ນະຄອນຫຼວງວຽງຈັນ, ສປປ ລາວ — ສະຖານທູດສະຫະລັດອາເມລິກາປະຈຳລາວທີ່ນະຄອນຫຼວງວຽງຈັນໄດ້ຈັດກອງປະ ຊຸມຂຶ້ນໃນວັນທີ 29 ຕຸລາ ເຊິ່ງມີຜູ້ເຂົ້າຮ່ວມຈາກລັດຖະບານ, ເອກະຊົນ ແລະ ພາກສ່ວນທີ່ບໍ່ຫວັງຜົນກຳໄລ ເຊິ່ງກອງປະຊຸມດັ່ງກ່າວຖືກຈັດຂຶ້ນຄຽງຄູ່ກັບກອງປະຊຸມການດຳເນີນທຸລະກິດໃນພາກພື້ນອິນໂດ–ປາຊີຟິກ ປະຈຳປີ 2020 ທີ່ຈັດຂຶ້ນທີ່ ນະຄອນຫຼວງ ຮ່າໂນຍ ປະເທດຫວຽດນາມ. ກອງປະຊຸມທີ່ນະຄອນຫຼວງວຽງຈັນ ປະກອບມີການເບິ່ງຖ່າຍທອດສົດ ກ່ຽວກັບຫົວຂໍ້ການເຮັດທຸລະກິດໃນພາກພື້ນອິນໂດ–ປາຊີຟິກ ຈາກ ກອງປະຊຸມທີ່ນະຄອນຫຼວງ ຮ່າໂນຍ ແລະ ການສົນທະນາກ່ຽວ ກັບການເຮັດທຸລະກິດໃນ ສປປ ລາວໂດຍສະເພາະ. ທ່ານ ປອ. ປີເຕີ ເຮມອນ, ເອກອັກຄະລັດຖະທູດສະຫະລັດອາເມລິກາ ໄດ້ໃຫ້ກຽດເປັນປະທານໃນກອງປະຊຸມດັ່ງກ່າວ. ຜູ້ເຂົ້າຮ່ວມໄດ້ວິເຄາະ ໂອກາດດ້ານການຄ້າ ແລະ ການລົງທຶນສາກົນ ຊ່ວງຫຼັງວິກິດ ການໂຄວິດ-19 ໃນ ສປປລາວ ໃຫ້ແກ່ທຸລະກິດອາເມລິກາ ແລະ ສາກົນ.
ທ່ານເອກອັກຄະລັດຖະທູດ ເຮມ໋ອນ ກ່າວວ່າ: ສ. ອາເມລິກາ ໄດ້ໃຫ້ບູລິມະສິດສູງກ່ຽວກັບ ການລົງທຶນຂອງ ອາເມລິກາ ທີ່ມີຄຸນະພາບສູງ ໃນພາກ ພື້ນ ອິນໂດ–ປາຊີຟິກ. ພວກເຮົາຈະສືບຕໍ່ເຮັດວຽກຮ່ວມກັບລັດຖະບານລາວ ແລະ ພາກເອກະຊົນເພື່ອສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ການເຮັດທຸລະກິດ ແລະ ສະໜັບສະໜູນເວທີການສົນທະນາປຶກສາຫາລືລະຫວ່າງພາກລັດ ແລະ ເອກະຊົນແບບໂປ່ງໃສຍິ່ງຂຶ້ນເຊິ່ງຈະມີຜົນປະໂຫຍດໃຫ້ແກ່ການສ້າງໂອກາດໃຫ້ແກ່ບັນດານັກລົງທຶນຕ່າງປະເທດ ລວມທັງບໍລິສັດຂອງອາເມລິກາເພື່ອ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ – ສັງຄົມ ໃນ ສປປ ລາວ.
ສ. ອາເມລິກາ ໄດ້ລົງທຶນໃນພາກພື້ນອິນໂດ–ປາຊີຟິກ ຫຼາຍທີ່ສຸດໃນໂລກ. ໃນປີ 2019, ຈຳນວນການລົງທຶນສະສົມໂດຍກົງຂອງ ສ. ອາເມລິກາໃນພາກພື້ນນີ້ມີມູນຄ່າຫຼາຍກ່ວາ 955 ຕື້ໂດລາສະຫະລັດ ເຊິ່ງຫຼາຍກ່ວາທົບເຄິ່ງນັບຕັ້ງແຕ່ປີ 2007. ເຊິ່ງອາຊຽນແມ່ນຈັດຢູ່ໃນອັນດັບຕົ້ນໆ ທີ່ມີການລົງທຶນດັ່ງກ່າວ, ໂດຍການລົງທຶນສະສົມທັງໝົດຫຼາຍກ່ວາ 338 ຕື້ໂດລາສະຫະລັດໃນປີທີ່ຜ່ານມາ.
ໃນຂະນະທີ່ສົນທະນາທາງໃກກັບບັນດາເອກອັກຄະລັດຖະທູດສະຫະລັດອາເມລິກາ 4 ທ່ານຈາກບັນດາປະເທດລຸ່ມແມ່ນໍ້າຂອງ, ທ່ານເອກອັກຄະລັດຖະທູດ ເຮມ໋ອນ ຍັງໄດ້ເນັ້ນໃຫ້ເຖິງທີ່ຕັ້ງຂອງ ສປປ ລາວ ແລະ ປະຊາກອນທີ່ໜຸ່ມນ້ອຍ ເຊິ່ງເຮັດໃຫ້ ສປປ ລາວ ສາມາດເຂົ້າຫາຕະຫຼາດທົ່ວພາກພື້ນໄດ້ແບບມີຍຸດທະສາດ. ສິ່ງເຫຼົ່ານີ້ແມ່ນຜົນດີທີ່ສປປ ລາວ ສາມາດຜັກດັນເພື່ອດຶງດູດເອົານັກລົງທຶນຕ່າງປະເທດທີ່ຫຼາກຫຼາຍ ແລະ ມີຄຸນະພາບສູງ. ບັນດາສຳມະນາກອນຍັງໄດ້ຊີ້ໃຫ້ເຫັນເຖິງໂອກາດໃນການສົ່ງອອກສິນຄ້າຈາກ ສປປ ລາວ ໄປສູ່ອາເມລິກາ, ເຊິ່ງໄດ້ເພີ່ມຂຶ້ນ 240 ເປີເຊັນນັບແຕ່ປີ 2009.
ສະຫະລັດອາເມລິກາ ແລະ ບັນດາເພື່ອນຮ່ວມງານຈາກພາກພື້ນ ແມ່ນ ໄດ້ຮ່ວມມືກັນພາຍໃຕ້ຫຼັກການທີ່ວ່າ: ການຄ້າທີ່ເສລີ, ທ່ຽງທຳ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ສະພາບແວດລ້ອມການດຳເນີນທຸລະກິດແບບເປີດກ້ວາງ, ນະໂຍບາຍທີ່ມີການສົ່ງເສີມນະວັດຕະກຳໃໝ່, ແລະ ການປົກຄອງທີ່ໂປ່ງໃສ ແມ່ນ ເປົ້າໝາຍທີ່ພວກເຮົາມີຮ່ວມກັນ ເຊິ່ງຈະປະສົບຜົນໄດ້ໂດຍຜ່ານການຮ່ວມມືແບບ ຍືນຍົງ ແລະ ມີຄວາມໝາຍ. ການພັດທະນາແບບມີນະວັດຕະກຳ, ຍືນຍົງ ທົ່ວພາກພື້ນ ຈະມີຄວາມສຳຄັນຕໍ່ການຈະເລີນເຕີບໂຕຂອງເສດຖະກິດໂລກໃນສະຕະວັດທີ 21. ພາຍໃຕ້ຄວາມມຸ່ງໝັ້ນຂອງ ສ. ອາເມລິກາ ໃນການຂະຫຍາຍໂອກາດ ແລະ ຄວາມຈະເລີນຮຸ່ງເຮືອງ ໃນ ສປປ ລາວ, ສະຫະລັດອາເມລິກາຍັງໄດ້ໃຫ້ການສະໜັບສະໜູນຫຼາຍໂຄງການເພື່ອປັບປຸງວຽກງານສາທາລະນະສຸກ ແລະ ການສຶກສາ, ການພັດທະນາເສດຖະກິດແບບໂປ່ງໃສ ແລະ ການປົກຄອງລັດດ້ວຍກົດໝາຍ.