ໃນວັນທີ່ 16 ຕຸລາ, ທ່ານ ເບັນຈາມິນ ຣອດ (Benjamin Rhodes) ຮອງທີ່ປຶກສາດ້ານຄວາມໝັ້ນຄົງ ແຫ່ງຊາດ ສະຫະລັດ ອາເມລິກາ ໄດ້ ປະກາດ ການໃຫ້ທຶນມູນຄ່າ ($2.2 million) ເຂົ້າໃນການສະໜັບສະໜູນວຽກງານເກັບກູ້ລະເບີດບໍ່ທັນແຕກ (UXO) ຢູ່ ສປປ ລາວ ເພື່ອທີ່ຈະ ໃຫ້ບັນດາຊ່ຽວຊານທີ່ຍຸດພາລະກິດເກັບກູ້ລະເບີດໃນປີ 2014 ອັນເນື່ອງມາຈາກຄວາມຫຍຸ້ງຍາກຂອງທຶນ ໄດ້ກັບມາປະຕິບັດຫນ້າທີ່ອິກເທື່ອນຶ່ງ. ທີມເກັບກູ້ລະເບີດລາວ ຈະໄດ້ອອກປະຕິບັດຫນ້າທີ່ຢູ່ທີ່ແຂວງ ຫົວພັນ, ຊຽງຂວາງ, ຄຳມ່ວນ, ສະຫວັນນະເຂດ,ສາລະວັນ ແລະແຂວງຈຳປາສັກ.
ທ່ານ ຣອດ ໄດ້ກ່າວວ່າ ສະຫະລັດ ອາເມລິກາ ໄດ້ມີຄວາມມຸ້ງໝັ້ນທີ່ຈະຊ່ວຍເຫຼືອ ສປປ ລາວ ໃນການເກັບກູ້ລະເບີດບໍ່ທັນແຕກ(UXO) ອອກຈາກພື້ນທີ່ທີ່ມີລະເບີດຕົກຄ້າງຢູ່ ເພື່ອທີ່ຈະໄດ້ຫຼຸດຜ່ອນອັດຕາການເສຍຊີວິດ, ເພື່ອເພີ່ມ ເຂດພື້ນທີ່ການປູກຝັງ ແລະ ຫຼຸດຜ່ອນ ຄວາມ ທຸກຍາກ.
ແລະໃນວັນທີ 17 ຂອງເດືອນຕຸລານີ້, ທ່ານ ຣອດ ໄດ້ໄປຢ້ຽມຢາມທີມງານເກັບກູ້ລະເບີດລາວ ເຊິ່ງປະຕິບັດຫນ້າທີ່ໃນການເກັບກູ້ລະເບີດ (UXO) ຢູ່ທີ່ບ້ານປາກອູ ແຂວງຫຼວງພະບາງ. ທີມເກັບກູ້ລະເບີດລາວ ໄດ້ລາຍງານແບບສັງເຂບຕໍ່ ທ່ານ ຣອດ ກ່ຽວກັບຄວາມຄືບຫນ້າ ຂອງວຽກງານ ຢູ່ທີ່ບ້ານດັງກ່າວ ແລະ ໄດ້ອະທິບາຍເຖິ່ງວຽກງານການຝຶກອົບຮົມທີ່ສະມາຊິກຕ້ອງໄດ້ເຂົ້າຮ່ວມ ແລະ ນຳໃຊ້ເຂົ້າໃນຂະແຫນງການຂອງພວກເຂົາ.
ທ່ານ ຣອດ ໄດ້ກ່າວເພີ່ມອິກວ່າ ທ່ານ ຮູ້ສຶກປະທັບໃຈຕໍ່ກັບຄວາມມຸ້ງໝັ້ນຂອງທີມເກັບກູ້ລະເບີດລາວ ໃນການປະກອບສ່ວນເຂົ້າໃນວຽກງານ ທີ່ສຳຄັນດັງກ່າວນີ້, ເຊິ່ງວ່າມັນມີຄວາມສຳຄັນຫຼາຍທີ່ສຸດສຳລັບຄົນລາວ ໂດຍສະເພາະ ໃນຍຸກສະໄໝໃໝ່ນີ້.
ນັບຕັ້ງແຕ່ປີ 1993 ເປັນຕົ້ນມາ, ສາຫະລັດ ອະເມລິກາ ໄດ້ໃຫ້ການຊ່ວຍເຫຼືອ ເຂົ້າໃນວຽກງານການເກັບກູ້ລະເບີດບໍ່ທັນແຕກຢູ່ ສປປ ລາວ ເປັນມູນຄ່າຫຼາຍກວ່າແປດສິບສາມລ້ານໂດລາ ($83 million). ໃນປີ 2015, ສາຫະລັດ ອະເມລິກາ ໄດ້ໃຫ້ທຶນເປັນໝມູນຄ່າທັງໝົດ ສິບຫ້າລ້ານໂດລາ ($15 million). ທຶນບູລິມາສິດດັງກ່າວແມ່ນຈະຖຶກໃຊ້ເຂົ້າໃນການສະນັບສະໜູນ ການເກັບກູ້ລະເບີດບໍ່ທັນແຕກ ທີ່ໄດ້ຖຶກຄົ້ນ ພົບພາຍຫຼັງ ຜົນການສໍາຫຼວດຫຼັກຖານໃນເຂດພື້ນທີ່ທີ່ມີລະເບີດຕົກຄ້າງຢູ່.
ໂຄງການຊ່ວຍເຫລືອ ຜູ້ຖືກເຄາະຮ້າຍ ຈະເຮັດຫນ້າທີ່ການສະໜອງການບໍລິການໂດຍກົງຕໍ່ຜູ້ລອດຊີວິດ ຈາກອຸປະຕິເຫດລະເບີດບໍ່ທັນແຕກ ແລະ ຄອບຄົວຂອງເຂົາເຈົ້າ ເພື່ອທີ່ຈະຊ່ວຍສ້າງຄວາມເຂັ້ມແຂງໃນການຊ່ວຍເຫຼືອເບື້ອງຕົ້ນ, ການຕອບສະໜອງສຸກເສີນ ໃນດ້ານການຊ່ວຍເຫຼືອ ສິ່ງອຳນວຍຄວາມສະດວກອັນສຳຄັນທາງດ້ານສຸຂະພາບ ແລະ ບັນດາປະຊາຊົນຜູ້ທີ່ອາສາສະຫມັກພາຍໃນແຂວງ ທີ່ໃດ້ຮັບຜົນກະທົບອັນ ຮ້າຍແຮງ. ສໍາລັບທຶນ ການປູກຈິດສໍານຶກ ຕໍ່ຄວາມກັບຄວາມສ່ຽງນັ້ນ ຈະໄຊ້ເຂົ້າໃນການສະໜັບສະໜູນ, ໂດຍສະເພາະເດັກນ້ອຍ ຕໍ່ຄວາມ ອັນຕະລາຍຂອງລະເບີດບໍ່ທັນແຕກ.