Flag

An official website of the United States government

ສ.ອາເມລິກາ ໃຫ້ການສະໜັບສະໜູນ ສະພາທະນາຍຄວາມລາວ ເປີດຫ້ອງການຊ່ວຍເຫຼືອທາງດ້ານກົດໝາຍ ທີ່ ແຂວງວຽງຈັນ
29 ບົດອ່ານໜຶ່ງນາທີ
ເດືອນກຸມພາ 2, 2021

ນະຄອນຫຼວງວຽງຈັນ ສປປ ລາວ – ສະຫະລັດອາເມລິກາ ສືບຕໍ່ຊ່ວຍເຫຼືອວຽກງານຄຸ້ມຄອງລັດຄຸ້ມຄອງສັງຄົມດ້ວຍກົດໝາຍ ໃນ​ ປ ລາວໂດຍການສະໜັບສະໜູນສະພາທະນາຍຄວາມ ເປີດຫ້ອງການຊ່ວຍເຫຼືອທາງດ້ານກົດໝາຍ ຫ້ອງການທຳອິດ ປະຈຳຫ້ອງການສະພາທະນາຍຄວາມ ແຂວງວຽງຈັນ ສະໜັບສະໜູນໂດຍ ປະເທດສະຫະລັດອາເມລິກາ.  ພິທີດັ່ງກ່າວ ເປັນກຽດເຂົ້າຮ່ວມເປັນສັກຂີພະຍານໂດຍ ພະນະທ່ານ ໄຊສີ ສັນຕິວົງລັດຖະມົນຕີກະຊວງຍຸຕິທໍາທ່ານ ບຸນສອນ ເພັດລາວັນ ຮອງເຈົ້າແຂວງ ແຂວງວຽງຈັນ ແລະ ທ່ານ ປອ ປີເຕີ ເມຮ໋ອນ ເອກອັກຄະລັດຖະທູດ ສະຫະລັດອາເມລິກາປະຈໍາ ສປປ ລາວ ພ້ອມດ້ວຍແຂກທີ່ມີກຽດ ຈາກກະຊວງຍຸຕິທຳສະພາທະນາຍຄວາມ ແລະ ຄູ່ຮ່ວມພັດທະນາຫຼາຍກວ່າ 80 ທ່ານ.

ທ່ານເອກອັກຄະລັດຖະທູດ ເຮມ໋ອນ ກ່າວວ່າປີນີ້ແມ່ນປີຄົບຮອບ 5 ປີ ສາຍພົວພັນສະຫະລັດອາເມລິກາສປປລາວແບບກວມລວມແຜນງານນີ້ ໄດ້ຢັ້ງຢືນໃຫ້ເຫັນເຖິງຄວາມມຸ້ງໝັ້ນ ແລະ ການຮ່ວມເປົ້າໝາຍ ພາຍໃຕ້ການຮ່ວມມືນີ້ເພື່ອສົ່ງເສີມ ການຄຸ້ມຄອງລັດ ຄຸ້ມຄອງສັງຄົມ ດ້ວຍກົດໝາຍ ໃນ ສປ ລາວ ເພື່ອໃຫ້ປະຊາຊົນລາວເຂົ້າເຖິງຄວາມຍຸຕິທຳຫຼາຍຂຶ້ນ.  ສະຫະລັດອາເມລິກາມມີຄວາມພາກພູມໃຈທີ່ໄດ້ສະໜັບສະໜູນການພັດທະນາຂອງ ສປ ລາວເພື່ອກາບເປັນສະມາຊິກທີ່ເຂັ້ມແຂງ ແລະ ວັດທະນາຖາວອນ ຫຼາຍຂຶ້ນໃນພາກພື້ນອາຊຽນ.

ຫ້ອງການຊ່ວຍເຫຼືອທາງດ້ານກົດໝາຍແຫ່ງນີ້ ເປັນສ່ວນໜຶ່ງຂອງກິດຈະກຳໃນແຜນງານສົ່ງເສີມການຊ່ວຍເຫຼືອທາງດ້ານກົດໝາຍ ທີ່ໄດ້ຮັບທຶນຈາກ ອົງການພັດທະນາສາກົນປະເທດສະຫະລັດອາເມລິກາ ຫຼື USAID ​ຈັດຕັ້ງປະຕິບັດໂດຍມູນນິທິເອເຊຍປະຈຳລາວ.  ແຜນງານນີ້ຈະສະໜັບສະໜູນສະພາທະນາຍຄວາມ​ ​ເປີດຫ້ອງການຊ່ວຍເຫຼືອທາງດ້ານກົດໝາຍ​ ປະຈຳຫ້ອງການສະພາທະນາຍຄວາມ ແຂວງສະວັນນະເຂດແຂວງສາລະວັນແຂວງຫຼວງພະາງແຂວງອຸດົມໄຊແຂວງໄຊຍະບູລີແລະ ສືບຕໍ່ຈັດຕັ້ງປະຕິບັດຫ້ອງການຊ່ວຍເຫຼືອທາງດ້ານກົດໝາຍ ປະຈຳສະພາທະນາຍຄວາມ ແຂວງຈຳປາສັກ ແລະ ນະຄອນຫຼວງວຽງຈັນ.

ຫ້ອງການຊ່ວຍເຫຼືອທາງດ້ານກົດໝາຍ ຈະຊ່ວຍເພີ່ມການບໍລິການການຊ່ວຍເຫຼືອລ້າທາງດ້າກົດໝາຍ ​ເຊັ່ນ ການໃຫ້ຄຳປຶກສາທາງດ້ານກົດໝາຍກະກຽມເອກະສານທາງດ້ານກົດໝາຍ ແລະ ​ເປັນຕົວແທນທາງດ້ານກົດໝາຍໃນຂັ້ນຕອນການດຳເນີນຄະດີຂອງສານ ໃຫ້ແກ່ປະຊາຊົນລາວໄດ້ເປັນຈຳນວນຫຼວງຫຼາຍເເຜນງານນີ້ແນໃສ່ການເຜີຍແຜ່ ດຳລັດວ່າດ້ວຍການຊ່ວຍເຫຼືອທາງດ້ານກົດໝາຍ ເພື່ອໃຫ້ທຸກຄົນເຂົ້າເຖິງຄວາມຍຸຕິທໍາ ເເລະ ຮັບປະກັນຄວາມສະເໝີພາບຕໍ່ໜ້າກົດໝາຍເພື່ອສ້າງສັງຄົມທີ່ມີຄວາມປອດໄພ,​ ຍຸຕິທໍາ ເເລະ ວັດທະນາຖາວອນ.

ເເຜນງານສົ່ງເສີມການຊ່ວຍເຫຼືອທາງດ້ານກົດໝາຍ ຊ່ວຍຍົກລະດັບເປົ້າໝາຍຂອງ ສປປ ລາວທີ່ໄດ້ກ່າວໄວ້ໃນເເຜນແມ່ບົດວ່າດ້ວຍການພັດທະນາລັດແຫ່ງກົດໝາຍເພື່ອໃຫ້ເປັນລັດທີ່ຄຸ້ມຄອງລັດຄຸ້ມຄອງສັງຄົມດ້ວຍກົດໝາຍ. ​ສະ​​ຫະລັດອາເມລິກາ ຍັງໄດ້ຮ່ວມມື ກັບ ສປປ ລາວ ໃນຫຼາຍຂົງເຂດເຊັ່ນສົ່ງເສີມວຽກງານສາທາລະນະສຸກ ແລະ ໂພຊະນາການ, ​ສົ່ງເສີມທັກສະການອ່ານຂອງເດັກນ້ອຍລາວອຳນວນຄວາມສະດວກໃຫ້ແກ່ວຽກງານ ການຄ້າ ແລະ ການລົງທຶນເສີມສ້າງຄວາມເຂັ້ມແຂງວຽກງານງານ ຄຸ້ມຄອງລັດ ຄຸ້ມຄອງສັງຄົມດ້ວຍກົດໝາຍ ແລະ ວຽກງານານສະກັດກັ້ນ ແລະ ຕ້ານການຄ້າມະນຸດ.