ສະຫະລັດອາເມລິກາ ມອບຊຸດອຸປະກອນການແພດ ແລະ ເຄື່ອງໃຊ້ອຸປະໂພກໃຫ້ແກ່ສາທາລະນະສຸກ

ໃນວັນທີ 25 ພຶດສະພາ 2021 ທີ່ຜ່ານມານີ້ ທ່ານເອກອັກຄະລັດຖະທູດ ດຣ.ປີເຕີ ເຮມ໋ອນ ໄດ້ມອບຊຸດອຸປະກອນການແພດ ແລະ ເຄື່ອງໃຊ້ອຸປະໂພກໃຫ້ແກ່ທ່ານ ດຮ. ບຸນແຝງ ພູມມະໄລສິດ, ລັດຖະມົນຕີກະຊວງສາທາລະນະສຸກ ເຊິ່ງການມອບໃນຄັ້ງນີ້ແມ່ນຖືເປັນສ່ວນໜຶ່ງໃນການປະກອບສ່ວນຂອງ ສະຫະລັດອາເມລິກາເຂົ້າໃນການຊ່ວຍເຫລືອວຽກງານຕ້ານພະຍາດໂຄວິດ-19 ຂອງ ສປປ ລາວ. ອຸປະກອນການແພດ ແລະ ເຄື່ອງໃຊ້ອຸປະໂພກດັ່ງກ່າວນັ້ນ ແມ່ນເປັນການມອບຄັ້ງທຳອິດຈາກການມອບຮັບສອງຄັ້ງໂດຍຜ່ານການຊ່ວຍເຫຼືອຂອງສູນບັນຊາການກອງທັບສະຫະລັດປະຈຳພາກພື້ນອິນໂດປາຊີຟິກ, ກະຊວງປ້ອງກັນປະເທດສະຫະລັດອາເມລິກາ ໃຫ້ແກ່ສູນກັກບໍລິເວນ 25 ແຫ່ງທົ່ວປະເທດຂອງ ສປປ ລາວ.

ຈຸດປະສົງຂອງການມອບເຄື່ອງດັ່ງກ່າວ ແມ່ນເພື່ອຕອບສະໜອງຕາມຄວາມຕ້ອງການຂອງທາງບຸກຄະລາກອນແພດໝໍ, ຜູ້ທີ່ເຮັດວຽກປະຈຳຢູ່ສູນກັກບໍລິເວນ ແລະ ຜູ້ທີຖືກກັກບໍລິເວນໃນແຕ່ລະສູນ, ທັງນີ້ກໍ່ເພື່ອເປັນການສຶບຕໍ່ຊ່ວຍເຫລືອວຽກງານຂອງອົງການອາຫານໂລກທີ່ດຳເນີນການຊ່ວຍເຫຼືອຢູ່ສູນດັ່ງກ່າວນັ້ນ. ການຊ່ວຍເຫຼືອນີ້ ມີມູນຄ່າລວມທັງໝົດແມ່ນ 203,000 ໂດລາສະຫະລັດ.

ທ່ານທູດ ປີເຕີ ເຮມ໋ອນໄດ້ກ່າວວ່າ: ຂ້າພະເຈົ້າຂໍຊົມເຊີຍການນຳຂອງລັດຖະບານ ສປປ ລາວ ທີ່ສາມາດສືບຕໍ່ຄວບຄຸມສະຖານະການການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ເປັນຢ່າງດີ. ຂ້າພະເຈົ້າພູມໃຈທີ່ໄດ້ມອບອຸປະກອນການແພດ ແລະ ເຄື່ອງໃຊ້ອຸປະໂພກໃຫ້ແກ່ບຸກຄະລາກອນແພດໝໍ, ທີ່ເຮັດວຽກປະຈຳຢູ່ສູນກັກບໍລິເວນ ແລະ ຜູ້ທີຖືກກັກບໍລິເວນໃນສູນຕ່າງໆ.

ພວກເຮົາຈະສືບຕໍ່ຊ່ວຍເຫຼືອ ສປປ ລາວ ໃນການຄວມຄຸມພະຍາດໂຄວິດ-19 ນີ້ເປັນສ່ວນໜື່ງຂອງການສືບຕໍ່ການຮ່ວມມືລະຫວ່າງ ສະຫະລັດອາເມລິກາ ແລະ ສປປ ລາວ ໂດຍການເປັນຄູ່ຮ່ວມມືແບບກວມລວມ ພາຍໄຕ້ຂໍ້ຕົກລົງຂອງອະດີດປະທານນາທິບໍດີ ບາລັກ ໂອບາມາ ແລະ ອະດີດປະທານປະເທດ ທ່ານ ບຸນຍັງ ວໍລະຈິດ ໃນໄລຍະ 5 ປີທີ່ຜ່ານມາ.

ການມອບເຄື່ອງຊ່ວຍເຫຼືອໃນຄັ້ງນີ້ໄດ້ເນັ້ນໜັກໃຫ້ເຫັນການສືບຕໍ່ການຊ່ວຍເຫລືອຂອງ ສະຫະລັດອາເມລິກາໃຫ້ແກ່ ສປປ ລາວ ເຊີ່ງເຫັນໄດ້ເຖິງສິ່ງທີ່ທ້າທ້າຍໃນການການຄວມຄຸມພະຍາດໂຄ ວິດ-19 ນີ້ ແລະ ກະຊວງປ້ອງກັນປະເທດສະຫະລັດອາເມລິກາ ກໍ່ຈະຍັງສືບຕໍ່ໃນການເປັນຄູ່ຮ່ວມງານທີ່ດີ ເພື່ອສ້າງຄວາມອາດສາມາດໃນໄລຍະຍາວ ເຂົ້າໃນວຽກງານສາທາລະນະສຸກ.

ໃນໄລຍະຫຼາຍປີທີ່ຜ່ານມາ, ກະຊວງປ້ອງກັນປະເທດສະຫະລັດອາເມລິກາ ໄດ້ມີການເຮັດວຽກຮ່ວມກັບກະຊວງສາທາລະນະສຸກ ແລະ ກົມເສນາຮັກ, ກະຊວງປ້ອງກັນປະເທດຂອງ ສປປ ລາວ ແລະ ການຊ່ວຍເຫຼືອເພື່ອຕອບສະໜອງຄວາມຕ້ອງການທາງດ້ານສະທາລະນະສຸກ ຂອງປະຊາຊົນລາວ ເຊີ່ງເປັນການປະກອນສ່ວນທີ່ມີມູນຄ່າຫຼາຍກວ່າ 2,4 ລ້ານໂດລາສະຫະລັດໃນຂົງເຂດວຽກງານສ້າງຕືກອາຄານໂຮງໝໍ , ລົດແພດສຸກເສີນພາກສະໜາມ, ອຸປະກອນການແພດໃນຫ້ອງວິເຄາະ, ອຸປະກອນທີ່ໃຊ້ໃນການກວດພະຍາດໂຄວິດ-19 ແລະ ຊຸດອຸປະກອນການແພດ.

ການມອບຮັບໃນຄັ້ງນີ້ເປັນພຽງສ່ວນໜື່ງຂອມູນຄ່າການຊ່ວຍເຫຼືອໂດຍຕົງຫຼາຍກວ່າ 8 ລ້ານໂດລາສະຫະລັດ ຂອງລັດຖະບານສະຫະລັດອາເມລິກາ ໃຫ້ແກ່ລັດຖະບານ ສປປ ລາວ ນັບຕັ້ງແຕ່ມີການເລີ້ມຕົ້ນການແຜ່ລະບາດຂອງພະຍາດ. ພ້ອມດຽວກັນນັ້ນໃນປີນີ້ກໍ່ ເປັນການສະຫຼອງຄົບຮອບ 5 ປີ ການເປັນຄູ່ຮ່ວມມືແບບກວມລວມລະຫວ່າງ ສະຫະລັດອາເມລິກາ ແລະ ສປປ ລາວ.