Flag

An official website of the United States government

ສະຫະລັດອາເມລິກາ ມອບທຶນຈໍານວນ 129,000 ໂດລາ 
ໃນການອະນຸລັກຮັກສາທົ່ງໄຫຫີນ
1 ບົດອ່ານໜຶ່ງນາທີ
ເດືອນສິງຫາ 30, 2021

ແຂວງຊຽງຂວາງ ສປປ ລາວ – ມື້ນີ້ສະຫະລັດອາເມລິກາໄດ້ປະກາດທີ່ຈະມອບທຶນຈໍານວນ 129,000 ໂດລາ ໃນການອະນຸລັກຮັກສາແຫລ່ງບູຮານສະຖານ (500 BC-500AD) ທົ່ງໄຫຫີນ ມໍລະດົກໂລກ UNESCO ແຂວງຊຽງຂວາງ, ເຊິ່ງທຶນນີ້ເປັນສ່ວນຫນຶ່ງຂອງກອງທຶນທ່ານທູດເພື່ອການອະນຸລັກວັດທະນະທໍາ (AFCP).

ທ່ານ ເອກອັກຄະລັດຖະທູດ ປະຈໍາ ສປປ ລາວ ທ່ານ ປີເຕີ ເຮມ໋ອນ ໄດ້ປະກາດທຶນ ໃນພິທີ ຢູ່ທີ່ທົ່ງໄຫຫີນເຊິ່ງເຂົ້າຮ່ວມໂດຍ ທ່ານ ຮອງເຈົ້າແຂວງຊຽງຂວາງ ທ່ານ ສິວິໄລ ແສງຈະເລີນ ແລະ ທ່ານ ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ທ່ານ ອຸ່ນທວງ ຂາວພັນ ພ້ອມດ້ວຍ ຜູ່ຕາງໜ້າ ຈາກກະຊວງການຕ່າງປະເທດ ແລະ ພາກສ່ວນກ່ຽວຂ້ອງ ຂອງທັງສອງຝ່າຍ.

ທ່ານເອກອັກຄະລັດຖະທູດ ປີເຕີ ເຮມ໋ອນ ໄດ້ກ່າວວ່າ: ຂ້າພະເຈົ້າມີຄວາມຮູ້ສຶກດີໃຈທີ່ສຸດ ທີ່ໄດ້ເປັນສ່ວນໜຶ່ງ ໃນການສືບຕໍ່ປົກປັກຮັກສາແຫລ່ງວັດທະນະທໍາ ທາງດ້ານປະຫວັດສາດ ທີ່ຫນ້າປະທັບໃຈນີ້. ໄຫຫີນໃຫຍ່ນີ້ເປັນສິ່ງທີ່ອ້າງອີງເຖິງຮີດຄອງປະເພນີ ຂອງ ສປປ ລາວ ເຊິ່ງນັບຫວນຄືນຫຼັງຫຼາຍພັນປີ. ໃນຂະນະທີ່ພວກເຮົາພວມສະເຫຼີມສະຫຼອງ ຄົບຮອບ 5 ປີ ສາຍພົວພັນແບບກວມລວມ ລະຫວ່າງ ສະຫະລັດ ອາເມລິກາ ແລະ ສປປ ລາວ ແລະ ການສະເຫຼີມສະຫຼອງ ຄົບຮອບ 20 ປີ ຂອງ ໂຄງການ AFCP ໃນ ສປປ ລາວ, ພວກເຮົາມີຄວາມໝາຍໝັ້ນ ທີ່ຈະເຮັດວຽກຮ່ວມກັບ ປະຊາຊົນ ແລະ ລັດຖະບານ ສປປ ລາວ ໃນທຸກດ້ານໃນການປົກປັກຮັກສາ ແລະ ພັດທະນາ ເສດຖະກິດ ແລະ ສັງຄົມ.

ສໍາລັບທຶນໂຄງການ AFCP ທີ່ທົ່ງໄຫຫີນນີ້ແມ່ນໄດ້ມີ ສາມອົງປະກອບຫຼັກ ຄື: ການສ້າງຖານຂໍ້ມູນໄຫຫີນ ແລະ ລະບົບ GIS ເພື່ອຮັກສາ ບັນຊີລາຍຊື່ໄຫຫີນ ແລະ ແຫຼ່ງໄຫຫີນ, ການອະນູລັກຮັກສາ ແລະບູລະນະຄຸ້ມຄອງໄຫຫີນ ທີ່ມີຄວາມເສຍຫາຍລວມທັງຝາປິດພ້ອມ.  ນອກນັ້ນຍັງຈະໄດ້ມີການສ້າງຄວາມເຂັ້ມແຂງໃຫ້ແກ່ ພະນັກງານ ແລະ ເຈົ້າຫນ້າທີ່ ຫ້ອງການມໍລະດົກໂລກ ທີ່ຮັບຜິດຊອບໃນເຂດມໍລະດົກແຫ່ງນີ້.

ປີນີ້ເປັນປີແຫ່ງການສະເຫລີມສະຫຼອງ ຄົບຮອບ 20ປີ ຂອງໂຄງການ AFCP ໃນທົ່ວໂລກກໍ່ຄືໃນ ສປປ ລາວ.  ທຶນທ່ານເອກອັກຄະລັດຖະທູດ ໄດ້ໃຫ້ການສົ່ງເສີມສະໜັບສະໜູນໂຄງການຕ່າງໆ ໃນທົ່ວໂລກ ເພື່ອອະນຸລັກຮັກສາ ຄວາມຫລາກຫລາຍ ມໍລະດົກທາງວັດທະນະທຳແຫ່ງຊາດ ໃນຫຼາຍຂອບເຂດ ໃນບັນດາປະເທດທີ່ດ້ອຍພັດທະນາ ເຊິ່ງລວມມີ ການປົກປັກຮັກສາ ຕຶກອາຄານທາງດ້ານປະຫວັດສາດ, ແຫຼ່ງບູຮານຄະດີ, ວັດຖຸທາງວັດທະນະທຳຂອງຊົນເຜົ່າ, ຮູບແຕ້ມ, ຫນັງສືໃບລານ, ພາສາພື້ນເມືອງດັ້ງເດີມ ແລະສິ່ງສະແດງອອກທາງດ້ານວັດທະນະທໍາຮີດຄອງປະເພນີ ໃນຮູບແບບຕ່າໆ.