ລັດຖະບານສະຫະລັດອາເມລິກາ ສະໜັບສະໜູນລັດຖະບານລາວ ໃນການສ້າງແອັບພລິເຄຊັນກົດໝາຍລາວຜ່ານໂທລະສັບມືຖື

ນະຄອນຫຼວງວຽງຈັນ, ສປປ ລາວ – ໃນວັນທີ 02 ພະຈິກ 2018, ລັດຖະບານສະຫະລັດອາເມລິກາ ແລະ ລັດຖະບານລາວຈາກກະຊວງຍຸຕິທຳ ໄດ້ເຂົ້າຮ່ວມພິທີເປີດໂຕແອັບພລິເຄຊັນກົດໝາຍລາວ, ຈຸດປະສົງໃນການສ້າງແອັບດັ່ງກ່າວ ແມ່ນເພື່ອອຳນວຍຄວາມສະດວກໃນການພັດທະນາເສດຖະກິດ ແລະ ຫຼັກນິຕິທຳ ຂອງ ສປປລາວ.

ທ່ານ ຄໍລິນ ກຣອສບີ, ຮອງເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳ ສປປ ລາວ ຮ່ວມກັບ ທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີ ກະຊວງຍຸຕິທຳ ແລະ ຜູ້ເຂົ້າຮ່ວມຈາກພາກລັດຫຼາຍກວ່າ 70 ທ່ານ ໄດ້ພ້ອມກັນເປີດໂຕ “ແອັບພລິເຄຊັນກົດໝາຍລາວ” ສະບັບປັບປຸງໃໝ່. ແອັບພລິເຄຊັນທີ່ທັນສະໄໝຜ່ານໂທລະສັບມືຖືນີ້ ຈະຊ່ວຍໃຫ້ບັນດານັກລົງທຶນ ແລະ ຜູ້ປະກອບ ເຂົ້າເຖິງນິຕິກຳໄດ້ໄວຂຶ້ນ ແລະ ເຂົ້າໃຈເຖິງບັນດາລະບຽບ ແລະ ກົດໝາຍທີ່ກ່ຽວຂ້ອງກັບທຸລະກິດ.

ແອັບພລິເຄຊັນກົດໝາຍລາວແມ່ນສ້າງຂຶ້ນໂດຍການສະໜັບສະໜູນຈາກລັດຖະບານສະຫະລັດອາເມລິກາ ໂດຍການຮ່ວມມືກັບລັດຖະບານລາວກໍ່ຄືກະຊວງຍຸຕິທຳ. ແອັບກົດໝາຍລາວນີ້ ປະກອບມີນິຕິກຳທັງໝົດ ທີທ່ານສາມາດຄົ້ນຫາໄດ້ໃນເວັບໄຊຈົດໝາຍເຫດທາງລັດຖະການ (EOG), ທີ່ຈະຊ່ວຍໃຫ້ບັນດານັກລົງທຶນ, ຜູ້ປະກອບ, ແລະ ສາທາລະນະຊົນທົ່ວໄປສາມາດເຂົ້າເຖິງບັນດານິຕິກຳເຫຼົ່ານີ້ໄດ້ງ່າຍຂຶ້ນ ພ້ອມກັບຮູບແບບການໃຊ້ງານທີ່ງ່າຍດາຍ ແລະ ຜູ້ນຳໃຊ້ຍັງສາມາດປະກອບຄຳເຫັນຂອງທ່ານໃສ່ໃນບັນດາຮ່າງນິຕິກຳຕ່າງໆນຳດ້ວຍ.

ສິ່ງທີ່ເຮັດໃຫ້ແອັບກົດໝາຍລາວເປັນນະວັດຕະກຳໃໝ່ກໍ່ຄື ມັນຊ່ວຍໃຫ້ຜູ້ໃຊ້ງານສາມາດຄົ້ນຫາ,​ ອ່ານ ແລະ ປະກອບຄໍາຄິດເຫັນໃສ່ໃນຮ່າງກົດໝາຍທີ່ມີຢູ່ ແລະ ຮ່າງກົດໝາຍໃໝ່ໄດ້.

ຮອງເອກອັກຄະລັດຖະທູດ, ທ່ານ ຄໍລິນ ກຣອສບີ ກ່າວວ່າ: ແອັບກົດໝາຍນີ້ ເປັນເຄື່ອງມື ທີ່ຈະຊ່ວຍໃຫ້ ບັນດາຜູ້ປະກອບການ, ນັກລົງທຶນ ແລະ ປະຊາຊົນລາວໃນທົ່ວປະເທດ ສາມາດຮຽນຮູ້ ບັນດາລະບຽບຫຼັກການທີ່ສຳຄັນ. ແອັບນີ້ເຮັດໃຫ້ ສປປ ລາວ ເປັນທີ່ໜ້າສົນໃຈຫຼາຍຂຶ້ນສຳລັບບັນດານັກລົງທຶນຕ່າງປະເທດທີ່ຈະເຂົ້າມາລົງທຶນ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ ໃຫ້ມີຄຸນະພາບສູງ ໂດຍອີງໃສ່ບັນດາຫຼັກນິຕິທຳ.

ລັດຖະບານສະຫະລັດອາເມລິກາ ໃຫ້ທຶນຊ່ວຍເຫຼືອລ້າ ໂດຍຜ່ານໂຄງການ USAID ລູ່ນ້າ 2, ເຊິ່ງເປັນໂຄງການ 5 ປີ ທີ່ອອກແບບກິດຈະກຳຂອງໂຄງການ ເພື່ອຊ່ວຍໃຫ້ ລັດຖະບານ ສປປ ລາວ ເຊື່ອມໂຍງເຂົ້າໃນຕະຫຼາດໂລກ ໂດຍການສະໜັບສະໜູນລັດຖະບານ ສປປ ລາວ ໃນການສ້າງ ແລະ ຈັດຕັ້ງປະຕິບັດ ບັນດານະໂຍບາຍ ແລະ ລະບຽບຫຼັກການໃຫ້ມີຄວາມໂປ່ງໃສ ແລະ ມີປະສິດຕິພາບ.

ແອັບພລິເຄຊັນກົດໝາຍລາວສາມາດດາວໂຫຼດໄດ້ແລ້ວທີ່ ແອັບສຕໍ ແລະ ກູເກລິນເພສຕໍ.