ບັນດາຊ່ຽວຊານຈາກສະຫະລັດອາເມລິກາ ແລະ ສປປ ລາວ ໄດ້ພົບປະກັນທີ່ນະຄອນຫຼວງວຽງຈັນໃນວັນທີ 31 ເພື່ອສ້າງແຜນປະຕິບັດງານເພື່ອສ້າງຄວາມເຂັ້ມແຂງໃນການຕອບໂຕ້ກັບໄພຂົ່ມຂູ່ທາງສຸຂະພາບເຊັ່ນ ພະຍາດຕິດຕໍ່ ແລະ ພະຍາດທີ່ເກີດຂຶ້ນໃໝ່ທີ່ສາມາດສົ່ງຜ່ານຈາກສັດໄປສູ່ຄົນ.
ລັດຖະບານອາເມລິກາ ໂດຍຜ່ານອົງການພັດທະນາສາກົນອາເມລິກາ USAID ຮ່ວມກັບ ກະຊວງສາທາລະນະສຸກ ແລະ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ເຕົ້າໂຮມເອົາຕາງໜ້າຈາກພາກສ່ວນລັດທະບານຈຳນວນ100 ທ່ານເພື່ອຮ່າງແຜນປະຕິບັດງານຮ່ວມກັນ.
ຈຸປະສົງຂອງຮ່າງດັ່ງກ່າວແມ່ນເພື່ອຄວາມໝັ້ນຄົງທາງດ້ານສຸຂະພາບຂອງ ສປປລາວ ໂດຍການມີສ່ວນຮ່ວມກັບບັນດາຄູ່ຮ່ວມພັດທະນາ.
ທ່ານ ຣີນາ ບິດເຕີ ເອກອັກຄະລັດຖະທູດສະຫະລັດອາເມລິກາໄດ້ກ່າວວ່າ: ມື້ນີ້ພວກເຮົາຮ່ວມໃນຄວາມໝາຍໝັ້ນກັບພວກທ່ານໃນການເຮັດໃຫ້ ສປປ ລາວ ມີຄວາມປອດໄພຫຼາຍຂຶ້ນ, ສຸຂະພາບດີຂື້ນ ແລະ ອຸດົມຮັ່ງມີຫຼາຍຂຶ້ນ. ພວກເຮົາຈະສືບຕໍ່ປະຕິບັດຫນ້າທີ່ວຽກງານກັບ ສປປ ລາວ ເພື່ອເຮັດໃຫ້ການຮ່ວມມືກັບບັນດາອົງການສາກົນໃຫ້ເຂັ້ມແຂງຂຶ້ນເພື່ອກະກຽມຄວາມພ້ອມຮັບມືກັບໄພທາງດ້ານສຸຂະພາບທຸກໆປະການ ທັງພາຍໃນ ແລະ ຕ່າງປະເທດ.
ນອກຈາກການເຂົ້າຮ່ວມຂອງບັນດາຊ່ຽວຊານຈາກອາເມລິກາ ແລະ ສປປ ລາວ ແລ້ວ, ຍັງມີ ບັນດາຕາງໜ້າຈາກອົງການອະນາໄມໂລກ, ອົງການສະຫະປະຊາຊາດ ແລະ ຄູ່ຮ່ວມພັດທະນາເຊັ່ນ: ເອີຣົບ, ຍີ່ປຸ່ນ ແລະ ເກົາຫຼີ. ໜຶ່ງໃນບັນດາໝາກຜົນສໍາເລັດຂອງກອງປະຊຸມ ແມ່ນ ກົດລະບຽບສາກົນ 5ປິ ດ້ານສາທາລະນະສຸກ IHR/GHSA ຂອງອົງການອະນາໄມໂລກ ເຊິ່ງຮ່າງທຳອິດແມ່ນໃນເດືອນ ທັນວາ ປີ 2016, ຮ່າງກົດລະບຽບນີ້ແມ່ນຊີ້ໃຫ້ເຫັນການຄົ້ນພົບຈາກການປະເມີນຜົນຮ່ວມກັນກ່ຽວກັບ ຄວາມຄືບໜ້າກ່ຽວກັບ ສປປ ລາວ ແລະ ຄວາມອາດສາມາດຂອງ ສປປ ລາວ ທີ່ປະຕິບັດໂດຍອົງການອະນາໄມໂລກ.
ແຜນພັດທະນາແຫ່ງຊາດ 5ປີ ຂອງ ສປປ ລາວ ໄດ້ກຳນົດເປົ້າໝາຍທັງໝົດ 19 ປະເພດ ພາຍໃນປີ 2021 ເຊິ່ງລວມມີ ການຕອບໂຕ້ກັບ ການດື້ຢາຕ້ານເຊື້ອ, ສ້າງຄວາມເຂັ້ມແຂງການເຝົ້າລະວັງ, ການສ້າງຕັ້ງສູນປະຕິບັດງານສຸກເສີນ, ການຂະຫຍາຍກໍາລັງແຮງທີ່ມີສີມືສູງ ແລະການກໍ່ສ້າງເປັນວິທີການທັງຫມົດຂອງລັດຖະບານກັບຄວາມປອດໄພທາງຊີວະພາບ.