ສະຫະລັດອາເມລິກາ ແລະ ສປປ ລາວ ກຳລັງດຳເນີນການແກ້ໄຂບັນຫາກ່ຽວກັບເດັກເຕ້ຍຕ່ຳກວ່າມາດຕະຖານ ໂດຍຜ່ານໂຄງການແຜນງານເຊື່ອມສານໂພຊະນາການ, ນ້ຳ ແລະ ສຸຂະອະນາໄມ (USAID Nurture), ເຊິ່ງເປັນ ໂຄງການພັດທະນາຂອງລັດຖະບານສະຫະລັດອາເມລິກາທີ່ໄດ້ຮັບທຶນຈາກອົງການພັດທະນາສາກົນຂອງສະຫະລັດອາເມລິກາ ມູນຄ່າ 3.7 ລ້ານໂດລາສະຫະລັດ. ໃນວັນທີ 03 ກຸມພາ, ລັດຖະບານແຫ່ງ ສປປ ລາວ ໄດ້ລົງນາມໃນ ບົດບັນທຶກຄວາມເຂົ້າໃຈ ກັບ ອົງການຊ່ວຍເຫລືອເດັກ ຊຶ່ງເປັນຄູ່ຮ່ວມງານທີ່ຮັບຜິດຊອບຈັດຕັ້ງປະຕິບັດ ໂຄງການໂດຍກົງ. ພາຍໃຕ້ໂຄງການນີ້ ອົງການຊ່ວຍເຫລືອເດັກ ຈະໄດ້ເຮັດວຽກຮ່ວມກັບຊຸມຊົນ ແລະ ເຈົ້າໜ້າທີ່ ຂອງ ສປປ ລາວ ເພື່ອປັບປຸງພາວະໂພຊະນາການໃນຄົວເຮືອນ ແລະ ວິທີປະຕິບັດກ່ຽວກັບ ນ້ຳ, ສຸຂາພິບານ, ແລະ ສຸຂະອະນາໄມ ໃນ 6 ຕົວເມືອງ ຂອງແຂວງ ສະຫວັນນະເຂດ ແລະ ຄຳມ່ວນ.
ທ່ານນາງ ຣີນາ ບິດເຕີ, ເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈຳ ສປປ ລາວ, ໄດ້ກ່າວວ່າ: “ສະຫະລັດອາເມລິກາ ມີຄວາມມຸ່ງໝັ້ນ ທີ່ຈະຮ່ວມມືຢ່າງໃກ້ຊິດກັບ ລັດຖະບານ ແລະ ປະຊາຊົນ ຂອງ ສປປ ລາວ ເພື່ອປັບປຸງພາວະໂພຊະນາການ ຂອງແມ່ ແລະເດັກ, ພວກເຮົາຖືວ່າ ນີ້ແມ່ນການລົງທຶນໃສ່ອະນາຄົດ ຂອງປະຊາຊົນລາວ ແລະ ພວກເຮົາຮູ້ສຶກພາກພູມໃຈທີ່ໄດ້ຮ່ວມປະກອບສ່ວນ.”
ເຖິງແມ່ນວ່າ ໃນຊູມປີທີ່ຜ່ານມານີ້ ສປປ ລາວ ໄດ້ມີຄວາມຄືບໜ້າ ໃນການແກ້ໄຂບັນຫາການຂາດສານອາຫານ, ເດັກນ້ອຍ ໃນ ສປປ ລາວ ຍັງປະສົບບັນຫາການຂາດສານອາຫານ ອີງໃສ່ສະຖິຕິແຫ່ງຊາດ ທີ່ລະບຸວ່າ ຍັງມີເດັກທີ່ເຕ້ຍ ຕ່ຳກວ່າມາດຕະຖານ ຢູ່ເຖິງ 36 ເປີເຊັນ, ເດັກທີ່ມີນໍ້າໜັກຫລຸດມາດຕະຖານ ຢູ່ 26 ເປີເຊັນ, ແລະ ເດັກທີ່ຈ່ອຍຜອມ ທຽບກັບລວງສູງ ເກືອບເຖິງ 10 ເປີເຊັນ. ໂຄງການ USAID Nurture ມີເປົ້້າໝາຍແນໃສ່ໃຫ້ສຸຂະສຶກສາແກ່ ຜູ້ທີ່ເປັນແມ່ ກ່ຽວກັບປະໂຫຍດຂອງການລ້ຽງລູກດ້ວຍນົມແມ່ພຽງຢ່າງດຽວ ແລະ ວິທີການລ້ຽງດູໃຫ້ອາຫານແກ່ ເດັກອ່ອນ ແລະ ເດັກນ້ອຍຢ່າງຖືກຕ້ອງ ແລະ ເໝາະສົມ.
ໂຄງການ USAID Nurture ຍັງຈະໄດ້ເພີ່ມຂະຫຍາຍການເຂົ້າເຖິງ ແລະ ການຊົມໃຊ້ສຸຂາພິບານທີ່ໄດ້ຮັບການປັບປຸງ. ການເຮັດວຽກຮ່ວມກັນລະຫວ່າງສາທາ ແລະ ຊຸມຊົນ, ຊ່ອຍເຮັດໃຫ້ບັນດາບ້ານຕ່າງໆສາມາດປະເມີນ, ວິເຄາະ, ແລະ ແກ້ໄຂຄວາມຕ້ອງການຂອງເຂົາເຈົ້າ ໃນການປັບປຸງເລື່ອງສຸຂາພິບານ ແລະ ສຸຂະອະນາໄມຢູ່ໃນຊຸມຊົນຂອງເຂົາເຈົ້າ ໃຫ້ດີຍິ່ງຂື້ນ. ເຈົ້າໜ້າທີ່ແພດ-ໝໍ, ອາສາສະໝັກ ຊຸມຊົນ, ແລະ ກຸ່ມເພື່ອນສອນເພື່ອນ ຈະໄປຢ້ຽມຢາມແຕ່ລະຄົວ ເຮືອນ ເພື່ອໃຫ້ການຊ່ວຍເຫລືອແກ່ຜູ້ເປັນແມ່ ແລະ ເດັກ ໃນໄລຍະ 1,000 ວັນ — ນັບແຕ່ ເລີ່ມຖືພາຈົນໄປເຖິງ ເວລາເດັກ ມີອາຍຸ ຄົບ 2 ປີ. ນອກນັ້ນ, ໂຄງການ USAID Nurture ຍັງເຮັດວຽກຮ່ວມກັບພາກສ່ວນ ເອກະຊົນເພື່ອສະໜອງຜະລິດຕະພັນເຊັ່ນ: ວິດຖ່າຍ ແລະ ສະບູເພື່ອຊ່ວຍເຫລືອປະຊາຊົນປະມານ 250000 ຄົນ.