Flag

An official website of the United States government

ສະຫະລັດອາເມລິກາ ມອບຕຶກອາຄານສູນໂພຊະນາການ ໃຫ້ກັບ ສປປ ລາວ
1 ບົດອ່ານໜຶ່ງນາທີ
ເດືອນກັນຍາ 21, 2021

ນະຄອນຫຼວງວຽງຈັນສປປ ລາວ – ໃນວັນທີ 16 ກັນຍາ 2021, ທ່ານເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈຳ ສປປ ລາວ ດຣ. ປີເຕີ ເຮມ໋ອນ ໄດ້ມອບຕຶກອາຄານອຳນວຍຄວາມສະດວກຫລັງໃຫ່ມ ແລະ ບ່ອນຝຶກອົບຮົມ ເຊິ່ງຮັບໂດຍ ທ່ານ ລັດຖະມົນຕີ ກະຊວງສາທາລະນະສຸກ ດຣ. ບຸນແຝງ ພູມມະໄລສິດ ທີ່ສູນໂພຊະນາການ ຂອງກະຊວງສາທາລະນະສຸກ ເຊີ່ງນີ້ເປັນສ່ວນໜຶ່ງຂອງໂຄງການລິເລີ່ມທາງດ້ານໂພຊະນາການ ລາວ-ອາເມລິກາ. ພິທີມອບ-ຮັບດັ່ງກ່າວແມ່ນໄດ້ຮັບການເຂົ້າຮ່ວມຈາກບັນດາຜູ້ຕາງໜ້າຈາກ ກະຊວງສາທາລະນະສຸກ, ສະຖານທູດສະຫະລັດອາເມລິກາ ແລະ ອົງການ CRS.

ໃນພິທີນີ້ໄດ້ລວມເອົາການມອບຮັບບັນດາອຸປະກອນຝຶກອົບຮົມທີ່ຫາກໍ່ຕົກແຕ່ງໃໝ່ ໃຫ້ກັບບັນດາຫ້ອງ ທີ່ຢູ່ພາຍໃນສູນໂພຊະນາການ ໂດຍໄດ້ຮັບທຶນສະໜັບສະໜູນຈາກອົງການພັດທະນາສາກົນສະຫະລັດອາເມລິກາ (USAID) ຜ່ານໂຄງການສ້າງຄວາມເຂັ້ມແຂງໃນການຄົ້ນທາງດ້ານໂພຊະນາການ (ANRCB) ເຊີ່ງຈັດຕັ້ງປະຕິບັດໂດຍອົງການ CRS.  ສະຖານທີ່ຝຶກອົບຮົມນີ້ແມ່ນລວມມີຫ້ອງຝຶກອົບຮົມທີ່ຕົກແຕ່ງຄົບຊຸດ, ຫ້ອງປະຊຸມ, ຫ້ອງສະໝຸດ, ຫ້ອງສາທິດ, ແລະ ຫ້ອງການຂອງໂຄງການ ANRCB.

“ສະຫະລັດອາເມລິການມີຄວາມພາກພູມໃຈ ໃນການມອບຮັບຕຶກອາຄານອຳນວຍຄວາມສະດວກໃຫ້ແກ່ ກະຊວງສາທາລະນະສຸກ ແຫ່ງ ສປປ ລາວ ເຊີ່ງເປັນໜຶ່ງໃນຄູ່ຮ່ວວມງານຫຼັກຂອງພວກເຮົາ. ການຮ່ວມມືທາງດ້ານສາທາລະນະສຸກແມ່ນວຽກງານທີ່ສໍາຄັນໃນການເປັນຄູ່ຮ່ວມມືແບບກວມລວມ, ເຊີ່ງໝູນວຽນມາຄົບຮອບ 5 ປີ ໃນປີນີ້. ພວກເຮົາຈະສືບຕໍ່ໃຫ້ການສະໜັບສະໜູນ ສປປ ລາວ ໃນການປັບປຸງຜົນໄດ້ຮັບທາງດ້ານໂພຊະນາການ ແລະ ສົ່ງເສີມການເປັນຢູ່ທີ່ດີຂອງປະຊາຊົນລາວ” ກ່າວໂດຍ ທ່ານທູດ ເຮມ໋ອນ.

ໃນວຽກງານການກໍ່ສ້າງສາມໄລຍະນັ້ນແມ່ນໂດຍຜ່ານໜ່ວຍງານນັກວິສະວະກອນກອງທັບບົກສະຫະລັດ ສູນບັນຊາການກອງທັບສະຫະລັດປະຈຳພາກພື້ນອິນໂດປາຊິຟິກ ຂອງກະຊວງປ້ອງກັນປະເທດສະຫະລັດອາເມລິກາ.ໃນສອງໄລຍະທຳທິດຂອງການກໍ່ສ້າງແມ່ນລວມມີການສ້າງອາຄານສູນການແປຜົນຂອງການຄົ້ນຄວ້າທາງດ້ານການປິ່ນປົວ, ອາຄານບໍລິຫານການສິດສອນ ແລະ ຫ້ອງອາຫານ, ແລະ ການພັດທະນາພື້ນຖານໂຄງລ່າງເພື່ອຮັບປະກັບໃຫ້ມີນໍ້າ ແລະ ໄຟຟ້າໃຊ້ໃນສະຖານທີ່.  ພິທີນີ້ເປັນການມອບຮັບໄລຍະສາມ ແລະ ເປັນໄລຍະສຸດທ້າຍຂອງໂຄງການ ເຊິ່ງລວມມີ ຫໍພັກ, ເຮືອນຄົວສາທິດແບບລາວ, ແລະ ເຮືອນສວນໃນຮົ່ມ.

ໂຄງການຊ່ວຍເຫຼືອທາງດ້ານມະນຸດສະທໍານີ້ແມ່ນມີມູນຄ່າລວມໃນການກໍ່ສ້າງທັງໝົດ 4.6 ລ້ານ ໂດລາສະຫະລັດ. ໃນໄລຍະ 5 ປີຂອງການຮ່ວມມືກວມລວມຂອງລັດຖະບານອາເມລິກາ ແລະ ລັດຖະບານລາວ, ກະຊວງປ້ອງກັນປະເທດ ຂອງ ສະຫະລັດອາເມລິກາ ໄດ້ມີການປະສານງານ ກັບໜ່ວຍງານນັກ ວິສະວະກອນກອງທັບບົກສະຫະລັດ, ເຊີ່ງໄດ້ສຳເລັດ ໂຄງການຊ່ວຍເຫຼືອ ດ້ານມະນຸດໄປແລ້ວ 20 ໂຄງການ, ແລະ ປັດຈຸບັນນີ້ແມ່ນມີ 4 ໂຄງການທີ່ກຳລັງດຳເນີນການ.

ຜູ້ຕາງໜ້າຂອງອົງການ CRS ປະຈໍາສປປ ລາວ ທ່ານ ໂຈຊົວ ພູລ໌ ໄດ້ກ່າວວ່າ, “ພວກເຮົາຕື່ນເຕັ້ນດີ ໃຈຫຼາຍ ທີ່ໄດ້ບໍລິຫານພື້ນທີ່ໂຄງການລິເລີ່ມທາງດ້ານໂພຊະນາການ ລາວ-ອາເມລິກາ ຮ່ວມກັບ ກະຊວງ ສາທາລະນະສຸກ. ການນຳໃຊ້ພື້ນທີ່ແມ່ນເປີດໃຫ້ນຳໃຊ້ບໍ່ພຽງແຕ່ຄູ່ຮ່ວມງານໂຄງການເທົ່ານັ້ນ ແຕ່ຍັງເປີດ ໃຫ້ຄູ່ຮ່ວມ ພັດທະນາທາງດ້ານ ໂພຊະນາການທຸກພາກສ່ວນ ທີ່ມີຄວາມຕ້ອງການນຳໃຊ້ສະຖານທີ່ຝຶກອົບຮົມ. ກະລຸນາຕິດຕໍ່ຫາ ທີມງານໂຄງການ ຂອງພວກເຮົາ ເພື່ອເບິ່ງວ່າ ພວກເຮົາສາມາດຮ່ວມມືກັບບັນດາທ່ານໄດ້ແນວໃດ.”

ບັນດາຕຶກອາຄານ ແລະ ສະຖານທີ່ຝຶກອົບຮົມຈະເປັນພື້ນຖານສຳລັບການປິ່ນປົວທາງດ້ານໂພຊະນາການ ແລະ ນັກຄົ້ນຄວ້າ ເພື່ອຮ່ວມມືກັນ, ຄົ້ນຄວ້າຫາທາງແກ້ໄຂ ແລະປັບປຸງທາງດ້ານໂພຊະນາການໃນ ສປປລາວ. ນໍາພາໂດຍ ແຜນງານຍຸດທະສາດແຫ່ງຊາດດ້ານໂພຊະນາການ, ຄະນະຈາກມະຫາວິທະຍາໄລເພີດູ່ ແລະ ມະຫາວິ ທະຍາໄລ ອິນເດຍນ່າ ຂອງ ສະຫະລັດອາເມລິກາ ແລະ ມະຫາວິທະຍາໄລ ວິທະຍາສາດສຸຂະພາບ, ສະຖາບັນ ສາທາລະນະ ສຸກສາດ ແລະ ການແພດເຂດຮ້ອນ (ສສກ) ແລະ ຂອງກະຊວງສາທາລະນະສຸກ ແມ່ນ ກຳລັງຮ່ວມ ກັນພັດທະນາ ການຝຶກອົບຮົມ ໃນການ ປັບປຸງຂີິດຄວາມສາມາດ ເພື່ອໃຫ້ການບໍລິການການຄົ້ນຄວ້າທີ່ຈຳເປັນທາງດ້ານໂພຊະນາການ ທີ່ ສູນໂພຊະນາການ ໂດຍການສຸມໃສ່ ການວັດແທກຮ່າງກາຍ, ປັບປຸງຄວາມເຂົ້າໃຈທາງດ້ານໂພຊະນາການ ແລະ ຄຸນນະພາບຂອງການຄົ້ນຄວ້າ, ແລະ ປັບປຸງຂອດການປະສານງານໃນການຄົ້ນຄວ້າທາງດ້ານໂພຊະນາການ ໃນບັນດາກະຊວງຂອງລັດຖະບານ, ຂະແໜງການສຶກສາ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດ ແລະ ພາກເອກຊົນ.