ໃນວັນທີ 6 ກໍລະກົດ 2017, ສະຫະລັດອາເມລິກາ ໄດ້ຈັດງານລ້ຽງສະເຫຼີມສະຫຼອງ ວັນປະກາດເອກະລາດຄົບຮອບ 241 ປີ ຂື້ນທີ່ສະຖານທູດສະຫະລັດອາເມລິກາ ທີ່ນະຄອນຫຼວງວຽງຈັນ. ເປັດກຽດເຂົ້າຮ່ວມງານທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ທ່ານ ແສງເພັດ ຮຸ່ງບຸນຍວງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕາງໜ້າຢ່າງເປັນທາງການໃຫ້ແກ່ລັດຖະບານແຫ່ງ ສປປ ລາວ. ມີບັນດາແຂກຫຼາຍກວ່າ 300ທ່ານ ລວມທັງເຈົ້າໜ້າທີ່ອາວຸໂສຝ່າຍລາວ, ທ່ານເອກອັກຄະລັດຖະທູດ ແລະ ນັກການທູດ ທີ່ປະຈຳຢູ່ ສປປ ລາວ, ບັນດານັກທຸລະກິດ ຮ່ວມກັບພະນັກງານຈາກສະຖານທູດກໍ່ໄດ້ເປັນກຽດເຂົ້າຮ່ວມໃນງານຄັ້ງນີ້.
ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳ ສປປ ລາວ ທ່ານ ຣີນາ ບິດເຕີ ໄດ້ເນັ້ນໃຫ້ເຫັນຜົນສຳເລັດອັນສຳຄັນທີ່ ສະຫະລັດອາເມລິກາ ແລະ ສປປ ລາວ ໄດ້ພ້ອມກັນຍາດມາໄດ້ນັບຕັ້ງແຕ່ການມາຢ້ຽມຢາມ ສປປ ລາວ ຂອງອະດີດ ປະທານາທິບໍດີ ໂອບາມາ ໃນປີທີຜ່ານມາ. ທ່ານ ຣີນາ ບິດເຕີໄດ້ກ່າວວ່າ: ໃນໄລຍະຂອງການຢ້ຽມຢາມຄັ້ງປະຫວັດສາດ, ປະທານປະເທດຂອງພວກເຮົາໄດ້ລົງນາມເຊັນສັນຍາວ່າດ້ວຍການຮ່ວມມືແບບກວມລວມເພື່ອຢັ້ງຢືນເຖີງຄວາມໝາຍໝັ້ນຕໍ່ການຮັດແໜ້ນຂອງການຮ່ວມມືໃນຫຼາຍຂະແໜງການເຊັ່ນ: ດ້ານໂພສະນາການ, ດ້ານສຸຂະພາບ, ດ້ານການສຶກສາ ແລະ ດ້ານການຄ້າ. ທີ່ເດັ່ນທີ່ສຸດແມ່ນ, ສະຫະລັດອາເມລິກາໄດ້ຂະຫຍາຍການຊ່ວຍເຫຼືອຕໍ່ວຽກງານການເກັບກູ້ລະເບີດທີ່ບໍ່ທັນແຕກເພື່ອສະແດງໃຫ້ໂລກຮັບຮູ້ວ່າປະຫວັດສາດແຫ່ງຄວາມເຈັບປວດໄດ້ເປີດໂອກາດໃຫ້ມີການແປງປັນອະນາຄົດຮ່ວມກັນເພື່ອໃຫ້ເກີດປະໂຫຍດຂອງປະຊາຊົນທັງສອງຊາດ.
ທ່ານເອກອັກຄະລັດຖະທູດ ບິດເຕີ ໄດ້ກ່າວເຖີງການຕ້ອນຮັບອັນອົບອຸ່ນທີ່ທ່ານໄດ້ຮັບນັບຕັ້ງແຕ່ທ່ານໄດ້ມາປະຕິບັດຫນ້າທີ່ຢູ່ ສປປ ລາວວ່າ: ຂ້າພະເຈົ້າຂໍສະແດງຄວາມຂອບໃຈຕໍ່ກັບການຕ້ອນຮັບອັນອົບອຸ່ນທີ່ຂ້າພະເຈົ້າໄດ້ຮັບນັບຕັ້ງແຕ່ຂ້າພະເຈົ້າມາເຖິງ ສປປ ລາວ ໃນເດືອນພະຈິກທີ່ຜ່ານມາ. ຂ້າພະເຈົ້າຮູ້ສຶກດີໃຈເປັນຢ່າງຍິ່ງທີ່ໄດ້ເດີນທາງມາປະຕິບັດຫນ້າທີ່ຢູ່ ສປປ ລາວ ແລະ ໄດ້ສຳພັດກັບຄວາມງົດງາມ ແລະ ຄວາມອົບອຸ່ນຂອງປະຊາຊົນລາວ. ຂ້າພະເຈົ້າຫວັງຢ່າງຍິ່ງໃນການສືບຕໍ່ບົນເສັ້ນທາງຂອງການຮ່ວມມື ແລະ ມິດຕະພາບຂອງພວກເຮົາ. ສະຫະລັດອາເມລິກາ ແລະ ສປປ ລາວ ມີສາຍພົວພັນທີ່ເຂັ້ມແຂງເຕີບໃຫຍ່ຂະຫຍາຍຕົວ ແລະ ມີອະນາຄົດອັນສົດໃສໃນຕໍ່ຫນ້າ.
ການສະເຫຼີມສະຫຼອງວັນຊາດວັນທີ 4 ເດືອນກໍລະກົດ ແມ່ນເພື່ອລະະລຶກເຖິງການປະກາດເອກກະລາດຢ່າງເປັນທາງການຂອງ ສະຫະລັດອາເມລິກາ ໃນວັນທີ 4 ກໍລະກົດ 1776. ປະຊາຊົນ ສະຫະລັດອາເມລິກາໄດ້ສະເຫຼີມສະຫຼອງ ວັນປະຫວັດສາດ ແລະ ເສລີພາບ ໂດຍການຍິງບັ້ງໄຟດອກສູ່ທ້ອງຟ້າ ຢ່າງສວຍງາມ, ເດີນສວນສະໜາມ ແລະ ຈັດງານລ້ຽງສະຫຼອງຕ່າງໆໃນຊຸມຊົນ.