ສະຫະລັດອາເມລິກາ ແລະ ສປປ ລາວ ພົບປະສອງຝ່າຍປະຈຳປີ

Assistant Secretary Daniel Russel and Lao Vice Minister of Foreign Affairs Sengphet Houngboungnuang met during Comprehensive Bilateral Dialogue on May 6 in Vientiane.

ສະຫະລັດອາເມລິກາ ແລະ ສປປ ລາວ ໄດ້ຈັດການພົບປະສອງຝ່າຍຄັ້ງທີ 7 ຂຶ້ນໃນວັນທີ 6 ພຶດສະພາ ທີ່ວຽງຈັນ. ຄະນະຜູ້ແທນສະຫະລັດອາເມລິການຳໂດຍທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ Daniel Russel ພ້ອມດ້ວຍບັນດາເຈົ້າໜ້າທີ່ຈາກກະຊວງການຕ່າງປະເທດ, ກະຊວງປ້ອງກັນປະເທດ ແລະ ອົງການພັດທະນາສາກົນຂອງສະຫະລັດອາເມລິກາ.

ໃນຊ່ວງໄລຍະການປຶກສາຫາລື, ທ່ານລັດຖະມົນຕີຊ່ວຍ Russel  ແລະ ຮອງລັດຖະມົນຕີການຕ່າງປະເທດຂອງ ສປປ ລາວ ທ່ານ ແສງເພັດ ຮຸ່ງບຸນຍວງ ເຫັນດີວ່າ ສາຍພົວພັນລະຫວ່າງອາເມລິກາ ແລະ ສປປ ລາວ ມີຄວາມເຂັ້ມແຂງຫຼາຍກວ່າທີ່ມີມາ. ເຈົ້າໜ້າທີ່ທັງສອງຝ່າຍໄດ້ຫາລືກ່ຽວກັບ ຄວາມໝາຍສຳຄັນການມາຢ້ຽມຢາມທີ່ຈະມາເຖິງຂອງປະທານາທິບໍດີ Barrack Obama ໃນເດືອນກັນຍາ ຊຶ່ງຈະເປັນການມາຢ້ຽມຢາມ ສປປ ລາວຄັ້ງທຳອິດຂອງປະທານາທິບໍດີສະຫະລັດອາເມລິກາ. ພ້ອມກັນນັ້ນ, ຍັງໄດ້ປຶກສາຫາລືກ່ຽວກັບການເປັນປະທານອາຊຽນຂອງ ສປປ ລາວ ແລະ ກາລະໂອກາດທີ່ ສປປ ລາວຈະໄດ້ຮັບໃນການຕ້ອນຮັບບັນດາຜູ້ນຳລະດັບໂລກມາເຂົ້າຮ່ວມກອງປະຊຸມອາຊຽນ ແລະ ອາຊີຕາເວັນອອກໃນປີນີ້.

ລັດຖະມົນຕີຊ່ວຍ Russel ໄດ້ຢືນຢັນຄືນຄວາມຕັ້ງໃຈຂອງສະຫະລັດອາເມລິກາໃຫ້ການຊ່ວຍເຫຼືອ ສປປ ລາວໃນການຂຸດຄົ້ນລະເບີດບໍ່ທັນແຕກ ແລະ ໃຫ້ການຊ່ວຍເຫຼືອແກ່ທີມຂຸດຄົ້ນລະເບີດບໍ່ທັນແຕກໃນການ

ປະຕິບັດພາລະກິດທີ່ສຳຄັນດັ່ງກ່າວ. ທ່ານເຫັນໄດ້ຄວາມກ້າວໜ້າທີ່ ສປປ ລາວໄດ້ຕັ້ງໃຈເຮັດໃນການສຳຫຼວດ, ຈັດຕັ້ງປະຕິບັດ ແລະ ເກັບກູ້ລະເບີດບໍ່ທັນແຕກ, ແລະຍັງໄດ້ກ່າວວ່າ ສະຫະລັດອາເມລິກາມີຄວາມກະຕືລືລົ້ນຊ່ວຍເຫຼືອ ສປປ ລາວໃນການຊຸກຍູ້ຂະບວນການເພື່ອຫຼີກເວັ້ນບໍ່ໃຫ້ມີຜູ້ໄດ້ຮັບບາດເຈັບອີກຕໍ່ໄປ ແລະ ທັງຊ່ວຍໃຫ້ ສປປ ລາວມີການຂະຫຍາຍຕົວທາງດ້ານເສດຖະກິດ. ເຈົ້າໜ້າທີ່ສະຫະລັດອາເມລິກາ ແລະ ສປປ ລາວ ຍັງທົບທວນຄືນຄວາມກ້າວໜ້າຕໍ່ກັບການຈັດຕັ້ງປະຕິບັດການຂຸດຄົ້ນສິ່ງເສດເຫຼືອຂອງບັນດານາຍທະຫານອາເມລິກາທີ່ຫາຍສາບສູນໃນສົງຄາມຫວຽດນາມ.

ເຈົ້າໜ້າທີ່ສະຫະລັດອາເມລິກາ ແລະ ສປປ ລາວ ເຫັນດີຕໍ່ກັບເປົ້າໝາຍຂອງແຜນງານການໃຫ້ຄວາມຊ່ວຍເຫຼືອພັດທະນາຂອງສະຫະລັດອາເມລິກາຮອບດ້ານໃນ ສປປ ລາວ ໃນມໍ່ນີ້ມີມູນຄ່າເກືອບເຖິງ 50 ລ້ານໂດລາສະຫະລັດ. ຮອງລັດຖະມົນຕີ ແສງເພັດ ໄດ້ສະແດງຄວາມຂອບໃຈສະຫະລັດອາເມລິກາທີ່ໃຫ້ການສະໜັບສະໜູນເປົ້າໝາຍການພັດທະນາແບບຍືນຍົງຂອງ ສປປ ລາວ, ເປັນຕົ້ນຂະແໜງການໂພຊະນາການ, ສາທາ, ສຶກສາ, ການຄ້າ ແລະ ຍຸດຕິທຳ. ທ່ານຍັງໄດ້ຫາລືກ່ຽວກັບຜົນປະໂຫຍດການຊ່ວຍເຫຼືອຂອງສະຫະລັດອາເມລິກາໃຫ້ແກ່ປີການເປັນເຈົ້າພາບອາຊຽນຂອງ ສປປ ລາວ, ຊຶ່ງລວມມີການສະໜັບສະໜູນຝຶກອົບຮົມໃຫ້ແກ່ເຈົ້າໜ້າທີ່ໃນບັນດາຂະແໜງການວຽກງານນະໂຍບາຍທີ່ກ່ຽວຂ້ອງ, ການອຳນວຍຄວາມສະດວກໃຫ້ແກ່ກອງປະຊຸມສຸດຍອດ, ແລະ ການຮຽນພາສາອັງກິດ.

ເຈົ້າໜ້າທີ່ສະຫະລັດອາເມລິກາ ແລະ ສປປ ລາວ ຍັງໄດ້ທົບທວນຄືນບັນດາການພັດທະນາໃນລະດັບຂົງເຂດ ແລະ ສາກົນຢ່າງກ້ວາງຂວາງ. ທ່ານລັດຖະມົນຕີຊ່ວຍ Russel ໄດ້ໃຫ້ຄວາມສຳຄັນຕໍ່ກັບຄວາມຕັ້ງໃຈຂອງສະຫະລັດອາເມລິກາ ຕໍ່ການພົວພັນທີ່ມີຄວາມສ້າງສັນ ແລະ ເປັນປະໂຫຍດກັບ ສປປ ລາວ ກໍຄືອາຊຽນ ຊຶ່ງບົງບອກຄວາມໝາຍສຳຄັນຂອງສະຫະລັດອາເມລິກາຢູ່ໃນຂົງເຂດອາຊີປາຊີຟິກ.