ສ. ອາເມລິກາ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມຈັດງານວິຊາການເນື່ອງໃນໂອກາດວັນຊັບສິນທາງປັນຍາໂລກ

ໃນວັນທີ 25 ເມສາ ທີ່ ນະຄອນຫຼວງວຽງຈັນ, ສປປ ລາວ, ສະຖານທູດສະຫະລັດອາເມລິກາ ປະຈໍານະຄອນຫຼວງວຽງຈັນ ແລະ ກະຊວງການຕ່າງປະເທດ ແຫ່ງສະຫະລັດອາເມລິກາ ໄດ້ໃຫ້ການສະໜັບສະໜຸນຈັດກອງປະຊຸມທາງດ້ານວິຊາການ ກ່ຽວກັບແມ່ຍິງ ແລະ ຊັບສິນທາງປັນຍາ (IP) ພາຍໃຕ້ຫົວຂໍ້ ການສະເຫຼີມສະຫຼອງນະວັດຕະກຳ ແລະ ຫົວຄິດປະດິດສ້າງເພື່ອສົ່ງເສີມການປົກປ້ອງຄວາມເປັນມືອາຊີບທາງດ້ານຄວາມຄິດສ້າງສັນ ແລະ ອຳນວຍຄວາມສະດວກໃຫ້ແກ່ການຮ່ວມມືລະຫວ່າງຜູ້ທີ່ມີຄວາມຄິດສ້າງສັນ ຢູ່ ສປປ ລາວ.

ຫົວໜ້າກົມຊັບສິນທາງປັນຍາ, ກະຊວງອຸດສາຫະກຳ ແລະ ການຄ້າ (ກອຄ) ທ່ານ ສັນຕິສຸກ ພູນສະຫວັດ, ປະທານສະມາຄົມຫັດຖະກຳລາວ, ທ່ານ ນາງ ສຸວິຕາ ປະເສີດ, ແລະ ຫົວໜ້າພະແນກ ການເມືອງ ແລະ ເສດຖະກິດ ແຫ່ງສະຖານທູດສະຫະລັດອາເມລິກາ, ທ່ານ ແດນ ໂອຮາຣາ ໄດ້ໃຫ້ກຽດເປັນປະທານຮ່ວມກອງປະຊຸມດັ່ງກ່າວ. ໃນນັ້ນກໍ່ໄດ້ມີການນຳສະເໜີກ່ຽວກັບຫົວຂໍ້ຕ່າງໆ ໂດຍຜູ້ຕາງໜ້າຈາກກົມຊັບສິນທາງປັນຍາ, ສູນສິລະປະພື້ນເມືອງ ແລະ ຊົນເຜົ່າແຂວງຫຼວງພະບາງ (TAEC)   ແລະ ໂຄງການສະພາບແວດລ້ອມໃນການດຳເນີນທຸລະກິດຂອງລາວ (LBE) ທີ່ຢູ່ພາຍໃຕ້ ອົງການພັດທະນາສາກົນຂອງປະເທດສະຫະລັດອາເມລິກາ (USAID). ບັນດາສະມາຊິກຂອງສະມາຄົມຫັດຖະກຳລາວ ລວມທັງບັນດາຜູ້ທີ່ມີສີມື ແລະ ນັກປະດິດຄິດແຕ່ງ ກໍ່ໄດ້ເຂົ້າຮ່ວມ.

ກອງປະຊຸມທາງດ້ານວິຊາການກ່ຽວກັບການອອກແບບຊັບສິນທາງປັນຍາ ໄດ້ອົບຮົມກ່ຽວກັບການຍື່ນຄຳຮ້ອງຊັບສິນທາງປັນຍາອອນລາຍ, ນຳສະເໜີຂໍ້ລິເລີ່ມຂອງໂຄງການ LBE, ແລະ ຂໍ້ມູນກ່ຽວກັບບັນດາເຄື່ອງມືໃນການປົກປ້ອງພູມປັນຍາພື້ນເມືອງ.

ທ່ານ ແດນ ໂອຮາຣາ, ຫົວໜ້າພະແນກ ການເມືອງ ແລະ ເສດຖະກິດແຫ່ງສະຖານທູດສະຫະລັດອາເມລິກາ ໄດ້ກ່າວວ່າ: “ ປະເທດລາວມີມໍລະດົກທາງດ້ານວັດທະນະທຳທີ່ເປັນເອກະລັກ ເປັນຕົ້ນແມ່ນຜ້າໄໝພື້ນເມືອງທີ່ມີຊື່ສຽງ ແລະ ໄດ້ຮັບການຍ້ອງຍໍຈາກທົ່ວໂລກ. ສະຖານທູດສະຫະລັດອາເມລິກາໄດ້ໃຫ້ການສະໜັບສະໜຸນ ກະຊວງອຸດສາຫະກຳ ແລະ ການຄ້າ ໃນການປົກປ້ອງວຽກງານຊັບສິນທາງປັນຍາລາວ ເພື່ອໃຫ້ຜູ້ທີ່ມີສີມື ກໍ່ຄືນັກປະດິດຄິດແຕ່ງ ສາມາດເຮັດໃຫ້ທຸລະກິດຂອງເຂົາເຈົ້າເຕີບໃຫຍ່, ເຮັດໃຫ້ຍີ່ຫໍ້ຂອງຄົນລາວເປັນທີ່ຮັບຮູ້ຫຼາຍຂຶ້ນ ແລະ ຍັງເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວອີກດ້ວຍ”.

ລັດຖະບານແຫ່ງສະຫະລັດອາເມລິກາ ໄດ້ໃຫ້ການສະໜັບສະໜຸນລັດຖະບານແຫ່ງ ສປປ ລາວ ໃນການຊຸກຍູ້ວຽກງານຊັບສິນທາງປັນຍາ ໂດຍຜ່ານຫຼາຍກິດຈະກຳ ເປັນຕົ້ນແມ່ນການປະສານງານກັບໂຄງການ LBE ຂອງອົງການ USAID. ໂຄງການ LBE ແມ່ນໂຄງການ 5 ປີ ທີ່ຊ່ວຍເຫຼືອລັດຖະບານລາວ ໃນການຍົກສູງຄວາມສາມາດໃນການແຂ່ງຂັນ ຂອງບັນດາຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະ ກາງ (SMEs) ແລະ ສ້າງຄວາມເຂັ້ມແຂງທາງດ້ານສະພາບແວດລ້ອມໃນການດຳເນີນທຸລະກິດຂອງປະເທດ. ໂຄງການ LBE ໄດ້ເຮັດວຽກຢ່າງໃກ້ຊິດກັບສູນ TAEC ແລະ ກອຄ ໃນການພັດທະນາຊັບສິນທາງປັນຍາ ແລະ ສ້າງຍີ່ຫໍ້ ຢູ່ ສປປ ລາວ.

ໃນໄລຍະທົດສະວັດທີ່ຜ່ານມາ, ປະເທດສະຫະລັດອາເມລິກາໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ໂດຍຜ່ານອົງການ USAID ໃນການຊຸກຍູ້ວຽກງານຊັບສິນທາງປັນຍາ ເປັນຕົ້ນແມ່ນການປັບປຸງກົດໝາຍວ່າດ້ວຍຊັບສິນທາງປັນຍາ, ຝຶກອົບຮົມໃຫ້ແກ່ພະນັກງານ, ປຶກສາຫາລືລະຫວ່າງພາກລັດ ແລະ ເອກະຊົນ ແລະ ການສ້າງເວັບໄຊ້ຊັບສິນທາງປັນຍາ ແລະ ລະບົບການຍື່ນຄຳຮ້ອງແບບເອເລັກໂຕຣນິກ.

ສູນ TAEC ແມ່ນວິສາຫະກິດທາງສັງຄົມທີ່ຮັບຜິດຊອບຂົງເຂດມໍລະດົກທາງດ້ານວັດທະນະທຳຢູ່ແຂວງຫຼວງພະບາງ, ສປປ ລາວ, ຊຶ່ງໄດ້ຮັບການສ້າງຕັ້ງໃນປີ 2007 ເພື່ອຊຸກຍູ້ຄຸນຄ່າ ແລະ ການຖ່າຍທອດມໍລະດົກທາງດ້ານວັດທະນະທຳ ແລະ ຊີວິດການເປັນຢູ່ຂອງຊົນເຜົ່າທີ່ອາໃສທັກສະດັ້ງເດີມ.