ວຽງຈັນ, ສປປ ລາວ — ທ່ານ ປອ ປີເຕີ ເຮມ໋ອນ ເອກອັກຄະລັດຖະທູດສະຫະລັດອາເມລິກາປະຈໍາ ສປປ ລາວ ປະກາດເພີ່ມທຶນການຊ່ວຍເຫຼືອຈາກ ສະຫະລັດອາເມຣິກາ ເພື່ອຊ່ວຍເຫຼືອ ສສປ ລາວ ໃນການໂຕ້ຕອບກັບ ໂຄໂຣນາໄວຣັສ ຫຼື ພະຍາດ COVID-19. ສະຫະລັດອາເມຣິກາ ໄດ້ໃຫ້ຄໍາໝັ້ນສັນຍາ ໃນການໃຫ້ເງິນຊ່ວຍເຫຼືອເພີ່ມຈໍານວນ US$3.17 ລ້ານໂດລາ ສໍາລັບເງິນທຶນສະໜັບສະໜູນຮ່ວງໃໝ່ ໂດຍຜ່ານສູນຄວບຄຸມ ແລະ ປ້ອງກັນພະຍາດ ຂອງສະຫະລັດອາເມຣິກາ (USCDC) ເພື່ອວັດຖຸປະສົງຂອງວຽກງານ ປ້ອງກັນ, ກຽມພ້ອມ ແລະ ຮັບມືກັບພະຍາດ COVID-19 ໃນ ສປປ ລາວ. ຊັບພະຍາກອນທີ່ສະໜອງໃຫ້ໃນຄັ້ງນີ້ຈະຖືກນໍາໃຊ້ເຂົ້າໃນວຽກງານຕິດຕາມເຝົ້າລະວັງ, ການເສີມສ້າງຄວາມສາມາດຂອງຫ້ອງວິເຄາະ, ການປ້ອງກັນ ແລະ ຄວບຄຸມການຕິດເຊື້ອ, ການຫຼຸດຜ່ອນຜົນກະທົບຕໍ່ຊຸມຊົນ, ການໂຕ້ຕອບກັບສະຖານະການສຸກເສີນ ແລະ ການກະກຽມຄວາມພ້ອມທາງດ້ານວັກຊີນ.
ທ່ານ ທູດ ເຮມ໋ອນ ກ່າວວ່າ: ສະຫະລັດອາເມຣິກາ
ມີຄວາມຍີນດີທີ່ຈະສືບຕໍ່ຂະຫຍາຍການຊ່ວຍເຫຼືອຂອງພວກເຮົາ ໃຫ້ແກ່ ສປປ ລາວ ເນື່ອງຈາກວ່າ ພວກເຮົາກໍາລັງເຮັດວຽກຮ່ວມກັນກັບທົ່ວໂລກເພື່ອໂຕ້ຕອບກັບພະຍາດ COVID-19. ຄຽງຄູ່ກັບການປະ ກາດທືນຊ່ວຍເຫຼືອທີ່ຈະມອບໃຫ້ໂດຍສູນຄວບຄຸມ ແລະ ປ້ອງກັນພະຍາດ ຂອງສະຫະລັດອາເມຣິກາ (USCDC) ໃນຄັ້ງນີ້, ພວກເຮົາສາມາດເວົ້າໄດ້ວ່າ ສະຫະລັດອາເມຣິກາໄດ້ເພີ່ມທະວີຄວາມຊ່ວຍເຫຼືອຂອງຕົນ ທີ່ກ່ຽວຂ້ອງກັບ ພະຍາດໂຄວິດ-19 ໃຫ້ແກ່ ລັດຖະບານລາວ ຫຼາຍກ່ວາສອງເທົ່າ ຈົນເຖິງປັດຈຸບັນ.
ການຊ່ວຍເຫຼືອຫຼ້າສຸດນີ້ແມ່ນສ່ວນໜຶ່ງຂອງແຜນການຮ່ວມມືທາງດ້ານສາທາລະນະສຸກໃນໄລຍະຍາວ ຂອງ ສະຫະລັດອາເມຣິກາ ໃນ ສປປ ລາວ. ໃນຖານະທີ່ເປັນສ່ວນໜຶ່ງຂອງຄວາມພະຍາຍາມນີ້, ສູນຄວບຄຸມ ແລະ ປ້ອງກັນພະຍາດ ຂອງສະຫະລັດອາເມຣິກາ (USCDC) ໄດ້ໃຫ້ການສະໜັບສະໜູນແກ່ ສປປ ລາວ ມາແຕ່ປີ 2006 ໂດຍໃຫ້ຄວາມຊ່ວຍເຫຼືອແກ່ ກະຊວງສາທາ ລະນະສຸກ ໃນການກຽມຄວາມພ້ອມ ແລະ ຮັບມືກັບການລະບາດຂອງພະຍາດໃນໄລຍະຜ່ານມາ ເຊັ່ນ ພະຍາດໄຂ້ຫວັດສັດປີກ ແລະ ໄຂ້ຫວັດໃຫຍ່, ແລະ ໃນເວລານີ້ ກໍ່ຄືການລະບາດຂອງພະຍາດ COVID-19. ການຊ່ວຍເຫຼືອຕ່າງໆສາມາດສະຫຼຸບໄດ້ດັ່ງນີ້:
- 11 ປີ ໃນການຝຶກອົບຮົມນັກລະບາດວິທະຍາ (disease detectives) ໃນຫຼັກສູດຝຶກອົບຮົມການລະບາດວິທະຍາພາກສະໜາມ (FET) ເພື່ອຮັບປະກັນວ່າ ພວກເຂົາມີທັກສະຄວາມສາມາດຢ່າງພຽງພໍເພື່ອດໍາເນີນການເກັບລວບລວມ, ວິເຄາະ ແລະ ແປຜົນຂໍ້ມູນ ແລະ ປະກອບສ່ວນ, ສະໜັບສະໜູນຂໍ້ມູນຈຳເປັນພື້ນຖານໃຫ້ແກ່ການການຕັດສິນໃຈຂອງການນຳສາທາລະນະສຸກ.
- ສະໜັບສະໜູນການພັດທະນາ ສູນປະຕິບັດງານ ເຫດການສຸກເສີນທາງດ້ານສາທາລະນະສຸກ (PHEOC); ໂດຍການເຮັດວຽກຮ່ວມກັບກະຊວງສາທາລະນະສຸກ ເພື່ອສ້າງຕັ້ງສູນປະຕິບັດການສຸກເສີນທາງດ້ານສາທາລະນະສຸກ ທີ່ເປັນໜ່ວຍປະຕິບັດງານຂັ້ນສູງ ແລະ ດໍາເນີນການໃນຖານະທີ່ເປັນ “ຫ້ອງຄວບຄຸມ” ການຕອບໂຕ້ພະຍາດ COVID-19.
- ໃຫ້ການຊ່ວຍເຫຼືອທາງດ້ານວິຊາການ ກ່ຽວກັບການປະຕິບັດງານໃນຫ້ອງວິເຄາະ, ການປ້ອງກັນ ແລະ ຄວບຄຸມການຕິດເຊື້ອ, ການກວດຄັດກອງໃນຈຸດດ່ານຂາເຂົ້າ, ການມີສ່ວນຮ່ວມຂອງຊຸມຊົນ ແລະ ການຕິດຕາມເຝົ້າລະວັງພະຍາດ.
- ສະໜັບສະໜູນການພັດທະນາຄວາມຍືນຍົງຂອງແຜນງານແຫ່ງຊາດດ້ານການໃຫ້ວັກຊີນກັນພະຍາດໄຂ້ຫວັດໃຫຍ່.
“ກະຊວງສາທາລະນະສຸກຂອງ ສປປ ລາວ ແມ່ນຄູ່ຮ່ວມງານທີ່ໂດດເດັ່ນຂອງ ສູນຄວບຄຸມ ແລະ ປ້ອງກັນພະຍາດຂອງສະຫະລັດອາເມຣິກາ (USCDC) ໂດຍສະເພາະໃນການສືບຕໍ່ຮ່ວມມືຂອງພວກເຮົາກ່ຽວກັບ ຄວາມໝັ້ນຄົງທາງດ້ານສຸຂະພາບໃນທົ່ວໂລກ ແລະ ເຊື້ອເອຈ໌ໄອວີ/ພະຍາດເອດສ໌ (HIV/AIDS)” ຜູ້ອໍານວຍການແຜນການ USCDC-Laos, ດຣ ຈອນ ແມັກອາເທີ (Dr. John MacArthur) ກ່າວເສີມ.
ເງິນທຶນຊ່ວຍເຫຼືອເພີ່ມທີ່ສະໜອງໃຫ້ໂດຍ USCDC ຈະປະກອບເພີ້ມເຂົ້າກັບການສະໜອງອຸປະກອນການແພດ, ເຄື່ອງໃຊ້ສອຍ ແລະ ການຝຶກອົບຮົມທີ່ສະໜອງໃຫ້ໂດຍ
ອົງການຊ່ວຍເຫຼືອເພື່ອການພັດທະນາສາກົນຂອງສະຫະລັດອາເມຣິກາ (USAID) ແລະ USCDC ແກ່ ກະຊວງສາທາລະນະສຸກ ໃນຕົ້ນເດືອນກຸມພາທີ່ຜ່ານມາ. ການຊ່ວຍເຫຼືອດັ່ງກ່າວ ຖືກຕິດຕາມດ້ວຍ ການປະກາດໃນເດືອນມີນາ ກ່ຽວກັບການໃຫ້ເງິນທຶນຊ່ວຍເຫຼືອ ຈໍານວນເກືອບ $2 ລ້ານ ໂດລາ ຊຶ່ງຢູ່ໃນຮ່ວງເງິນທຶນຊ່ວຍເຫຼືອຂອງ USAID ສໍາລັບ ອົງການອະນາໄມໂລກ (WHO), ອົງການ UNICEF, ແລະ ອົງການຊ່ວຍເຫຼືອເດັກ (Save the Children) ທີ່ປະຕິບັດງານໃນ ສປປ ລາວ ເພື່ອຂະຫຍາຍວຽກງານໂຄງການສາທາລະນະສຸກ ທີ່ກ່ຽວຂ້ອງກັບການສະກັດກັ້ນການລະບາດຂອງພະຍາດ COVID-19.
ເປົ້າໝາຍຂອງການຕອບສະໜອງທາງດ້ານສຸຂະພາບໃນທົ່ວໂລກຂອງສູນສູນຄວບຄຸມ ແລະ ປ້ອງກັນພະຍາດ (CDC) ແມ່ນ ຈໍາກັດການແຜ່ເຊື່ອ COVID-19 ຈາກຄົນສູ່ຄົນ, ສະກັດກັ້ນການແຜ່ລະບາດ, ແລະ ຫຼຸດຜ່ອນຜົນກະທົບຂອງພະຍາດ COVID-19 ໃນທົ່ວໂລກ ຜ່ານການເຮັດວຽກຮ່ວມກັບບັນດາໜ່ວຍງານຫຼັກຂອງລັດຖະບານ ແລະ ຄູຮ່ວມງານຈາກອົງການຈັດຕັ້ງທີ່ບໍ່ສັງກັດລັດ ເພື່ອຫຼຸດຜ່ອນຄວາມສ່ຽງ ແລະ ຊ່ອງຫວ່າງໃນການກຽມຄວາມພ້ອມ. ເງິນທຶນຊ່ວຍເຫຼືອທີ່ຖືກປະກາດໃນມື້ນີ້ແມ່ນມາຈາກ ເງິນຈໍານວນ $300 ລ້ານ ທີ່ຖືກອະນຸມັດສໍາລັບ ການຕອບໂຕ້ພະຍາດ COVID-19 ໃນທົ່ວໂລກ ຂອງສູນສູນຄວບຄຸມ ແລະ ປ້ອງກັນພະຍາດຂອງສະຫະລັດອາເມຣິກາ.
ໃນ ສປປ ລາວ, ສະຫະລັດອາເມຣິກາ ໄດ້ເຮັດວຽກຢ່າງໄກ້ສິດຮ່ວມກັບ ລັດຖະບານ ແລະ ປະຊາຊົນລາວ ໃນຫຼາຍໂຄງການ ເພື່ອປັບປຸງຜົນໄດ້ຮັບທາງດ້ານສາທາລະນະສຸກ. ບັນດາໂຄງການເຫຼົ່ານີ້ລວມມີ ຄວາມພະຍາຍາມໃນໄລຍະຍາວເພື່ອປັບປຸງທາງດ້ານໂພຊະນາການ, ເສີມສ້າງຄວາມເຂັ້ມແຂງທາງດ້ານສຸຂະພາບແມ່ ແລະ ເດັກ ແລະ ວຽກງານປ້ອງກັນການແຜ່ລະບາດຂອງພະຍາດຕິດຕໍ່.
ສໍາລັບຂໍ້ມູນລະອຽດເພີ້ມກ່ຽວກັບພະຍາດ COVID-19, ກະລຸນາເຂົ້າເບິ່ງໄດ້ທີ່: https://www.cdc.gov/covid19