ສະຫະລັດອາເມລິກາຊວ່ຍເຫຼືອການຝຶກອົບຮົມກະສິກຳອິນຊີໃຫ້ແກ່ສູນບຳບັດຢາເສບຕິດ

The training helps to strengthen the vocational training for the center and provides agricultural skills for drug addicts.

ໃນອາທິດນີ້ ສະຖານທູດສະຫະລັດອາເມລິກາຊວ່ຍເຫຼືອການຝຶກອົບຮົມກະສິກຳອິນຊີເພື່ອຊ່ວຍວຽກງານບຳບັດຟື້ນຟູສຸຂະພາບຂອງຜູ້ຕິດຢາເສບຕິດທີ່ກຳລັງຮັບການປິ່ນປົວຢູ່ສູນສົມສະຫງ່າທີ່ນະຄອນຫຼວງວຽງຈັນ. ການຝຶກອົບຮົມໃນຄັ້ງນີ້ຈະຊວ່ຍໃຫ້ຜູ້ບຳບັດມີທັກສະດ້ານກະສິກຳ-ການເຮັດສວນຄົວເພື່ອສ້າງໃຫ້ພວກເຂົາເຫຼົ່ານີ້ກາຍເປັນຄົນດີມີຄຸນນະພາບໃນຊຸຸຸມຊົນທ້ອງຖິ່ນຂອງເຂົ້າເຈົ້າ.

ການຝຶກອົບຮົມເລີ້ມແຕ່ວັນທີ 25 ພຶດສະພາ ຈົນເຖີງວັນທີ 15 ມິຖຸນາ 2016. ການຝຶກອົບຮົມແມ່ນເປັນສວ່ນນຶ່ງຂອງໂຄງການສ້າງອ່າງເກັບນ້ຳ ແລະເຮືອນຮົ່ມສຳລັບເຮັດການກະເສດເຊິ່ງໄດ້ຮັບຄຳແນະນຳຊຸກຍູ້ຈາກທ່ານເຈົ້າຄອງນະຄອນຫຼວງວຽງຈັນ ທ່ານ ປອ ສິນລາວົງ ຄຸດໄພທູນ.

ທ່ານເອກອັກຄະລັດຖະທູດ ສະຫະລັດອາເມລິກາປະຈຳນະຄອນຫຼວງວຽງຈັນ ດານຽນ ຄລູນ ໄດ້ກ່າວວ່າ: ພວກຂ້າພະເຈົ້າມີຄວາມຍິນດີທີ່ໄດ້ລິເລີ່ມບາດກ້າວອັນສຳຄັນໃນການຊ່ວຍເຫຼືອຜູ້ທີ່ຕົກເປັນເຫຍື່ອຂອງຢາເສບຕິດເພື່ອໃຫ້ພວກເຂົາເຫຼົ່ານີ້ຈະໄດ້ຮຽນຮູ້ທັກສະໃຫມ່ໆເພື່ອນຳໄປປັບປຸງຊີວິດຂອງຕົນເອງ ແລະ ເພື່ອກັບໄປປະກອບສ່ວນເຮັດວຽກງານຕ່າງໆໃນການພັດທະນາສັງຄົມ.

ຫວ່າງບໍ່ດົນຜ່ານມານີ້, ສະຖານທູດສະຫະລັດອາເມລິກາ ກໍ່ໄດ້ຊວ່ຍເຫຼືອທຶນກໍ່ສ້າງເຮືອນຮົ່ມ ແລະ ອ່າງເກັບນ້ຳໃຫ້ແກ່ທາງສູນສົມສະຫງ່າເພື່ອໃຊ້ເຂົ້າໃນວຽກງານການປູກຝັງ.

ໃນພິທີເປີດການຝຶກອົບນີ້ ທ່ານ ອຸ່ນຊື່ນ ສຸລິຍະໄທ ຜູ້ອຳນວຍການສູນສົມສະຫງ່າໄດ້ກ່າວວ່າ: ການຝຶກອົບຮົມໃນຄັ້ງນີ້ຈະຊວ່ຍຍົກລະດັບ ແລະ ສ້າງຄວາມເຂັ້ມແຂງໃຫ້ວຽກງານຝຶກວິຊາຊີບພາຍໃນສູນຂອງພວກເຮົາ ທັງເປັນການສ້າງເງື່ອນໄຂເພື່ອປັບປຸງສຸຂະພາບທາງດ້ານຮ່າງກາຍກໍ່ຄືມັນສະໝອງຂອງຜູ້ຕິດຢາເສບຕິດ.

ທ່ານໄດ້ກ່າວອິກວ່າ: ນອກນັ້ນ, ຍັງເປັນການເສີມຂະຫຍາຍວຽກງານຝຶກວິຊາຊີບ ແລະ ກິດຈະກຳເພື່ອຟື້ນຟູສຸຂະພາບຕ່າງໆ ພາຍໃນສູນຂອງພວກເຮົາໃຫ້ມີຄວາມເຂັ້ມແຂງຢ່າງຕໍ່ເນື່ອງອີກດ້ວຍ.

ປັດຈຸບັນທາງສູນສົມສະຫງ່າໄດ້ບຳບັດຜູ້ຕິດຢາເສບຕິດຫລາຍກວ່າ 1,350 ຄົນ. ນັບແຕ່ປີ 1998 ເປັນຕົ້ນມາ ທີ່ທາງສູນໄດ້ຂະຫຍາຍການຮັບໃຊ້ສັງຄົມ, ທາງລັດຖະບານສະຫະລັດໄດ້ໃຫ້ການຊ່ວຍເຫຼືອສູນສົມສະຫງ່າໃນຫຼຼາຍດ້ານໃນນັ້ນລວມມີອາຄານຫໍພັກ, ວຽກງານຝຶກອົບຮົມ, ການຝຶກວິຊາຊີບ ແລະ ສະໜອງອຸປະກອນຕ່າງໆເພື່ອຮັບໃຊ້ເຂົ້າໃນການບຳບັດລວມທັງກິດຈະກຳອື່ນໆພາຍໃນສູນເພື່ອໂຄສະນາເຜີຍແຜ່ໄພອັນຕະລາຍຂອງຢາເສບຕິດ.