ສະຫະລັດອາເມລິກາເພີ່ມຄວາມໜັກແໜ້ນໃຫ້ແກ່ພັນທະຄວາມຕັ້ງໃຈຕໍ່ກັບຂົງເຂດວຽກງານການເກັບກູ້ລະເບີດບໍ່ທັນແຕກຢູ່ໃນລາວ ໂດຍການເພີ່ມທຶນຊ່ວຍເຫຼືອຂຶ້ນເປັນ 15 ລ້ານໂດລາສະຫະລັດ ໃນປີນີ້. ທ່ານ
Daniel Russel ລັດຖະມົນຕີຊ່ວຍວ່າການ ກະຊວງການຕ່າງປະເທດ ສະຫະລັດອາເມລິກາ ໄດ້ປະກາດ
ການເພີ່ມທຶນຊ່ວຍເຫຼືອນີ້ ໃນໄລຍະ ກອງປະຊຸມພົບປະ-ປຶກສາຫາລືຮອບດ້ານສອງຝ່າຍ, ຊື່ງຈັດຂື້ນ ທີ່ ນະຄອນ ວໍຊິງຕັນ ດີຊີ ໃນວັນທີ 19 ມິຖຸນານີ້. ຄະນະຜູ້ແທນຝ່າຍລາວ ນຳໂດຍ ທ່ານນາງ ສູນທອນ ໄຊຍະຈັກ, ລັດຖະມົນຕີຊ່ວຍວ່າການ ກະຊວງການຕ່າງປະເທດ, ຊື່ງໄດ້ ສະແດງຄວາມຂອບອົກຂອບໃຈ ທີ່ທາງ ຝ່າຍສະຫະລັດອາເມລິກາ ສືບຕໍ່ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນຢ່າງໜັກແໜ້ນ ຕໍ່ກັບ
ວຽກງານ ເກັບກູ້ລະເບີດບໍ່ທັນແຕກ, ຄະນະກຳມະການຄຸ້ມຄອງແຫ່ງຊາດເພື່ອການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ ຕົກຄ້າງຢູ່ ສປປ ລາວ (ຄຊກລ).
ໃນເດືອນແລ້ວນີ້, ທ່ານ ເອກອັກຄະລັດຖະທູດ Daniel A. Clune ໄດ້ປະກາດວ່າ ສະຫະລັດອາເມລິກາ ມີພັນທະຄວາມຕັ້ງໃຈອັນໝັ້ນຄົງ ຈັດຕັ້ງປະຕິບັດທຶນຊ່ວຍເຫຼືອ ຈຳນວນ $13 ລ້ານໂດລາສະຫະລັດ
ໃຫ້ແກ່ຂົງເຂດວຽກງານການເກັບກູ້ລະເບີດບໍ່ທັນແຕກ. ທ່ານ Daniel Russel ລັດຖະມົນຕີຊ່ວຍວ່າ ການ ກະຊວງການຕ່າງປະເທດ ສະຫະລັດອາເມລິກາ ແລະ ທ່ານ ທູດ Clune, ທັງສອງທ່ານ ໄດ້ເຂົ້າ ຮ່ວມ ກອງປະຊຸມພົບປະ-ປຶກສາຫາລືຮອບດ້ານສອງຝ່າຍ ໄດ້ພ້ອມກັນອະທິບາຍວ່າ ການປະກາດ
ເພີ້ມທືນຊ່ວຍເຫຼືອ ເປັນຈຳນວນ 15 ລ້ານໂດລາສະຫະລັດ ແມ່ນ ເພື່ອຕອບສະໜອງ ຄວາມມຸ້ງຫວັງຂອງ ທັງສອງຝ່າຍ ສະຫະລັດອາເມລິກາ ແລະ ສປປ ລາວ ໃນ ບາດກ້າວ ຂອງການສຳຫຼວດ ແບບ ປະຖົມປະຖານ ທີ່ບໍ່ແມ່ນທາງດ້ານວິຊາການ ແລະ ການສຳຫຼວດ ທາງດ້ານເຕັກນິກ ວິຊາການ ໃນເຂດ ທີ່ມີຄວາມສ່ຽງ ຢູ່ສປປ ລາວ. ອົງການ UXO Lao ແລະ ອົງການຈັດຕັ້ງສາກົນທີ່ບໍ່ຂຶ້ນກັບລັດຖະບານ
ໄດ້ພ້ອມກັນຈັດຕັ້ງປະຕິບັດ ການສຳຫຼວດນີ້ຢູ່ໃນ ສປປ ລາວມາແລ້ວ, ຂໍ້ມູນທີ່ເກັບກຳມາໄດ້ ຈະຊ່ວຍໃຫ້ ສາມາດ ຊອກຄົ້ນຫາ, ເກັບກູ້ ລະເບີດບໍ່ທັນແຕກທີ່ຍັງຕົກຄ້າງ ແລະ ທຳລາຍ UXO. ສະຫະລັດອາເມລິກາ ແລະ ຄູ່ຮ່ວມພັດທະນາ ອື່ນໆໃນ ຂົງເຂດວຽກງານ ເກັບກູ້ລະເບີດ ມີຄວາມກະຕືລືລົ້ນ ທີ່ຈະເຮັດ ວຽກຮ່ວມງານກັນກັບ ຄະນະກຳມະການຄຸ້ມຄອງແຫ່ງຊາດເພື່ອການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ ຕົກຄ້າງຢູ່ ສປປ ລາວ (ຄຊກລ) ເພື່ອວາງເປົ້າໝາຍ ໃຫ້ປະສົບຜົນສຳເລັດ ຕາມຄາດໝາຍທີ່ໄດ້ ວາງໄວ້ໃນ ແຜນພັດທະນາເສດຖະກິດ-ສົງຄົມ ຄັ້ງທີ 8, ໃນການດຳເນີນການສຳຫຼວດ ໃຫ້ປະສົບຜົນສຳເລັດ ໃນບັນດາແຂວງທີ່ໄດ້ຮັບຜົນກະທົບຮ້າບແຮງຈາກລະເບີດທີ່ຍັງບໍ່ທັນແຕກ.
ໂດຍອີງໃສ່ການຊ່ວຍເຫຼືອຈາກສະຫະລັດອາເມລິກາ ແລະ ບັນດາປະເທດຕ່າງໆທີ່ໃຫ້ທຶນສະໜັບສະໜູນ, ແລະ ຄວາມມຸ້ງໝັ້ນ ເອົາໃຈໃສ່ໃນການປະຕິບັດວຽກງານເກັບກູ້ລະເບີດ ແລະ ຈາກບັນດາສະຖາບັນ ການສຶກສາຕ່າງໆ, ຜູ້ທີ່ຖືກເຄາະຮ້າຍ ຈາກລະເບີດ ແມ່ນໄດ້ຫຼຸດລົງ ໃນຊຸມປີມໍ່ໆ ທີ່ຜ່ານນີ້ ຈາກຈຳນວນ ປະມານ 300 ຫຼຸດລົງເຫຼືອ ໜ້ັອຍກວ່າ 50 ຄົນ ໃນສອງປີທີ່ຜ່ານມາ. ທ່ານ ທູດ Clune ໄດ້ແຈ້ງໃຫ້ ຄະນະຜູ້ແທນ ທີ່ ວໍຊິງຕັນ ຊາບວ່າ “ຍັງມີຜູ້ທີ່ຖືກເຄາະຮ້າຍຫຼາຍຢູ່, ແຕ່ພວກເຮົາຕ້ອງການໃຫ້ຈຳນວນ ນັ້ນຫຼຸດຜ່ອນລົງໃນທຸກໆປີ”.
ຕັງແຕ່ປີ 1993, ສະຫະລັດອາເມລິກາ ໄດ້ໃຫ້ທືນ ສະໜັບສະໜູນຊ່ວຍເຫຼືອ ເປັນຈຳນວນຫຼາຍກວ່າ $85 ລ້ານໂດລາສະຫະລັດ ໃນຂົງເຂດ ວຽກງານ ການເກັບກູ້ລະເບີດທີ່ບໍ່ທັນແຕກຢູ່ໃນ ສປປ ລາວ.
ກ່ອນທີ່ຈະມີການຊ່ວຍເຫຼືອເພີ້ມຂື້ນ ໃນປີນີ້, ສະຫະລັດອາເມລິກາ ໄດ້ໃຫ້ທືນ ຊ່ວຍເຫຼືອ $9 ລ້ານໂດລາສະຫະລັດ ໃນປີ 2012 ແລະ 2013, ແລະ ຈຳນວນ $12 ລ້ານໂດລາສະຫະລັດ ໃນປີ 2014.
ຄືດັ່ງຊຸມປີຜ່ານມາ, ທຶນໃຫ້ການຊ່ວຍເຫຼືອຂອງສະຫະລັດອາເມລິກາ ຈະສະໜັບສະໜູນວຽກງານການຮ່ວມມືກັບ ຫ້ອງການ ຄຊກລ, ອົງການ UXO-Lao, ການປະຕິບັດງານເກັບກູ້ລະເບີດບໍ່ທັນແຕກເພື່ອມະນຸດສະທຳອື່ນໆ, ອົງການຈັດຕັ້ງສາກົນ ກໍຄືບັນດາອົງການຈັດຕັ້ງທ້ອງຖິ່ນ. ນອກຈາກນັ້ນ ທຶນຊ່ວຍເຫຼືອຍັງຈະຊ່ວຍສະໜັບສະໜູນວຽກງານການສຳຫຼວດຫຼັກຖານຕົວຈິງ. ເງິນທຶນຊ່ວຍເຫຼືອຂອງສະຫະລັດອາເມລິກາສຳລັບການເກັບກູ້ລະເບີດບໍ່ທັນແຕກ ຈະສຸມໃສ່ບັນດາແຂວງທີ່ໄດ້ຮັບຜົນກະທົບຮ້າຍແຮງຈາກລະເບີດລູກວ່ານ.
ການຊ່ວຍເຫຼືອຜູ້ເຄາະຮ້າຍ ຈະແມ່ນການໃຫ້ການບໍລິການໂດຍກົງຕໍ່ກັບຜູ້ລອດຊີວິດຈາກອຸປະຕິເຫດລະເບີດບໍ່ທັນແຕກ ແລະ ຄອບຄົວຂອງພວກເຂົາເຈົ້າ ແລະ ທັງເປັນການສະໜັບສະໜູນການພັດທະນາຂີດຄວາມສາມາດຂອງສະຖາບັນແຫ່ງຊາດ ເພື່ອໃຫ້ການຊ່ວຍເຫຼືອແກ່ຜູ້ເຄາະຮ້າຍ. ພ້ອມກັນນັ້ນ ທຶນຊ່ວຍເຫຼືອຍັງຈະຊ່ວຍສ້າງຄວາມເຂັ້ມແຂງໃຫ້ແກ່ການປະຖົມພະຍາບານເບື້ອງຕົ້ນ ກໍຄືການຊ່ວຍເຫຼືອສຸກເສີນ ທີ່ເປັນການອຳນວຍຄວາມສະດວກທາງສາທາ ແລະ ອາສາສະໝັກບ້ານທີ່ມີຄວາມໝາຍສຳຄັນ ຢູ່ບັນດາແຂວງທີ່ໄດ້ຮັບຜົນກະທົບຮ້າຍແຮງ. ທຶນຊ່ວຍເຫຼືອໃນການສ້າງຈິດສຳນຶກກ່ຽວກັບຄວາມສ່ຽງ ໄດ້ສະໜັບສະໜູນການສຶກສາໃຫ້ແກ່ປະຊາຊົນລາວ ເປັນຕົ້ນແມ່ນເດັກນ້ອຍ ຕໍ່ກັບໄພອັນຕະລາຍຂອງລະເບີດບໍ່ທັນແຕກ.