ສ.ອາ​ເມ​ລິ​ກາ ໃຫ້​ການ​ສະ​ໜັບ​ສະ​ໜູນຫຼາຍກວ່າ​ 1 ລ້ານ ໂດລາ ໃນດ້ານ ພາຫະນະ ແລະ ອຸປະກອນ ໃຫ້ແກ່ ໂຄງການເກັບກູ້ລະເບີດແຫ່ງຊາດ

ນະຄອນຫຼວງວຽງຈັນ ສປປ ລາວ ລັດຖະບານສະຫະລັດອາເມລິກາໄດ້ປະກອບສ່ວນ ພາຫະນະໃໝ່ (4×4 vehicles) ຈຳ ນວນ 16 ຄັນ ແລະ ເຄື່ອງກວດລະເບີດຈຳນວນ 134 ເຄື່ອງ ໃຫ້ແກ່ ສປ ລາວ ລວມມູນຄ່າຫຼາຍກວ່າ 1 ລ້ານໂດລາ, ໃນພິທີມອບຮັບ ທີ່ໄດ້ຈັດຂຶ້ນໃນວັນທີ 19 ມັງກອນ ທີ່ສູນຝຶກອົບຮົມຂອງໂຄງການເກັບກູ້ລະເບີດແຫ່ງຊາດ (ຄກລ) ທີ່ນະຄອນຫຼວງວຽງຈັນ. ໂດຍການເຂົ້າຮ່ວມຂອງ ທ່ານ ປະເດີມພອນ ສົນທະນີ, ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫັວດດີການສັງຄົມ, ທ່ານ ໂຈມແຍງ ແພງທອງສະຫັວດ, ຫົວໜ້າ ຫ້ອງການ ຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອການແກ້ໄຂບັນຫາລະເບີດຕົກຄ້າງຢູ່ ສປປ ລາວ (NRA), ທ່ານ ບຸນພະມິດ ໂສມວິຈິດ ອຳນວຍການ ໂຄງການເກັບກູ້ ລະເບີດແຫ່ງຊາດ (UXO Lao) ແລະ ທ່ານ ດຣ. ປີເຕີ ເຮມ໋ອນ ເອກອັກຄະລັດຖະທູດ ສະຫະລັດ ອາເມລິກາ ປະຈໍາ ສປປ ລາວ. ອຸປະກອນດັ່ງກ່າວຈະໄດ້ມອບໃຫ້ ທີມເກັບກູ້ລະເບີດເຄື່ອນທີ່ ທີ່ປະຈຳຢູ່ແຂວງ ຄຳມ່ວນ, ສະຫັວນນະເຂດ, ສາລະວັນ, ອັດຕະປື ແລະ ຫົວພັນ.

ທ່ານ ເອກອັກຄະລັດຖະທູດ ເຮມ໋ອນ ໄດ້ກ່າວໃນພິທີວ່າ: “ພວກເຮົາມີຄວາມຍິນດີຫຼາຍ ທີ່ສະມາຊິກທີມງານຂອງ ຄກລ (UXO Lao) ທີ່ມີຄວາມຫ້າວຫັນຈະໄດ້ມີອຸປະກອນທີ່ມີຄວາມພ້ອມໃນການປະຕິບັດວຽກງານທີ່ສໍາຄັນຂອງບັນດາເຈົ້າຫນ້າທີ່ ຢູ່ເຂດຫ່າງໄກສອກຫລີກໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງສຸດ.”

ປີ 2021 ແມ່ນປີຄົບຮອບ 5 ປີ ຂອງການເປັນຄູ່ຮ່ວມມືແບບກວມລວມຂອງສະຫະລັດອາເມລິກາ ແລະ ສປປ ລາວ. ການ ຊ່ວຍເຫຼືອນີ້ແມ່ນສ່ວນໜຶ່ງຂອງການຮ່ວມມືລະຫວ່າງ ສະຫະລັດອາເມລິກາ ແລະ ສປປ ລາວ ໃນການເຮັດວຽກເພື່ອບັນລຸເປົ້າ  ໝາຍຂອງການພັດທະນາແບບຍືນຍົງ ທີ່ 18 (SDG 18) – ການລົບລ້າງລະເບີດບໍ່ທັນແຕກທີເປັນສິ່ງກີດຂວາງຕໍ່ການພັດທະນາ ພາຍໃນປີ 2030. ສະຫະລັດອາເມລິກາ ແມ່ນເປັນຜູ້ໃຫ້ທຶນທີ່ໃຫ່ຍທີ່ສຸດທີ່ໃຫ້ການປະກອບສ່ວນຫຼາຍກວ່າ 230 ລ້ານໂດລາ ນັບຕັ້ງແຕ່ປີ 1995.

ໃນປີນີ້ ສະຫະລັດອາເມລິກາ ສະໜັບສະໜູນ ກິດຈະກຳເກັບກູ້ລະເບີດ ເພື່ອເພີ່ມຄວາມອາດສາມາດໃນການກວດກູ້ພື້ນທີ່ໃຫ້ຫຼາຍຂຶ້ນ ໂດຍຜ່ານ ໂຄງການ UXO Lao ແລະ ສາມ ອົງການຈັດຕັ້ງບໍ່ສັງກັດລັດ (NGO) ທີ່ເປັນຄູ່ຮ່ວມງານ: ອົງການ HALO Trust, ອົງການແມັກ (MAG) ແລະ ອົງການ ຊ່ວຍເຫຼືອຂອງປະຊາຊົນນອກແວ (NPA). ການສະໜັບສະໜູນຂອງລັດຖະບານ ສະຫະລັດອາເມລິກາ ໄດ້ອຳນວຍຄວາມສະດວກໃຫ້ຈຳນວນທີມສຳຫຼວດ  ແລະ ທີມກວດກູ້ ຂອງ UXO Lao ເພີ່ມຂຶ້ນຈາກ 17 ທີມໃນປີ 2014 ເປັນ 60 ທີມໃນມື້ນີ້.

ລັດຖະບານ ສະຫະລັດອາເມລິກາຈະສືບຕໍ່ເຮັດວຽກກັບ ຄຊກລ (NRA) ແລະ ຄກລ (UXO Lao) ເພື່ອກຳນົດວິທີການອື່ນໆ ໃນການຍົກສູງຄວາມອາດສາມາດຂອງຂະແໜງເກັບກູ້ລະເບີດບໍ່ທັນແຕກ ໃຫ້ສອດຄ່ອງກັບບູລິມະສິດຂອງລັດຖະບານລາວ ແລະ ມີວິໄສທັດຮ່ວມກັນ ໃນການລົບລ້າງລະເບີດບໍ່ທັນແຕກທີເປັນສິ່ງກີດຂວາງຕໍ່ການພັດທະນາ ພາຍໃນປີ 2030.