ສະຫະລັດ ອາເມຣິກາ ມອບອາຄານໂຮງຮຽນ ມັດທະຍົມຕອນຕົ້ນ ຫລັງໃໝ່ ໃຫ້ແກ່ ແຂວງ ຫົວພັນ

United States Deputy Chief of Mission to the Lao PDR Michael Kleine (left) handed over a new lower secondary school in Huaphanh Province to Vice-Governor of Huaphanh Province, Mrs. Pheng Kanyaphim (right) during a ceremony on May 11, 2016.

ທ່ານ ໄມໂຄ ຄລາຍ ຮອງທູດສະຫະລັດອາເມລິກາປະຈຳ ສປປ ລາວ ໄດ້ມອບອາຄານໂຮງຮຽນມັດທະຍົມ ຕອນຕົ້ນຫລັງໃໝ່ ຢ່າງເປັນທາງການຢູ່ແຂວງຫົວພັນ ໃຫ້ແກ່  ທ່ານຮອງ ເຈົ້າແຂວງໆຫົວພັນ ທ່ານນາງ ແພງ ກັນຍາພິມ ເຊິ່ງ ພິທີ ມອບ-ຮັບ ແມ່ນໄດ້ຈັດຂື້ນໃນວັນທີ 11 ພຶດສະພາ 2016.

ໂຄງການຊ່ວຍເຫລືອຂອງສະຫະລັດອາເມລິກາດັ່ງກ່າວມີມູນຄ່າ $630,537 ໂດລາ ສະຫະລັດ ລວມມີ ອາຄານຮຽນຫລັງໃໝ່ ມີ 5 ຫ້ອງຮຽນ, 1 ຫ້ອງການຄູ ແລະ ຫໍພັກນັກຮຽນ ທີ່ ໂຮງຮຽນມັດທະຍົມ ສຶກສາຕອນຕົ້ນເມືອງນາ ທີ່ເມືອງຊຳໄຕ້. ນອກຈາກນີ້, ໂຄງການດັ່ງກ່າວລວມມີ ໂຕະຕັ່ງ, ກະດານ ຄົບຊຸດ, ຫ້ອງນ້ຳໃໝ່, ພ້ອມທັງຕິດຕັ້ງລະບົບໄຟຟ້າ ແລະ ນ້ຳປະປາ ໃຫ້ແກ່ອາຄານຮຽນດັ່ງກ່າວເພື່ອຮອງຮັບຈຳນວນນັກຮຽນທີ່ເພີ່ມຂື້ນ.

ຢູ່ໃນບົດປາໄສຂອງທ່ານຮອງທູດ, ທ່ານໄດ້ກ່າວວ່າ, “ການສຶກສາແມ່ນສິ່ງທີ່ຄວາມສຳຄັນໃນການພັດ ທະນາເສດຖະກິດ ແລະ ສັງຄົມຂອງທຸກໆປະເທດ. ພວກເຮົາມີຄວາມພາກພູມໃຈທີ່ໄດ້ເຮັດວຽກ ໂດຍການຮ່ວມມືກັບ ລັດຖະບານຂອງ ສປປ ລາວ ເພື່ອຈະຊ່ວຍປັບປຸງ ແລະ ສະໜອງສິ່ງອຳນວຍ ຄວາມສະດວກເຂົ້າໃນການສຶກສາໃຫ່ແກ່ບັນດານັກຮຽນທົ່ວປະເທດໃຫ້ດີຂື້ນ.”

ທ່ານ  ຮອງທູດ ໄດ້ມອບອາຄານໂຮງຮຽນ ແລະ ຫໍພັກນັກຮຽນ ດັ່ງກ່າວນີ້ ໃຫ້ແກ່ປະຊາຊົນແຂວງຫົວພັນ ໂດຍຕາງໜ້າໃຫ້ແກ່ປະຊາຊົນ ອາເມຣິກາ ເພື່ອເປັນສັນຍາລັກຂອງຄວາມສຳພັນທີ່ກຳລັງເຕີບໃຫຍ່ຂະ ຫຍາຍຕົວລະຫວ່າງສອງປະເທດ.

ລັດຖະບານສະຫະລັດໄດ້ສະໜອງໂຄງການຊ່ວຍເຫລືອດ້ານມະນຸດສະທຳຢູ່ໃນເຂດຊົນນະບົດຂອງປະເທດລາວມາຮອດປັດຈຸບັນເປັນເວລາ 18 ປີກວ່າ, ລວມມີ ໂຮງຮຽນ, ສຸກສາລາ, ລະບົບຊົນລະປະທານ ແລະ ລະບົບນ້ຳສະອາດ.  ໂຮງຮຽນດັ່ງກ່າວນີ້ແມ່ນເປັນພຽງໂຮງຮຽນ 1 ແຫ່ງໃນຫລາຍໆໂຄງການຊ່ວຍເຫລືອດ້ານມະນຸດສະທຳທີ່ໄດ້ສ້າງສຳເລັດແລ້ວໃນປີທີ່ຜ່ານມາ.