັບສະໜູນໃນມູນຄ່າທັງໝົດຫຼາຍກ່ວາ 22 ລ້ານໂດລາສະ ຫະລັດ ແນໃສ່ສ້າງຄວາມເຂັ້ມແຂງດ້ານການພັດທະນາເສດຖະກິດຂອງ ສປປ ລາວ ແລະ ອຳນວຍຄວາມສະດວກດ້ານການຄ້າໃນ ພາກພື້ນ ແລະ ສາກົນ

ທ່ານນາງ ຣີນາ ບິດເຕີ ກ່າວຕື່ມວ່າ: ສະຫະລັດໄດ້ສະໜັບສະໜູນ ສປປ ລາວ ທຸກບາດກ້າວຂອງເສັ້ນທາງນັບແຕ່ການເຂົ້າ ເປັນສະມາຊິກອົງການການຄ້າໂລກ (WTO) ໃນປີ 2013 ຈົນຮອດການຈັດຕັ້ງປະຕິບັດສັນຍາວ່າດ້ວຍຂອບການຄ້າ ແລະ ການລົງທຶນ ລະຫວ່າງ ສປປ ລາວ ແລະ ສະຫະລັດ ໃນປີ 2017. 

ນອກຈາກການປັບປຸງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວ ແລະ ການຂະຫຍາຍການຄ້າແລ້ວ ສະຫະລັດອາເມລິກາ ຍັງຮ່ວມມື ກັບລັດຖະບານ ແລະ ປະຊາຊົນລາວໃນການປັບປຸງຄວາມອາດສາມາດຂອງຈຸນລະວິສາຫະກິດກະສິກຳ, ສ້າງຄວາມ ເຂັ້ມແຂງດ້ານຫຼັກນິຕິທຳ, ສົ່ງເສີມສຸຂະພາບ ແລະ ໂພສະນາການ, ຊ່ວຍເຫຼືອຄົນພິການ ແລະ ພັດທະນາການສຶກສາ