ສ. ອາເມລິກາມອບອຸປະກອນເພີ່ມເພື່ອຊ່ວຍເຫຼືອ ສປປ ລາວ ຕໍ່ສູ້ກັບພະຍາດ ໂຄວິດ-19

ນະຄອນຫຼວງວຽງຈັນ, ສປປ ລາວ — ທ່ານ ປອ. ປີເຕີ ເຮມ໋ອນ ເອກອັກຄະລັດຖະທູດສະຫະລັດອາເມລິກາປະຈຳ ສປປ ລາວ ໄດ້ມອບອຸປະກອນທາງການແພດເພີ່ມອິກຈໍານວນນຶ່ງຈາກ ສ. ອາເມລິກາ ເພື່ອຊ່ວຍເຫຼືອ ສປປ ລາວ ຕໍ່ສູ້ກັບພະຍາດລະບາດ ໂຄວິດ-19. ທ່ານທູດ ເຮມ໋ອນ ໄດ້ມອບອຸປະກອນຈຳນວນດັ່ງກ່າວໃຫ້ແກ່ ທ່ານ ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ໃນພິທີມອບຮັບເຊິ່ງໄດ້ຈັດຂຶ້ນທີ່ນະຄອນຫຼວງວຽງຈັນ ຄັ້ງວັນທີ 26 ພຶດສະພາ. ອຸປະກອນທາງການແພດທີ່ໄດ້ມອບຮັບໃນຄັ້ງນີ້ລວມມີ: ນໍ້າຢາລ້ຽງເຊື້ອໄວຣັສ ສຳລັບເກັບຕົວຢ່າງ ສົ່ງຫ້ອງວິເຄາະ ຫຼື viral transport mediums (VTMs) ຈຳນວນໜື່ງເຊິ່ງສະໜອງໃຫ້ໂດຍ ອົງການ (Spirit of America)  ເຊິ່ງເປັນອົງການທາງການກຸສົນຂອງອາເມລິກາ, ເຄື່ອງກັ່ນຕອງອາກາດແບບພິເສດສຳລັບຫ້ອງທົດລອງ ຫຼື specialized laboratory air filters ແລະ ເຄື່ອງອົບຂ້າເຊື້ອ ຈຳນວນໜື່ງເຊິ່ງສະໜອງໃຫ້ໂດຍ ລັດຖະບານສະຫະລັດອາເມລິກາ ໂດຍຜ່ານ  ອົງການຫຼຸດຜ່ອນໄພຂົ່ມຄູ່ທາງດ້ານໄພພິບັດ ຫຼື Defense Threat Reduction Agency (DTRA) ແລະ ອຸປະກອນທົດລອງສຳລັບກວດຫາຜູ້ຕິດເຊື້ອເຊິ່ງລວມມີ ເຄື່ອງ RT-PCR ເຊິ່ງສະໜອງໂດຍ International Atomic Energy Agency (IAEA) ທີ່ໄດ້ຮັບທຶນຈາກ ສ. ອາເມລິກາ.

ທ່ານທູດ ເຮມ໋ອນ ກ່າວວ່າ: ຂ້າພະເຈົ້າພູມໃຈຫຼາຍທີ່ໄດ້ເປັນຜູ້ຕາງໜ້າໃຫ້ແກ່ ສ. ອາເມລິກາ ໃນຂະນະທີ່ພວກເຮົາເຮັດ ວຽກຢ່າງຄຽງບ່າຄຽງໄຫຼ່ເພື່ອຕໍ່ສູ້ກັບ ພະຍາດ COVID-19. ພິທີມອບຮັບໃນມື້ນີ້ແມ່ນເປັນການຊ່ວຍຄັ້ງຫຼ້າສຸດຈາກ ສ. ອາເມລິກາ ໃນຂະນະທີ່ ສປປ ລາວ ສືບຕໍ່ຮັບມືກັບ ພະຍາດ COVID-19 ນີ້. ໃນເດືອນກຸມພາທີ່ຜ່ານມາ, ພວກເຮົາເປັນປະເທດທຳອິດທີ່ໄດ້ໃຫ້ການຊ່ວຍເຫຼືອ ແລະ ພວກເຮົາຈະສືບຕໍ່ໄປເລື່ອຍໆ. ພວກເຮົາກຳລັງຕອບສະ ໜອງຕາມຄວາມຮຽກຮ້ອງຂອງລັດຖະບານລາວໃນການຮ່ວມກັນຮັບມືກັບພະຍາດທີ່ຮ້າຍແຮງດັ່ງກ່າວ.

ອຸປະກອນເຫຼົ່ານີ້ຈະນຳເຂົ້າໄປຮັບໃຊ້ໃນຫ້ອງທົດລອງຂອງລັດຖະບານ ສປປ ລາວ ເພື່ອຂະຫຍາຍການກວດຫາຜູ້ຕິດເຊື້ອໃຫ້ຫລາຍຂຶ້ນ, ໃນຂະນະທີ່ພວກເຂົາກໍາລັງສືບຫາ ແລະ ຕິດຕາມຜູ້ທີ່ໄດ້ພົບປະກັບຜູ້ຕິດເຊື້ອທີ່ຜ່ານມາ. ນໍ້າຢາລ້ຽງເຊື້ອໄວຣັສສຳລັບເກັບຕົວຢ່າງ ສົ່ງຫ້ອງວິເຄາະໄດ້ຮັບການຊ່ວຍເຫຼືອໂດຍ ອົງການ Spirit of America ເຊິ່ງເປັນອົງການທາງການກຸສົນເອກະຊົນ ຂອງອາເມລິກາ ທີ່ໃຫ້ການຊ່ວຍເຫຼືອບັນດາຄູ່ຮ່ວມງານສາກົນໃນຊ່ວງວິກິດ. ເຄື່ອງກັ່ນຕອງອາກາດແບບພິເສດສຳລັບຫ້ອງທົດລອງ ຫຼື specialized laboratory air filters ແລະ ເຄື່ອງອົບຂ້າເຊື້ອ ຈຳນວນໜື່ງເຊິ່ງສະໜອງໃຫ້ໂດຍ ລັດຖະບານສະຫະລັດ ອາເມລິກາ ໂດຍຜ່ານ ອົງການຫຼຸດຜ່ອນໄພຂົ່ມຄູ່ທາງດ້ານໄພພິບັດ ຫຼື DTRA ທີ່ໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ມາເປັນເວລາຫຼາຍປີໃນການຝືກອົບຮົມເພື່ອກະກຽມ ແລະ ຮັບມືກັບພະຍາດລະບາດຕ່າງໆໃນ ສປປ ລາວ. ອຸປະກອນທົດລອງສຳລັດກວດຫາຜູ້ຕິດເຊື້ອ ເຊິ່ງລວມມີ ເຄື່ອງ RT-PCR ເຊິ່ງສະໜອງໂດຍ International Atomic Energy Agency (IAEA) ທີ່ໄດ້ຮັບທຶນຈາກ ສ. ອາເມລິກາ.

ການຊ່ວຍເຫຼືອທາງດ້ານສາທາລະນະສຸກໃນຄັ້ງນີ້ ແມ່ນການຊ່ວຍເຫຼືອຄັ້ງຫຼ້າສຸດໃນການຮ່ວມມືສືບເນື່ອງລະຫວ່າງ ສ. ອາເມລິກາ ແລະ ສປປ ລາວ ທີ່ໄດ້ໃຫ້ການສະໜັບສະໜຸນການຝືກອົບຮົມໃຫ້ແກ່ບັນດາເຈົ້າໜ້າທີ່ສາທາລະນະສຸກ ຂັນສູງກາງ ແລະ ທ້ອງຖິ່ນນັບຕັ້ງແຕ່ປີ 2006 ເປັນຕົ້ນມາ. ໃນການຮັບມືກັບພະຍາດ COVID-19 ໃນເບື້ອງຕົ້ນ ອົງການພັດທະນາສາກົນປະເທດສະຫະລັດອາເມລິກາ ຫຼື USAID ໄດ້ມອບອຸປະກອນປ້ອງກັນຕົນເອງ ໃຫ້ແກ່ເຈົ້າໜ້າ ທີ່ສາທາລະນະສຸກ ແລະ ອົງການ USCDC ໄດ້ຈັດຝຶກອົບຮົມເພື່ອຮັບມືກັບພະຍາດ COVID-19 ໃນເດືອນກຸມພາ ທີ່ຜ່ານມາ. ຕໍ່ມາ USAID ກໍໄດ້ໃຫ້ທຶນຊ່ວຍເຫຼືອລ້າເພີ່ມເກືອບ 2 ລ້ານໂດລາ ໃຫ້ແກ່ອົງການອະນາໄມໂລກ, ອົງການ ຢູ່ນີເຊບ ແລະ ອົງການຊ່ວຍເຫຼືອເດັກ ເພື່ອນຳໄປໃຊ້ເຂົ້າໃນການຮັບມືກັບການລະບາດຂອງພະຍາດ COVID-19, ແລະ ອາທິດທີ່ຜ່ານມາໄດ້ປະກາດເພີ່ມທຶນຊ່ວຍເຫຼືອຈໍານວນ US$3.17 ລ້ານໂດລາ ສໍາລັບເງິນທຶນສະໜັບສະໜູນຮ່ວງໃໝ່ ໂດຍຜ່ານສູນຄວບຄຸມ ແລະ ປ້ອງກັນພະຍາດ ຂອງສະຫະລັດອາເມຣິກາ (USCDC).

ໃນທົ່ວ ສປປ ລາວ, ສ. ອາເມລິກາໄດ້ເຮັດວຽກຢ່າງໃກ້ຊິດກັບ ລັດຖະບານ ແລະ ປະຊາຊົນລາວ ໃນຫຼາຍຂະແໜງ ການເຊິ່ງລວມທັງວຽກງານສາທາລະນະສຸກ, ໃນນັ້ນລວມມີ: ການປັບປຸງວຽກງານຂະແໜງໂພສະນາການ, ແມ່ ແລະ ເດັກ ແລະ ການປ້ອງກັນການລະບາດຂອງພະຍາດລະບາດຕ່າງໆ.