ທີ່ນະຄອນຫຼວງວຽງຈັນ, ສປປ ລາວ — ສະຫະລັດອາເມລິກາ ໄດ້ມອບເງິນສະໜັບສະໜູນ ເຈັດແສນໂດລາໃຫ້ແກ່ ອົງການສາກົນບໍລິການປະຊາຊົນ (PSILao) ໃນການສະໜັບສະໜູນ ກະຊວງສາທາລະນະສຸກ, ກົມຄວບຄຸມພະຍາດຕິດຕໍ່ ແລະ ສູູນໄຂ້ຍຸງ ແມ່ກາຝາກ ແລະ ແມງໄມ້ (CMPE), ຜ່ານອົງການພັດທະນາສາກົນ ສະຫະລັດ ອາເມລິກາ (USAID) ແລະ ໂຄງການ U.S. President’s Malaria Initiative (PMI). ເງິນຊ່ວຍເຫຼືອເຫຼົ່ານີ້ຈະນໍາໃຊ້ເຂົ້າໃນວຽກງານການສ້າງຄວາມເຂັ້້ມແຂງໃນການເຝົ້າລະວັງເພື່ອກ້າວສູ່ການກໍຳຈັດໄຂ້ມາລາເຣຍໃນ ສປປ ລາວ ພາຍໃຕ້ໂຄງການ Impact malaria ໃນ ສປປລາວ ແຕ່ປີ 2021 ຫາ ປິ 2023
ຜູ້ຕ່າງຫນ້າໂຄງການ PMI ແລະ ອົງການພັດທະນາ ສະຫະລັດອາເມລິກາ ປະຈຳລາວ ທ່ານ Michael Ronning ເປັນຕົວແທນເຂົ້າຮ່ວມພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ສໍາລັບໂຄງການດັ່ງກ່າວ ໃນວັນທີ 28 ກໍລະກົດ 2021, ລະຫວ່າງກົມຄວາມຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຕາງໜ້າໂດຍທ່ານດຣ.ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ແລະ ຕາງຫນ້າອົງການສາກົນບໍລິການປະຊາຊົນ PSI Laos ໂດຍທ່ານ ວຽງສະໄຫມ ວົງຄຳຊາວ ຜູ້ອຳນວຍການອົງການ. ໃຫ້ກຽດເປັນສັກຂີພະຍານໃນພິທີລົງນາມ ໂດຍທ່ານ ດຣ. ສະໜອງ ທອງຊະນະ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ
ພວກເຮົາມີຄວາມພາກພູມໃຈທີ່ໄດ້ຮ່ວມມືກັບ ສາທາລະນະສຸກ ປະຈຳ ສປປ ລາວ ແລະ ອົງການຈັດຕັ້ງສາກົນ, ຄູ່ຮ່ວມພັດທະນາ ເພື່ອສະໜັບສະໜູນຄວາມພະຍາຍາມຂອງລັດຖະບານລາວ ໃນການປັງປຸງ ແລະ ປົກປ້ອງສຸຂະພາບ ຂອງປະຊາຊົນລາວ, ມີສ່ວນຮ່ວມໃນການ ສ້າງຄວາມເຂັ້ມແຂງໃນການເຝົ້າລະວັງເພື່ອກ້າວສູ່ການກຳຈັດໄຂ້ມາລາເຣຍໃນ ສປປ ລາວ ພາຍໃນປີ 2030, ທ່ານ Ronning ກ່າວວ່າ ຫຼາຍກວ່າ 10 ປີທີ່ສະຫະລັດອາເມລິກາຢືນຄຽງຂ້າງລັດຖະບານລາວ ເພື່ອຕໍ່ສູ້ກັບພະຍາດໄຂ້ມາລາເຣຍ, ລັດຖະບານສະຫະລັດອາເມລິກາ ໄດ້ລົງທຶນຫຼາຍກວ່າ 3.5 ລ້ານໂດລາ ໃນການຊ່ວຍເຫຼືອທາງດ້ານເຕັກນິກວິຊາການ ແລະ ອຸປະກອນຕ່າງໆ ລວມເຖິງມຸ້ງກັນຍຸງ ຫຼາຍກວ່າ 700.000ຊຸດ, ຊຸດກວດເລືອດແບບວ່ອງໄວຫລາຍກວ່າ 1.000.000 ຊຸດ ແລະ ຢາປົວພະຍາດໄຂ້ມາລາເຣຍ ໃຫ້ແກ່ປະຊາຊົນລາວ
ເປົ້າຫມາຍຂອງໂຄງການຮ່ວມມືແມ່ນເພື່ອເພີ່ມຄວາມ ເຂັ້ມແຂງໃຫ້ແກ່ວຽກງານການເຝົ້າລະວັງພະຍາດໄຂ້ມາລາເຣຍທີ່ຢູ່ໃນສະຖານທີ່ໃຫ້ບໍລິການສາທາລະນະສຸກ ແລະ ພະນັກງານໃຫ້ບໍລິການດ້ານສາທາລະນະສຸກທຸກຂັ້ນ, ໂຄງການດັ່ງກ່າວຍັງມີຈຸດປະສົງເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ໂຄງການໄຂ້ມາລາເຣຍແຫ່ງຊາດ ໂດຍມອບໃຫ້ອົງການ PSILAO ເປັນຂົວຕໍ່ດ້ານວິຊາການ ປະສານຮ່ວມມື ກັບສູນ ໄຂ້ຍຸງ, ແມ່ກາຝາກ ແລະ ແມງໄມ້ (CMPE)’s ເພື່ອຝຶກອົບຮົມ, ປະເມີນຍຸດທະສາດການກໍາຈັດໄຂ້ມາລາເຣຍ, ການຮັບມືຕອບໂຕ້ 1-3-7, ດໍາເນີນການວິເຄາະທາງດ້ານຂໍ້ມູນ, ດໍາເນີນການລົງສືບສວນສອບສວນກໍລະນີ, ແລະ ນໍາໃຊ້ຂໍ້ມູນໃນການຕັດສິນໃຈເພື່ອເສີມຂະຫຍາຍວິທີການກໍາຈັດພະຍາດໄຂ້ມາລາເຣຍໃຫ້ມີປະສິດທິຜົນໃນຕໍ່ຫນ້າ. ຈາກຜົນງານທີ່ຜ່ານມາທີ່ປະຕິບັດໂດຍ PMI ຜ່ານ USAID ເປັນການສະແດງໃຫ້ເຫັນເຖິງຄວາມມຸ້ງຫວັງທີ່ດີຂອງ ອາເມລິກາ ທີ່ມີຕໍ່ ສ ປປ ລາວ ແລະ ການສະໜັບສະໜູນ ຈາກ ອາເມລິກາ ໃນການຕໍ່ສູ້ກັບພະຍາດທີ່ມີຍຸງເປັນພະຫະນະນຳເຊື້ອ ໃນຂົງເຂດອາຊີຕາເວັນອອກສຽງໃຕ້.
ອົງການ PSILAO ທີ່ໄດ້ມີບົດບາດຮ່ວມມືກັບ ພາກລັດຖະບານລາວໃນການຈັດຕັ້ງວວຽກງານຕ້ານພະຍາດໄຂ້ມາລາເຣຍ ແລະ ຂົງເຂດສຸຂະພາບອື່ນໆຫລາຍກວ່າ 20 ປີ.