Flag

An official website of the United States government

ສະຫະລັດອາເມລິກາໄດ້ມອບທຶນເພີ່ມຊ່ວຍການພັດທະນາກະສິກໍາໃນ ສປປ ລາວ
13 ບົດອ່ານໜຶ່ງນາທີ
ເດືອນມັງກອນ 4, 2021

ະຄອນຫຼວງວຽງຈັນ, ສປປ ລາວໃນວັນທີ10ເດືອນທັນວາທີ່ຜ່ານມາ ສະຫະລັດອາເມລິກາໄດ້ມອບທຶນຈໍານວນ 73,000 ໂດລາໃຫ້ແກ່ສະມາຄົມມັນຕົ້ນລາວ (LCA)ໂດຍຜ່ານໂຄງການສ້າງຄວາມເຊື່ອມໂຍງກັບເຄືອຂ່າຍກະສິກໍາ (CLEAN) ຂອງກະຊວງກະສິກໍາຂອງສະຫະລັດອາເມລິກາ (USDA). ທຶນດັ່ງກ່າວຍັງຈະໄດ້ປະກອບສ່ວນເຂົ້າໃນການຝຶກອົບຮົມທາງດ້ານເຕັກນິກໃຫ້ແກ່ສະມາຊິກ ຂອງສະມາຄົມ (LCAຈໍານວນ 8,000ຄົນ ຢູ່ທີ່ແຂວງສາລະວັນ ເພື່ອເປັນການປະກອບສ່ວນເຂົ້າໃນການພັດທະນາລະບົບແນວພັນມັນຕົ້ນໃຫ້ມີຄວາມຍືນຍົງສາມາດນໍາໄປສູ່ຄຸນພາບຂອງຜົນລະປູກ ແລະ ຜົນພະລິດທີ່ມີຄຸນນະພາບສູງ.   ໃນງານດັ່ງກ່າວແມ່ນມີຜູ້ເຂົ້າຮ່ວມຫລາຍກວ່າ 50 ທ່ານລວມທັງເຈົ້າຫນ້າທີ່ຕາງຫນ້າຈາກ ກະຊວງກະສິກໍາ ແລະ ປ່າໄມ້ເຈົ້າແຂວງສາລະວັນ, ຕາງຫນ້າຈາກສະຖາບັນຄົ້ນຄວ້າກະສິກຳປ່າໄມ້ ແລະ ພັດທະນາຊົນນະບົດ (NAFRI) ແລະ ມາຈາກ (CIAT). ທຶນທີ່ໄດ້ມອບໃຫ້ຫລ້າສຸດນີ້ແມ່ນເປັນສ່ວນຫນຶ່ງຂອງຈໍານວນ 9ລ້ານໂດລ່າເຊິ່ງເປັນຄວາມໝາຍໝັ້ນຂອງລັດຖະບານສະຫະລັດອາເມລິກາໃນການຊ່ວຍໃຫ້ ສປປ ລາວເພື່ອການຈະພັດທະນາຂະແໜງກະສິກໍາໃນຕໍ່ຫນ້າ.

ໂຄງການ(CLEAN) ແມ່ນໄດ້ຮັບການຈັດຕັ້ງປະຕິບັດໂດຍ ອົງການວິນຣັອກສາກົນ ໂດຍການຮ່ວມມືກັບ ກະຊວງກະສິກໍາ ແລະ ປ່າໄມ້ໃນປີ 2019 ໂຄງການ (CLEAN) ຍັງໄດ້ຈັດງານຝຶກອົບຮົມກ່ຽວກັບມັນຕົ້ນເປັນຄັ້ງທໍາອິດຢູ່ທີ່ແຂວງສາລະວັນ ໂດຍສຸມໃສ່ການເພີ່ມຜົນພະລິດມັນຕົ້ນຄຸນນະພາບ ແລະ ຄວາມເປັນໄປໄດ້ໃນການຂະຫຍາຍຕະຫຼາດ.

ຫົວຫນ້າໂຄງການ CLEAN ທ່ານ Alex Dahan ໄດ້ກ່າວວ່າມື້ນີ້ພວກເຮົາໄດ້ລົງມືເຮັດຕາມຄວາມໝາຍໝັ້ນຕໍ່ອຸດສາຫະກຳມັນຕົ້ນ ທີ່ມີທ່າແຮງການຂອງສົ່ງອອກປະມານ 200ລ້ານ ໂດລ່າ ຂອງອຸດສາຫະກຳການສົ່ງອອກ ໃນ ສປປ ລາວເພື່ອທີ່ຈະໄດ້ເຮັດໃຫ້ມີການເຕີບໂຕຢ່າງຕໍ່ເນື່ອງໃນຄະນະດຽວກັນພ້ອມທັງຮັບປະກັນວ່າການນຳໃຊ້ເທັກໂນໂລຢີທີ່ທັນສະ

ໄໝຍັງເປັນການຊ່ວຍໃຫ້ຊາວກະຊິກອນສາມາດຮັກສາຄຸນພາບຂອງຜົນລະປູກ ແລະ ຜົນພະລິດທີ່ມີຄຸນນະພາບສູງ.   

ລະບົບການຮັກສາແນວພັນໃຫມ່ຍັງເປັນການຊ່ວຍເພີ່ມໃຫ້ຊາວກະສິກອນໃນການເຂົ້າເຖິງຄຸນນະພາບທີ່ສູງ, ແນວພັນທີ່ດີພ້ອມທັງຊ່ວຍເຂົ້າໃນການເກັບມ້ຽນມັນຕົ້ນຕື່ມອີກ.  ທຶນການຊ່ວຍເຫຼືອຄັ້ງນີ້ຍັງເປັນການສ້າງຄວາມໝັ້ນໃຈໃຫ້ແກ່ຜູ້ຊື້ຈາກຕ່າງປະເທດທີ່ກຳລັງຊອກຫາຊື້ມັນຕົ້ນຈາກ ສປປ ລາວ ແລະ ໃນຄະນະດຽວກັນຍັງເປັນການໃຫ້ການຈະຊ່ວຍໃຫ້ຊາວກະສິກອນທາງດ້ານເຕັກນິກເພື່ອພັດທະນາໃຫ້ມີຄວາມຍືນຍົງຂອງຜົນພະລິດ ແລະ ຄວາມອາດສາມາດໃນການແຂ່ງຂັນ ແລະ ຍັງເປັນການສ້າງລາຍໄດ້ທີ່ໝັ້ນຄົງ ແລະ ສູງຂື້ນ.   

ທຶນການຊ່ວຍເຫຼືອໃນຄັ້ງນີ້ແມ່ນເປັນການສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນ ຂອງປະຊາຊົນ ສະຫະລັດອາເມລິກາ ໃນການປະກອບສ່ວນຊ່ວຍໃຫ້ ສປປ ລາວ ບັນລຸງເປົ້າໝາຍການພັດທະນາ. USDA, ພາຍໃຕ້ ໂຄງການ Food for Progress program (FFPr) ໄດ້ໃຫ້ທຶນຈຳນວນ 9 ລ້ານໂດລາສະຫະລັດ ແກ່ ອົງການວິນຣັອກສາກົນ ເພື່ອຈັດຕັ້ງປະຕິບັດ ໂຄງການ (CLEAN)ນອກຈາກໂຄງການ (CLEAN) ແລ້ວ, ສະຫະລັດອາເມລິການ ໂດຍຜ່ານ USDA ແມ່ນໄດ້ໃຫ້ການຊ່ວຍເຫຼືອໂຄງການອາຫານທ່ຽງໃນ ສປປ ລາວນັບຕັ້ງແຕ່ປີ 2006 ພາຍໄຕ້ໂຄງການ McGovern-Dole Program ເຊິ່ງໄດ້ປະກອບສ່ວນອາຫານທ່ຽງໃນແຕ່ລະວັນສຳລັບໂຮງຮຽນ ປະຖົມຫຼາຍກວ່າ 700 ໂຮງຮຽນ ທົ່ວ 6 ແຂວງ