Flag

An official website of the United States government

ສະຫະລັດອາເມລິກາ ສຶບຕໍ່ໃຫ້ທຶນຊ່ວຍເຫຼືອການເກັບກູ້ລະເບີດບໍ່ທັນແຕກ ທີ່ແຂວງຊຽງຂວາງ
1 ບົດອ່ານໜຶ່ງນາທີ
ເດືອນກໍລະກົດ 4, 2017

ໃນວັນສຸກທີ່ຜ່ານມາ, ເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈຳ ສປປ ລາວ ທ່ານ ຣີນາ ບິດເຕີ ໄດ້ໃຫ້ກຽດເຂົ້າຮ່ວມເປັນສັກຄີພິຍານ ໃນພິທີເຊັນສັນຍາ ບົດບັນທຶກລົງນາມຄວາມເຂົ້າໃຈລະຫວ່າງ ຄະນະຄຸ້ມຄອງແຫ່ງຊາດ ເພື່ອການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງໃນ ສປປ ລາວ (ຄຊກລ) ທ່ານ ພູຂຽວ ຈັນທະສົມບູນ ຫົວໜ້າຫ້ອງການ ຄຊກລ ແລະ ທ່ານນາງ Blossum Gilmour ຫົວຫນ້າອົງການ​ເກັບ​ກູ້​ລະ​ເບີດແມັກ ປະ​ຈໍາ ສປປ ລາວ. ພິທີດັ່ງກ່າວຈັດຂຶ້ນທີ່ຫ້ອງການ ຄຊກລ, ນະຄອນຫລວງວຽງຈັນ ເຊິ່ງມີຜູ້ຕາງໜ້າເຂົ້າຮ່ວມຈາກກະຊວງການຕ່າງປະເທດ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມທັງອຳນາດການປົກຄອງທ້ອງຖິ່ນຂອງແຂວງຊຽງຂວາງ ກໍ່ໄດ້ເຂົ້າຮ່ວມງານເຊັນບົດບັນທຶກດັ່ງກ່າວ.

ລັດຖະບານສະຫະລັດອາເມລິກາ ໄດ້ມອບທຶນການຊ່ວຍເຫຼືອແກ່ ອົງການເກັບ​ກູ້​ລະ​ເບີດແມັກ ປະ​ຈໍາ ສປປ ລາວ ເພື່ອໃຊ້ເຂົ້າໃນການສຳຫຼວດ ແລະ ການເກັບກູ້ລະເບີດບໍ່ທັນແຕກ (UXO) ໃນສາມຕົວເມືອງເປົ້າໝາຍທີ່ແຂວງຊຽງຂວາງ. ທຶນດັ່ງກ່າວຈະຖືກໃຊ້ເຂົ້າໃນການສໍາຫຼວດທີ່ບໍ່ເປັນວິຊາການເຊິ່ງກວມເອົາ 94 ໝູ່ບ້ານ ແລະ ການສໍາຫຼວດທາງດ້ານວິຊາການເຊິ່ງກວມເອົາເນື້ອທີ່ປະມານ 46,860,000 ຕາແມັດ. ທຶນດັ່ງກ່າວຍັງຈະໄດ້ໃຊ້ເຂົ້າໃນການເກັບກູ້ລະເບີດບໍ່ທັນແຕກໃນເນື້ອທີ່ຫຼາຍກວ່າ 3,408,000ຕາແມັດ ໃນເຂດເມືອງ ໜອງແຮດ, ເມືອງຄູນ ແລະ ເມືອງ ຜະໄຊ.

ທ່ານ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ຣີນາ ບິດເຕີ ໄດ້ກ່າວໃນພິທີເຊັນສັນຍາວ່າ: ການມອບທຶນການຊ່ວຍເຫຼືອ ແມ່ນເປັນການປະກອບສ່ວນເຂົ້າໃນການພັດທະນາ ສປປ ລາວ. ນີ້ບໍ່ແມ່ນພຽງແຕ່ເພື່ອຮັບປະກັນຄວາມປອດໄພໃຫ້ແກ່ປະຊາຊົນໃນຊຸມຊົນທີ່ຫ່າງໄກສອກຫຼິກເທົ່ານັ້ນ, ແຕ່ຍັງເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດໃນເຂດຫ່າງໄກສອກຫຼີກຢູ່ ສປປ ລາວ. ທ່ານເອກອັກຄະລັດຖະທູດ ໄດ້ກ່າວອີກວ່າ:  ແຂວງຊຽງຂວາງ ເປັນແຂວງໜຶ່ງທີ່ໄດ້ຮັບຜົນກະທົບຈາກລະເບີດທີ່ຍັງບໍ່ທັນແຕກ ແລະ ປະຊາຊົນ ອາເມລິກາ ມີຄວາມພາກພູມໃຈໃນການໃຫ້ການສະໜັບສະໜູນ (ຄຊກລ) ໃນການເຮັດວຽກຮ່ວມກັບ ອົງການເກັບກູ້ລະເບີດ ແມັກ ໃນການເສີມສ້າງການພັດທະນາ.