ກອງປະຊຸມພົບປະທະຫານສອງຝ່າຍປະຈຳປີຄັ້ງທີ 12 ລະຫວ່າງ ສະຫະລັດອາເມລິກາ – ກອງທັບປະຊາຊົນລາວ

ເຈົ້າໜ້ທີ່ອາວຸໂສຈາກສະຖານທູດສະຫະລັດ ອາເມຣິກາ ປະຈຳ ສປປ ລາວ ແລະ ສູນບັນຊາການກອງທັບສະຫະລັດ ປະຈຳພາກພື້ນປາຊີຟິກ (USPACOM) ໄດ້ພົບປະກັບເຈົ້າໜ້າທີ່ຂັ້ນສູງຈາກກະຊວງປ້ອງກັນປະເທດ (MND) ຂອງ ສປປ ລາວ ໃນກອງປະຊຸມພົບປະທະຫານສອງຝ່າຍຄັ້ງທີ 12 ລະຫວ່າງ ສປປ ລາວ-ສະຫະລັດອາເມຣິກາ, ຊຶ່ງຈັດຂື້ນຢູ່ທີ່ໂຮງແຮມມະໂນລັກ, ແຂວງຫລວງພຣະບາງ ໃນວັນທີ 28 ສິງຫາ 2017. 

ກອງປະຊຸມດັ່ງກ່າວແມ່ນພາຍໃຕ້ການເປັນປະທານຂອງ ທ່ານ ພົນຈັດຕະວາ ແກ່ນຈັນ ນັນທະລັງສີ, ຫົວໜ້າກົມພົວພັນຕ່າງປະເທດ, ກະຊວງປ້ອງກັນປະເທດ (MND) ແລະ ພົນຈັດຕະວາ ມາກ ກີວເລັດ, ຮອງຫົວໜ້າກົມ ຫ້ອງການວາງແຜນຍຸດທະສາດ ແລະ ນະໂຍບາຍ ສູນບັນຊາການກອງທັບສະຫະລັດ ປະຈຳພາກພື້ນປາຊິຟິກ. ມີຜູ້ແທນ 22 ທ່ານຈາກລາວ ແລະ ສະຫະລັດ ເຂົ້າຮ່ວມໃນກອງປະຊຸມດັ່ງກ່າວ, ລວມທັງຕົວແທນຈາກກະຊວງການຕ່າງປະເທດຂອງລາວ ແລະ ຈາກໜ່ວຍງານການຮ່ວມມືປ້ອງກັນຮັກສາຄວາມປອດໄພ ນະຄອນຫລວງວໍຊິງຕັນ ດີຊີ. 

ເອກອັກຄະລັດຖະທູດສະຫະລັດ ອາເມຣິກາ ປະຈຳລາວ ທ່ານ ນ. ຣີນາ ບິດເຕີ ໄດ້ກ່າວເປີດກອງປະຊຸມດັ່ງກ່າວ, ຊຶ່ງມີບາງຕອນທ່ານໄດ້ເວົ້າເຖິງໂອກາດ ແລະ ຂະແໜງການຕ່າງໆທີ່ສຳຄັນສຳລັບການຂະຫຍາຍການຮ່ວມມືທະຫານສອງຝ່າຍ, ໃນໂອກາດການມາຢ້ຽມຢາມ ສປປ ລາວ ເປັນຄັ້ງປະຫວັດສາດ ຂອງອາດີດປະທານນາທິບໍດີ ສະຫະລັດ, ລວມເຖິງການເນັ້ນຢ້ຳ ຜົນກະທົບໃນທາງບວກທີ່ມີຕໍ່ຄວາມສຳພັນໂດຍລວມລະຫວ່າງສະຫະລັດອາເມຣິກາ ແລະ ສປປ ລາວ. 

ກອງປະຊຸມພົບປະທະຫານສອງຝ່າຍ (BDD) ແມ່ນກອງປະຊຸມແລກປ່ຽນບົດຮຽນ ປຶກສາຫາລືກັນສອງຝ່າຍ ລະຫວ່າງກະຊວງປ້ອງກັນປະເທດຂອງລາວ ແລະ ສູນບັນຊາການກອງທັບສະຫະລັດ ປະຈຳພາກພື້ນປາຊີຟິກ (USPACOM) ເພື່ອເພີ້ມທະວີການຮ່ວມມືສອງຝ່າຍ ແລະ ຫລາຍຝ່າຍ ກໍຄືການພັດທະນາໂຄງການຮ່ວມມືດ້ານການປ້ອງກັນຊາດ ເພື່ອເສີມຂະຫຍາຍການພົວພັນລະຫວ່າງກຳລັງປ້ອງກັນຄວາມສະຫງົບຂອງພວກເຮົາ, ຊຸກຍູ້ການຮ່ວມມືທາງທະຫານໃນພາກພື້ນໃຫ້ຫລາຍຂື້ນ, ແລະ ສົ່ງເສີມຜົນປະໂຫຍດຮ່ວມກັນຂອງທັງສອງປະເທດ. ຫົວຂໍ້ຫລັກໆຂອງການພົບປະຄັ້ງນີ້ລວມມີ ການຮ່ວມມືທາງດ້ານວຽກງານເສນາຮັກ; ການປະຕິບັດງານຮ່ວມກັນລະຫວ່າງທະຫານ ແລະ ພົນລະເຮືອນ ທີ່ລວມເອົາການຮ່ວມມືທາງດ້ານການຊ່ວຍເຫລືອມະນຸດສະທຳໃນການເກັບກູ້ລະເບີດທີ່ບໍ່ທັນແຕກ ແລະ ການຊ່ວຍເຫລືອບັນເທົາທຸກ; ການຝຶກອົບຮົມ ແລະ ໂອກາດທາງການສຶກສາ ທີ່ລວມເອົາການຝຶກອົບຮົມດ້ານພາສາອັງກິດ ແລະ ການສຶກສາທາງດ້ານການທະການ; ແລະ ການເຂົ້າຮ່ວມຂອງກອງທັບປະຊາຊົນລາວໃນກອງປະຊຸມຕ່າງໆໃນລະດັບພາກພື້ນ, ກອງປະຊຸມປຶກສາຫາລື, ແລະ ກອງປະຊຸມລະດັບອາວຸໂສ.