ສະຫະລັດອາເມລິກາ ສະໜັບສະໜູນ ລັດຖະບານລາວ ສ້າງຄວາມເຂັ້ມແຂງ ໃນການບັງຄັບໃຊ້ ກົດໝາຍ ແລະ ຄວາມປອດໄພຊາຍແດນ

ນະຄອນຫຼວງວຽງຈັນ, ສປປ ລາວ: ສະຫະລັດອາເມລິກາ ແລະ ສປປ ລາວ ໄດ້ເຊັນຂໍ້ຕົກລົງສະບັບປັບປຸງ ລະຫວ່າງ ສະຖານທູດສະຫະລັດອາເມລິກາປະຈໍານະຄອນຫຼວງວຽງຈັນ ແລະ ກົມພາສີ, ກະ¬ຊວງການເງິນ  ສປປ ລາວ ເພື່ອເສີມຂະຫຍາຍການຮ່ວມມືສອງຝ່າຍໃນຂົງເຂດການບັງຄັບໃຊ້ກົດໝາຍ ແລະ ຄວາມປອດໄພຊາຍແດນ.

ພິທີເຊັນຂໍ້ຕົກລົງດັ່ງກ່າວຈັດຂຶ້ນທີ່ກົມພາສີ ໃນວັນທີ 11 ເດືອນຕຸລາ 2018. ຮອງລັດຖະມົນກະຊວງການເງິນ ທ່ານນາງ ທິບພະກອນ ຈັນທະວົງສາ ໄດ້ໃຫ້ກຽດເຂົ້າຮ່ວມພິທີ ແລະ ທ່ານ ບຸນປະເສີດ ສີຄຸນລະບຸດ, ຮັກສາການຫົວໜ້າກົມພາສີ ເປັນຜູ້ລົງນາມເຊັນຂໍ້ຕົກລົງຕາງໜ້າໃຫ້ລັດຖະບານລາວ.  ຝ່າຍສະຫະລັດອາເມລິກາ ແມ່ນ ທ່ານນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳ ສປປ ລາວ ເປັນຜູ້ລົງນາມເຊັນຕາງໜ້າ.

ທ່ານທູດ ຣິນາ ບິດເຕີ ກ່າວໃນພິທີ “ປີ 2016, ການນໍາຂອງພວກເຮົາໄດ້ລົງນາມເຊັນສັນຍາຮ່ວມມືແບບກວມລວມ (Comprehensive Partnership) ເຊິ່ງສ້າງຂຶ້ນບົນພື້ນຖານຄວາມເຄົາລົບເຊິ່ງກັນແລະກັນ, ປ່ອຍອາດີດໃຫ້ຢູ່ເບື້ອງຫຼັງ ເພື່ອສຸມໃສ່ການສ້າງອານາຄົດຮ່ວມກັນ,”.  “ຂໍ້ຕົກລົງສະບັບໃໝ່ນີ້ ສ້າງຂຶ້ນພາຍໃຕ້ພັນທະສັນຍາຂອງສັນຍາຮ່ວມມືແບບກວມລວມ ໂດຍການຮ່ວມມືດ້ານຄວາມປອດໄພ ແບບລົງເລິກເພື່ອຊ່ວຍຕ້ານ ແລະ ສະກັດກັ້ນອາຊະຍາກໍາຂ້າມຊາດ.”

ຂໍ້ຕົກລົງສະບັບໃໝ່ນີ້ ຕົກລົງມອບເງິນຫຼາຍກວ່າ 1.2 ລ້ານໂດລາ ຈາກລັດຖະບານສະຫະລັດ ເພື່ອສະໜັບສະໜູນ ແລະ ພັດທະນາຄວາມອາດສາມາດຂອງ ສປປ ລາວ ເພື່ອຕ້ານ ແລະ ສະກັດກັ້ນສິ່ງຂອງຜິດກົດໝາຍປະເພດຕ່າງໆ ທີ່ນໍາເຂົ້າ ຫຼຶື ສົ່ງອອກ ຈາກລາວ ຜ່ານຊາຍແດນສາກົນ ເຊັ່ນ: ຢາເສບຕິດ, ຜະລິດຕະພັນສັດປ່າ ແລະ ຜະລິດຕະພັນປອມແປງ. ໂຄງການນີ້ ຍັງຈະຊ່ວຍ ສປປ ລາວ ຕ້ານ ແລະ ສະກັດກັ້ນການຄ້າມະນຸດ.

ຂໍ້ຕົກລົງສະບັບໃໝ່ນີ້ ຍັງຈະຊ່ວຍປັບປຸງວຽກງານຄຸ້ມຄອງຄວາມປອດໄພຊາຍແດນ ໂດຍການສະໜອງການຝຶກອົບຮົມຕ່າງໆໃຫ້ເຈົ້າໜ້າທີ່ພາສີ ແລະ ເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍອື່ນໆ ໃນຂົງເຂດການປະຕິບັດກົດລະບຽບດ້ານຄວາມປອດໄພຊາຍແດນ ແລະ ວຽກງານສະກັດກັ້ນຕ່າງໆ. ການຝຶກອົບຮົມລະດັບພາກພື້ນ ແລະ ພາຍໃນເຫຼົ່ານີ້ ຈະຊ່ວຍລັດຖະບານລາວ ບັນລຸມາດຕະຖານຕ່າງໆຂອງສາກົນກ່ຽວກັບການຄຸ້ມຄອງຊາຍແດນ ແລະ ປົກປ້ອງປະຊາກອນຂອງຕົນ ຈາກອາຊະຍາກໍາຂ້າມຊາດ.

ນອກຈາກນັ້ນ, ການຊ່ວຍເຫຼືອຂອງໂຄງການ ຈະສະໜັບສະໜູນລັດຖະບານລາວ ຈັດຊື້ອຸປະກອນ ແລະ ເຄື່ອງມືທີ່ຈໍາເປັນ ເພື່ອຕໍ່ສູ້ກັບອາຊະຍາກໍາ ແລະ ປ້ອງກັນຊາຍແດນໃຫ້ດີຂຶ້ນກວ່າເກົ່າ.

ໂຄງການພາຍໃຕ້ຂໍ້ຕົກລົງສະບັບໃໝ່ນີ້ ຈະມີໄລຍະ 5 ປີ ແລະ ຄຸ້ມຄອງໂດຍພະແນກຕ້ານຢາເສບຕິດ ແລະ ປະຕິບັດກົດໝາຍ (INL) ຂອງສະຖານທູດສະຫະລັດອາເມລິກາ.

INL ແມ່ນຫ້ອງການພາຍໃຕ້ກະຊວງການຕ່າງປະເທດສະຫະລັດອາເມລິກາ ທີ່ເຮັດວຽກຢູ່ 80 ປະເທດທົ່ວໂລກ. ຫ້ອງການນີ້ສະໜັບສະໜູນບັນດາລັດຖະບານຕ່າງປະເທດ ສ້າງຄວາມເຂັ້ມແຂງໃຫ້ລະບົບຍຸຕິທໍາ ແລະ ສະຖາບັນບັງຄັບໃຊ້ກົດໝາຍໃຫ້ມີປະສິດທິພາບ ເຊິ່ງຈະສາມາດຕ້ານ ແລະ ສະກັດກັ້ນອາຊະຍາກໍາຂ້າມຊາດ.