ສະຫະລັດອາເມລິກາ ມອບມຸ້ງຈຳນວນ 120000 ດາງເພື່ອປ້ອງກັນມາເລເລຍ

ໃນວັນທີ 10 ມີນາ ທີ່ຜ່ານມາ, ທ່ານ ໄມໂຄ ຄລາຍ, ຮອງທູດສະຫະລັດອາເມລິກາປະຈຳລາວ ໄດ້ມອບມຸ້ງຈຳນວນ 120000 ດາງ ໃຫ້ແກ່ ທ່ານ ຮສ ດຣ ພູທອນ ເມືອງປາກ, ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ເພື່ອໄປແຈກຢາຍໃຫ້ແກ່ປະຊາຊົນໃນເຂດຫ່າງໃກສອກຫຼີກຂອງແຂວງຕ່າງໆໃນ ສປປ ລາວ.

ພິທີມອບ-ຮັບໄດ້ຈັດຂຶ້ນທີ່ນະຄອນຫຼວງວຽງຈັນ ແລະ ມຸ້ງເຫຼົ່ານີ້ຈະໄດ້ຖືກແຈກຢາຍໃຫ້ແກ່ປະຊາຊົນໃນເຂດຫ່າງໃກສອກຫຼີກລວມມີແຂວງ ບໍລິຄຳໃຊ, ຄຳມ່ວນ, ອຸດົມໄຊ, ຜົ້ງສາລີ, ສາລະວັນ, ໄຊຍະບູລີ ແລະ ສະຫວັນນະເຂດ ເພື່ອປ້ອງກັນພວກເຂົາຈາກພະ ຍາດທີ່ມາຈາກຍຸງເຊັ່ນ: ມາເລເຣຍ.

ທ່ານ ໄມໂຄ ຄລາຍ ໄດ້ກ່າວວ່າ: ລັດຖະບານອາເມລິກາ ມີຄວາມພາກພູມໃຈທີ່ໄດ້ສືບຕໍ່ຮ່ວມມືກັບລັດຖະບານລາວ ມຸ່ງໝັ້ນ ທີ່ຈະຮ່ວມມືກັບ ລັດຖະບານ ສປປ ລາວ ແລະ ບັນດາຄູ່ຮ່ວມມື ເພື່ອສ້າງຄວາມເຂັ້ມແຂງໃຫ້ກັບລະບົບເຝົ້າລະວັງພະຍາດມາເລເຣຍ ເພື່ອກວດຫາ ແລະ ຕອບໂຕ້ກັບການລະບາດໃນອານາຄົດ. ພວກເຮົາພວກເຮົາສາມາດຊ່ວຍກັນເພື່ອລົບລ້າງມາເລເຣຍໃຫ້ໝົດໄປເພື່ອເຮັດໃຫ້ຄອບຄົວຂອງພວກເຮົາມີສຸຂະພາບແຂງແຮງ ແລະ ມີສ່ວນຮ່ວມກັບສັງຄົມໄດ້ດີ.

ໃນໄລຍະ 10 ປີທີ່ຜ່ານມາ, ຜູ້ປ່ວຍພະຍາດມາເລເຣຍໄດ້ມີຈຳນວນຫຼຸດລົງ. ແຕ່ເຖິງຢ່າງໃດກໍຕາມ, ໃນທ້າຍປີ 2011, ການລະບາດໄດ້ເກີດຂຶ້ນທີ່ແຂວງອັດຕະປື ແລະ ສຸດທ້າຍກໍໄດ້ແຜ່ໄປບັນດາແຂວງອ້ອມຂ້າງ ແລະ ປະເທດເພື່ອນບ້ານ.

ເພື່ອເປັນການຕອບໂຕ້, ອົງການ USAID ໂດຍຜ່ານ ໂຄງການລິເລີ່ມມາເລເຣຍຂອງປະ ທານາທິບໍດີສະຫະລັດອາເມລິກາ ຫຼື President’s Malaria Initiative (USAID/PMI) ໄດ້ໃຫ້ການສະໜັບ ສະໜຸນແກ່ສູນໄຂ້ຍຸງ, ແມ່ກາຝາກ ແລະ ແມງໄມ້ ແລະ ກະຊວງສາທາລະນະສຸກ ໂດຍການມອບອຸປະກອນຊ່ວຍຊີ ວິດຈຳນວນໜຶ່ງເຊັ່ນ: ມຸ້ງເຄືອບຢາ, ເຄື່ອງມືບົ່ງມະຕິ ແລະ ຢາປິ່ນປົວມາເລເຣຍທີ່ມີຄຸ ນະພາບ ເຊິ່ງອຸປະກອນເຫຼົ່ານີ້ ໄດ້ຊ່ວຍຄວບຄຸມການລະບາດ.

ລັດຖະບານອາເມລິກາເຮັດວຽກຢ່າງໃກ້ຊິດກັບກະຊວງສາທະລະນະສຸກ ເພື່ອຊອກຫາ ແລະ ຕອບສະໜອງສິ່ງ ທີ່ຍັງບໍ່ພຽງພໍ ແລະ ມາຮອດມື້ນີ້ ໄດ້ມອບ ແລະ ແຈກຢາຍ ມຸ້ງເຄືອບຢາທັງໝົດ 445000 ດາງ, ເຄື່ອງບົ່ງມະຕິ 378700 ເຄື່ອງ ແລະ ຢາປິ່ນປົວມາເລເຣຍ 57620 ຊຸດ. USAID/PMI ໄດ້ມີສ່ວນຮ່ວມຫຼາຍກ່ວາ 1.6 ລ້ານ ໂດລາສະຫະລັດໃນດ້ານອຸປະກອນ ແລະ ການຊ່ວຍເຫຼືອທາງວິຊາການ ເພື່ອສະໜັບສະໜຸນລັດຖະບານລາວໃນການ ຕໍ່ສູ້ກັບພະຍາດມາເລເຣຍ.