ສ. ອາເມລິກາ ປະກາດເພີ່ມທຶນຊ່ວຍເຫຼືອ ມູນຄ່າເກືອບ 2 ລ້ານໂດລາໃຫ້ແກ່ ສປປ ລາວ 
ເພື່ອຮັບມືກັບ ພະຍາດ ໂຄວິດ-19

ນະຄອນຫຼວງວຽງຈັນ, ສປປ ລາວທ່ານ ປອ. ປີເຕີ ເຮມ໋ອນ ເອກອັກຄະລັດຖະທູດສະຫະລັດອາເມລິກາປະຈຳ ສປປ ລາວ ໄດ້ປະກາດເພີ່ມທຶນຊ່ວຍເຫຼືອ ມູນຄ່າເກືອບ 2 ລ້ານໂດລາສະຫະລັດ ຈາກອົງການພັດທະນາສາກົນປະເທດສະຫະລັດອາເມລິກາ ຫຼື USAID ໃຫ້ແກ່ ສປປ ລາວ ເພື່ອຮັບໃຊ້ເຂົ້າໃນການ ໂຕ້ຕອບກັບການລະບາດຂອງພະຍາດ ໂຄວິດ-19 ຫຼື coronavirus. ທ່ານທູດ ເຮມ໋ອນ ໄດ້ປະກາດໃນຂະນະທີ່ຂຶ້ນກ່າວຄໍາປາໄສ ໃນກອງປະຊຸມຝຶກຊ້ອມເຫດການຈຳລອງ ເພື່ອກຽມການໂຕ້ຕອບການລະບາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ (COVID -19) ໂດຍການສະໜັບສະໜູນໂດຍ ສ. ອາເມລິກາ ເພື່ອກຽມຄວາມພ້ອມໃຫ້ເຈົ້າໜ້າທີ່ສາທາລະນະສຸກ ແລະ ລັດຖະບານ ສປປ ລາວ ໃນການກຽມຄວາມພ້ອມຮັບມືກັບການລະບາດຂອງພະບາດໂຄວິດ-19. ໃນວັນທີ 13 ມີນາ ທີ່ຜ່ານມາ, ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ພ້ອມດ້ວຍ ເຈົ້າໜ້າທີ່ທາງພາກລັດຈາກ 12 ກະຊວງ ແລະ ຜູ້ນໍາຈາກບັນດາອົງການຕ່າງໆຂອງສະຫະປະຊາຊາດ ໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ ເຊິ່ງສະໜັບສະ ໜູນໂດຍອົງການ USCDC ແລະ DTRA.

ທ່ານທູດ ເຮມ໋ອນ ກ່າວວ່າ: ສະຫະລັດອາເມລິກາ ກຳລັງສະໜັບສະໜູນ ສປປ ລາວ ເພື່ອກຽມພ້ອມ ແລະ ປ້ອງກັນການລະບາດຂອງພະຍາດລະບາດຕ່າງໆ, ລວມທັງ ໂຄວິດ-19. ກອງປະຊຸມໃນມື້ນີ້ເຊິ່ງໄດ້ຮັບການສະໜັບສະໜູນຈາກ USCDC ແລະ ທຶນຊ່ວຍເຫຼືອໃໝ່ ເກືອບ 2 ລ້ານໂດລາຈາກ USAID ນີ້ ຈະເປັນສ່ວນໜຶ່ງເພີ່ມເຕີມເຂົ້າໃນການຊ່ວຍເຫຼືອຂອງ ສ. ອາເມລິກາ ນັບຕັ້ງແຕ່ປີ 2006 ເປັນຕົ້ນມາ ເຊິ່ງລວມມີການຝຶກອົບຮົມເພີີ່ມຄວາມອາດສາມາດໃຫ້ແກ່ເຈົ້າໜ້າທີ່ສາທາລະນະສຸກ ເພື່ອສົ່ງເສີມສຸຂະພາບທີ່ດີຂອງປະຊາຊົນລາວບັນດາເຜົ່າ.

ອົງການ USAID ຈະມອບທຶນຊ່ວຍເຫຼືອໃໝ່ດັ່ງກ່າວໃຫ້ແກ່ຄູ່ຮ່ວມງານເຊັ່ນ: ອົງການອະນາໄມໂລກ, ອົງການຊ່ວຍເຫຼືອເດັກສາກົນ ແລະ ອົງການຢູ່ນິເຊບ. ທຶນດັ່ງກ່າວຈະຊ່ວຍເຫຼືອ ສປປ ລາວ ກະກຽມຫ້ອງທົດລອງຂອງພວກເຂົາເພື່ອການກວດຫາຜູ້ຕິດເຊື້ອຂະໜາດໃຫຍ່, ຈັດຕັ້ງປະຕິບັດແຜນສຸຂະພາບສຸກເສີນໃຫ້ກັບຈຸດຕ່າງໆ, ຝຶກອົບຮົມ, ສ້າງຄວາມອາດສາມາດໃຫ້ແກ່ທີມຮັບມືແບບທັນທີ, ກວດຫາຜູ້ຕິດເຊື້ອ ແລະ ດັດປັບອຸປະກອນຝຶກອົບຮົມກ່ຽວກັບ ໂຄວິດ-19 ໃຫ້ແກ່ເຈົ້າໜ້າທີ່ສາທາລະນະສຸກ.

ການຝຶກອົບຮົມໃນຄັ້ງວັນທີ 13 ມີນາ ທີ່ນະຄອນຫຼວງວຽງຈັນ ໄດ້ຮັບການສະໜັບສະໜູນໂດຍອົງການ USCDC ແລະ DTRA, ເຊິ່ງ 2 ອົງການດັ່ງກ່າວ ໄດ້ໃຫ້ການສະໜັບສະໜູນວຽກງານຄວາມໝັ້ນຄົງທາງດ້ານສາທາລະນະສຸກມາເປັນເວລາຫຼາຍກ່ວາ 10 ປີ ໃນ ສປປ ລາວ. ໃນກອງປະຊຸມດັ່ງກ່າວ, ອົງການ USCDC ເຮັດວຽກຮ່ວມກັບ ອົງການອະນາໄມໂລກ ໄດ້ໃຫ້ຄຳແນະນຳທາງວິຊາການ ໃນການເຮັດໃຫ້ການລະບາດຊ້າລົງ, ອຳນວຍຄວາມສະດວກໃນການສົນທະນາດ້ານການໃຫ້ຄຳສັ່ງ ແລະ ຄວບຄຸມ, ຍຸດທະສາດການກວດຫາຜູ້ຕິດເຊື້ອຕາມແຕ່ລະໄລຍະຂອງການລະບາດ.

. ອາເມລິກາ ໄດ້ສືບຕໍ່ຮ່ວມມືກັບລັດຖະບານ ສປປ ລາວ ເພື່ອຈັດຕັ້ງການຝຶກອົບຮົມໃຫ້ແກ່ ເຈົ້າໜ້າທີ່ສາທາລະນະສຸກ ນັບຫຼາຍພັນຄົນ ບໍ່ວ່າຈະເປັນທາງສູນກາງກໍ່ຄືທ້ອງຖິ່ນນັບຕັ້ງແຕ່ປີ 2006. ໃນຕົ້ນເດືອນ ກຸມພາ, ອົງການ USAID ໄດ້ມອບຊຸດເຄື່ອງປ້ອງກັນຕົນເອງໃຫ້ແກ່ ກະຊວງສາທາລະນະສຸກ ເພື່ອປ້ອງກັນການລະບາດຂອງພະຍາດ ໂຄວິດ-19. ອາທິດຕໍ່ມາ, USCDC ກໍໄດ້ຈັດການຝຶກອົບຮົມກ່ຽວກັບການນໍາໃຊ້ອຸປະກອນດັ່ງກ່າວ.

ໃນທົ່ວ ສປປ ລາວ, ສະຫະລັດອາເມລິກາ ໄດ້ເຮັດວຽກຢ່າງໃກ້ຊິດກັບ ລັດຖະບານ ແລະ ປະຊາຊົນລາວ ໃນວຽກງານສາທາລະນະສຸກຫຼາຍຂະແໜງການເຊັ່ນ: ການພັດທະນາວຽກງານທາງໂພສະນາການ, ແມ່ ແລະ ເດັກ ແລະ ການປ້ອງກັນການລະບາດຂອງພະຍາດລະບາດຕ່າງໆ.

ສາມາດຫາຂໍ້ມູນເພີ່ມເຕີມກ່ຽວກັບ COVID-19 ໄດ້ທີ່: https://www.cdc.gov/coronavirus/2019-ncov/index.html ແລະ https://www.usaid.gov/coronavirus-covid-19