ສະຫະລັດອາເມລິກາ ໄດ້ໃຫ້ທຶນການຊ່ວຍເຫຼືອເພີ່ມ 2.5 ລ້ານໂດລາ 
ເພື່ອສົ່ງເສີມວຽກງານຕ້ານ COVID-19 ໃນ ສປປ ລາວ

ນະຄອນຫຼວງວຽງຈັນ, ສປປ ລາວ – ລັດຖະບານສະຫະລັດອາເມລິກາ ໂດຍຜ່ານໂຄງການ (USAID), ໄດ້ເພີ່ມທຶນການຊ່ວຍເຫຼືອ ຈຳນວນ 2.5 ລ້ານໂດລາສະຫະລັດ ໃນການຫຼຸດຜ່ອນ ແລະ ປ້ອງກັນການແຜ່ລະບາດພະຍາດໂຄວິດ19 ໃນ ສປປ ລາວ. ໂດຍການຮ່ວມມືກັບລັດຖະບານ ສປປ ລາວ, ອົງການ USAID ຈະໃຫ້ທຶນເພີ່ມແກ່ບັນດາອົງການສາກົນປະຈຳ ສປປ ລາວ ໃນການຄວບຄຸມການລະບາດຂອງເຊື້ອໂຄໂຣນາໄວຣັສ.

ທ່ານ ປອ. ປີເຕີ ເຮມ໋ອນ ເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈຳ ສປປ ລາວ ໄດ້ກ່າວວ່າ: “ທຶນການຊ່ວຍເຫຼືອ ຈາກສະຫະລັດອາເມລິກາໄດ້ຢໍ້າຄືນເຖິງຄວາມໝາຍໝັ້ນຂອງການຮ່ວມມືແບບກວມລວມລະຫວ່າງ ສະຫະລັດອາເມລິກາ ແລະ ສປປ ລາວ”. ທ່ານໄດ້ກ່າວຕື່ມອີກວ່າ “ພວກເຮົາມີຄວາມພາກພູມໃຈ ຕໍ່ກັບຄວາມໝາຍໝັ້ນທີ່ຕິດພັນກັບການຊ່ວຍເຫຼືອທາງດ້ານ ວຽກງານສະກັດກັ້ນພະຍາດ COVID-19 ເຊິ່ງມາຮອດປັດຈຸບັນໄດ້ບັນລຸເຖິງ 7.5 ລ້ານໂດລາ. ສະຫະລັດອາເມລິກາໄດ້ໃຫ້ການສະໜັບສະໜູນ ສປປ ລາວ ເພື່ອປະກອບສ່ວນເຂົ້າໃນຄວາມພະຍາຍາມເພື່ອສະກັ້ນການແຜ່ລະບາດໄວຣັສຮ້າຍນີ້ພ້ອມທັງປ້ອງກັນສຸຂະພາບ ແລະ ຄວາມເປັນຢູ່ທີ່ດີຂອງປະຊາຊົນລາວ.”

ສະຫະລັດອາເມລິກາໄດ້ມອບທຶນການຊ່ວຍເຫຼືອຫຼາຍກວ່າ 7.5 ລ້ານໂດລາ ເພື່ອຊ່ວຍ ສປປ ລາວ ໃນການຮັບມືຕ້ານການແຜ່ ລະບາດຂອງພະຍາດ COVID-19. ໃນເດືອນກຸມພາທີ່ຜ່ານມາ, ສະຫະລັດອາເມລິກາ ໂດຍຜ່ານອົງການ USAID ໄດ້ມອບ ອຸປະກອນການແພດ ເພື່ອເປັນການປະກອບສ່ວນໃຫ້ບັນດາເຈົ້າໜ້າທີ່ຈາກຂະແໜງສາທາ ໃນການປະຕິບັດໜ້າທີ່ ດູແລຮັກສາຄົນປ່ວຍໃຫ້ມີຄວາມປອດໄພ. ໃນເດືອນມີນາ ອົງການ USAID ໄດ້ມອບທືນຮ່ວງໃໝ່ຫຼາຍກວ່າ 1.9 ລ້ານໂດລາ ເພື່ອໃຊ້ເຂົ້າໃນການສະກັດກັ້ນ COVID-19. ພາຍໃນເດືອນທີ່ຜ່ານມາ, ສະຫະລັດອາເມລິກາ ໄດ້ມອບທຶນການຊ່ວຍເຫຼືອຕື່ມອິກ ປະມານ 3.17 ລ້ານໂດລາ ຈາກສູນຄວບຄຸມ ແລະ ປ້ອງກັນພະຍາດຂອງສະຫະລັດອາເມລິກາ (USCDC). ນອກນັ້ນ, ຍັງມີເຄື່ອງກວດຫາສານຊີວະໂມເລກຸນ (PCR) ຈຳນວນສອງເຄື່ອງ, ແລັບທ໋ອບຈຳນວນສິບເຄື່ອງ, ເຄື່ອງອົບຂ້າເຊື້ອ, ເຄື່ອງກັ່ນຕອງອາກາດແບບພິເສດສຳລັບຫ້ອງທົດລອງມອບໂດຍ ລັດຖະບານສະຫະລັດ ແລະ ອົງການພາກເອກະຊົນເຊິ່ງມອບໃຫ້ແກ່ ສູນວິເຄາະ ແລະ ລະບາດວິທະຍາ ກະຊວງສາທາລະນະສຸກ ເພື່ອຊ່ວຍນັກວິທະຍາສາດ ແລະ ເຈົ້າໜ້າທີ່ຈາກສາທາລະນະສຸກ ນໍາໃຊ້ເຂົ້າໃນການກວດ ແລະ ຕິດຕາມຢ່າງເປັນລຳດັບ.

ຜ່ານທຶນການຊ່ວຍເຫຼືອລ່າສຸດ, ອົງການ USAID ແມ່ນຈະໄດ້ປະກອບສ່ວນໃນການສົ່ງເສີມເຊັ່ນ:

  • ການມີສ່ວນຮ່ວມຂອງຊຸມຊົນເພື່ອຊ່ວຍໃນການໃຫ້ຄວາມຮູ້ໃຫ້ແກ່ປະຊາຊົນລາວກ່ຽວກັບຂັ້ນຕອນການປ້ອງກັນ ແລະ ການສະກັດກັ້ນການແຜ່ລະບາດຂອງໄວຣັສ.
  • ບັນດາໂຄງການເສີມສ້າງການປ້ອງກັນ ແລະ ຄວບຄຸມການຕິດເຊື້ອ.
  • ສົ່ງເສີມຫ້ອງວິເຄາະໃນ ສປປ ລາວ ເພື່ອໃຊ້ເຂົ້າໃນການບົ່ງມະຕິ ແລະ ກວດຫາບັນດາກໍລະນີ ຂອງພະຍາດ COVID-19.
  • ຄວາມພະຍາຍາມໃນການຊ່ວຍເຫຼືອຕິດຕາມເຝົ້າລະວັງພະຍາດ COVID-19 ເພື່ອເປັນການຫຼຸດຜ່ອນຄວາມສ່ຽງທີ່ແຜ່ເຊື້ອໄປສູ່ຄົນອື່ນ.

ໃນໄລຍະ 20 ກວ່າປີທີ່ຜ່ານມາ, ສະຫະລັດອາເມລິກາໄດ້ປະກອບສ່ວນເກືອບເຖິງ 92 ລ້ານໂດລາ ໃນການຮ່ວມມືໃນຂະແໜງສາທາ. ໃນໄລຍະເວລານີ້, ອົງການ USCDC, ອົງການ USAID ແລະ ອົງການຫຼຸດຜ່ອນໄພຂົ່ມຄູ່ທາງດ້ານໄພພິບັດ (DTRA) ໄດ້ໃຫ້ການສະໜັບສະໜູນໃນການຈັດຝຶກອົບຮົມໃຫ້ແກ່ພະນັກງານແພດໝໍໃນ ສປປ ລາວ ຫຼາຍກວ່າພັນຄົນ ຈາກສູນກາງ ແລະ ທ້ອງຖີ່ນ ລວມທັງນັກລະບາດວິທະຍາ ທີ່ຢູ່ແຖວຫນ້າ ແລະ ບັນດາຊ່ຽວຊານຈາກຂະແໜງສາທາທີ່ປັດຈຸບັນກຳລັງຕໍ່ສູ້ຮັບມືກັບການລະບາດ COVID-19. ໂດຍຜ່ານໂຄງການ President’s Malaria Initiative (PMI), USAID ໄດ້ໃຫ້ການຊ່ວຍເຫຼືອລັດຖະບານ ສປປ ລາວ ໃນການຫຼຸດຜ່ອນ ຈຳນວນກໍລະນີໄຂ້ມາເລເລຍ ໄດ້ເຖິງ 80 ເປີເຊັນໃນໄລຍະສິບປີທີ່ຜ່ານມາ. ສະຫະລັດຍັງໄດ້ຊ່ວຍ ສປປ ລາວ ໃນວຽກງານການລົບລ້າງພະຍາດຕາສານ ໃນປີ 2018.  ການຕິດເຊື້ອ HIV/AIDS ໃນ ສປປ ລາວ ໄດ້ມີການຫຼຸດລົງຢ່າງຕໍ່ເນື່ອງໃນສອງທົດສະວັດທີ່ຜ່ານມາ ອັນເນື່ອງມາຈາກຜົນສຳເລັດຂອງໂຄງການປ້ອງກັນ ແລະ ປິ່ນປົວ HIV ເຊິ່ງຈັດຕັ້ງປະຕິບັດໂດຍລັດຖະບານ ສປປ ລາວ ໂດຍຮ່ວມກັບຊຸມຊົນໃນທ້ອງຖີ່ນເຊິ່ງສະໜັບສະໜູນຈາກ The U.S. President’s Emergency Plan for AIDS Relief (PEPFAR). ຕົວຢ່າງວຽກງານເຫຼົ່ານີ້ ແລະ ຍັງມີວຽກງານອື່ນໆອີກທີ່ໄດ້ສະແດງໃຫ້ເຫັນເຖິງການຮ່ວມມືໄລຍະຍາວຂອງລັດຖະບານ ສປປ ລາວ ແລະ ປະຊາຊົນລາວ ໂດຍຜ່ານຫຼາຍໆໂຄງການທີ່ຊ່ວຍໃນການພັດທະນາໝາກຜົນ ແລະ ບັນລຸເປົ້າໝາຍການພັດທະນາປະເທດຊາດ.

  • ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບ ສະຫະລັດອາເມລິກາ ໃນການຕອບໂຕ້ພະຍາດ COVID-19 ທ່ານສາມາດເຂົ້າເບິ່ງໄດ້ທີ່ https://www.usaid.gov/coronavirus-covid-19