ນະຄອນຫຼວງວຽງຈັນ, ວັນທີ 3 ກຸມພາ 2023 – ອົງການພັດທະນາສາກົນ ປະເທດສະຫະລັດອາເມລິກາ (USAID) ໄດ້ເປີດຕົວໂຄງການໃໝ່ທີ່ມີໄລຍະເວລາ 5 ປີ ເພື່ອສ້າງຄວາມເຂັ້ມແຂງດ້ານວຽກງານສຸຂະພາບແມ່ ແລະ ເດັກ ແລະ ໂພຊະນາການ. ໂຄງການດັ່ງກ່າວຈະຖືກຈັດຕັ້ງປະຕິບັດໂດຍສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມ ເຈເອສໄອ (JSI) ຮ່ວມກັບ ກະຊວງສາທາລະນະສຸກ ແລະ ຈະຈັດຕັ້ງປະຕິບັດຢູ່ໃນ 24 ເມືອງ ຂອງ 5 ແຂວງຄື: ແຂວງຜົ້ງສາລີ , ອຸດົມໄຊ, ສະຫວັນນະເຂດ, ສາລະວັນ ແລະ ເຊກອງ.
ທ່ານ ດຣ ພອນປະເສີດ ອຸນາພົມ, ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ກະຊວງສາທາລະນະສຸກ ພ້ອມດ້ວຍ ທ່ານ Brian Mulligan, ຫົວໜ້າໂຄງການເຈເອສໄອ ໄດ້ຮ່ວມເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂດຍການເຂົ້າເປັນປະທານ ແລະ ສັກຂີພິຍານຂອງ ທ່ານ ດຣ. ສະໜອງ ທອງຊະນະ, ຮອງ ລັດຖະມົນຕີ ກະຊວງສາທາລະນະສຸກ; ທ່ານ ປອ. ປີເຕີ ເຮມ໋ອນ, ເອກອັກຄະລັດຖະທູດສະຫະລັດອາເມລິກາ; ທ່ານ Mark Kowalski, ຫົວໜ້າພະແນກວຽກງານສາກົນ ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມ ເຈເອສໄອ; ແລະ ບັນດາຜູ້ເຂົ້າຮ່ວມຫຼາຍກວ່າ 50 ທ່ານ ຈາກກະຊວງສາທາລະນະສຸກ, ກະຊວງການຕ່າງປະເທດ ແລະ ບັນດາຄູ່ຮ່ວມງານ.
ທ່ານເອກອັກຄະລັດຖະທູດ ເຮມ໋ອນ ເນັ້ນໜັກເຖິງຄວາມສຳຄັນຂອງການພົວພັນຮ່ວມມືແບບກວມລວມ ລະຫວ່າງ ສະຫະລັດອາເມລິກາ ແລະ ສປປ ລາວ. ທ່ານກ່າວວ່າ: ສະຫະລັດອາເມລິກາມີຄວາມພາກພູມໃຈ ທີ່ຈະສືບຕໍ່ໃຫ້ການສະໜັບສະໜູນຂອງພວກເຮົາ ເພື່ອການສົ່ງເສີມສຸຂະພາບ ແລະ ໂພຊະນາການ ຂອງປະຊາຊົນລາວ. ການຊ່ວຍເຫຼືອດ້ານວຽກງານສຸຂະພາບຮອບດ້ານຂອງພວກເຮົາ ຈະຊ່ວຍເສີມສ້າງຄວາມເຂັ້ມແຂງໃຫ້ລະບົບສາທາລະນະສຸກຂອງລາວ ເພື່ອກຽມພ້ອມຮັບມືກັບວິກິດການດ້ານສຸຂະພາບທີ່ອາດຈະເກີດຂຶ້ນໃນອະນາຄົດ, ທັງນີ້ກໍເພື່ອໃຫ້ປະຊາຊົນລາວໄດ້ຮັບຄວາມປອດໄພ ແລະ ມີສຸຂະພາບທີ່ດີ.”
ໂຄງການນີ້ໄດ້ທຶນສະໜັບສະໜູນຈາກອົງການພັດທະນາສາກົນປະເທດສະຫະລັດອາເມລິກາ (USAID), ມີຈຸປະສົງ ປັບປຸງຜົນໄດ້ຮັບດ້ານສຸຂະພາບ ແລະ ໂພຊະນາການ ຂອງບັນດາແມ່ຍິງຖືພາ, ໄລຍະເກີດ, ຫຼັງການເກີດລູກ, ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມໃຫ້ດີຂຶ້ນ ໃນຊຸມຊົນທີ່ເຂົ້າເຖິງຍາກ. ເພື່ອບັນລຸວິໄສທັດດັ່ງກ່າວນີ້, ໂຄງການໄດ້ປັບແນວທາງປະຕິບັດໃຫ້ສອດຄ່ອງກັບ ວຽກງານສາມສ້າງ ຂອງ ສປປ ລາວ ເຊິ່ງໄດ້ມອບໝາຍຄວາມເປັນເຈົ້າການຫຼາຍຂຶ້ນໃນລະດັບທ້ອງຖິ່ນ. ເພື່ອສະໜັບສະໜູນແຜນດຳເນີນງານ ແລະ ແຜນຍຸດທະສາດຂອງວຽກງານສຸຂະພາບຈະເລີນພັນ, ແມ່, ເດັກເກີດໃໝ່, ເດັກນ້ອຍ (2016-2025). ໂຄງການຈະສ້າງຄວາມເຂັ້ມແຂງໃຫ້ກັບຄູ່ຮ່ວມງານຂັ້ນສູນກາງ, ຂັ້ນແຂວງ ແລະ ເມືອງ ແລະ ການມີສ່ວນຮ່ວມຂອງຊຸມຊົນໃນການເຮັດວຽກຮ່ວມກັບລະບົບສາທາລະນະສຸກ ເພື່ອບັນລຸຜົນໄດ້ຮັບດ້ານສຸຂະພາບທີ່ດີຂຶ້ນ ໂດຍການ:
- ເພີ່ມການເຂົ້າເຖິງ ແລະ ການນຳໃຊ້ບໍລິການດ້ານສຸຂະພາບຂອງແມ່ ແລະ ເດັກ ແລະ ໂພຊະນາການ (MCHN);
- ປັບປຸງຄຸນນະພາບຂອງການບໍລິການດ້ານສຸຂະພາບຂອງແມ່ ແລະ ເດັກ ແລະ ໂພຊະນາການ;
- ເສີມຂະຫຍາຍຄວາມເຂັ້ມແຂງໃຫ້ລະບົບສາທາລະນະສຸກໃນທຸກລະດັບຂັ້ນ;
- ສົ່ງເສີມການປະຕິບັດພຶດຕິກໍາທີ່ດີຕໍ່ສຸຂະພາບຈະເລີນພັນ, ແມ່, ເດັກເກີດໃໝ່, ເດັກ ນ້ອຍ, ໄວໜຸ່ມ ແລະ ໂພຊະນາການໃນບັນດາຄົວເຮືອນ ແລະ ຊຸມຊົນ.
ໂຄງການ USAID ມີຈຸດມຸ້ງໝາຍທີ່ສ້າງຂີດຄວາມສາມາດໃຫ້ບຸກຄະລາກອນຂັ້ນແຂວງ ແລະ ເມືອງ ໃນການວາງແຜນ, ການຈັດສັນງົບປະມານ ແລະ ການຄຸ້ມຄອງການບໍລິການດ້ານສາທາລະນະສຸກ. ໂຄງການຍັງຈະສ້າງຄວາມເຂັ້ມແຂງການບໍລິການດ້ານສຸຂະພາບຂອງແມ່ ແລະ ເດັກ ແລະ ໂພຊະນາການ ເຄື່ອນທີ່ເຊື່ອມສານໃຫ້ແກ່ບັນດາຊຸມຊົນທີ່ຢູ່ຫ່າງໄກສອກຫຼີກ ແລະ ກະຕຸກຊຸກຍູ້ອາສາສະໝັກສາທາລະນະສຸກຂັ້ນບ້ານ, ຜູ້ນຳຊຸມຊົນ ແລະ ການມີບົດບາດຂອງໂຮງໝໍນ້ອຍໃນການສົ່ງເສີມສຸຂະພາບແມ່ ແລະ ເດັກ ແລະ ໂພຊະນາການ.
ການຮ່ວມມືລະຫວ່າງ USAID ແລະ ກະຊວງສາທາລະນະສຸກ ຈະສະໜັບສະໜູນການລິເລີ່ມສູນແຫ່ງຄວາມເປັນເລີດໃນແຕ່ລະແຂວງ, ເຊິ່ງຈະສະໜອງການອົບຮົມວິຊາສະເພາະໃຫ້ພະນັກງານສາທາລະນະສຸກ ແລະ ເສີມຂະຫຍາຍຄວາມຮູ້ ແລະ ທັກສະຂອງເຂົາເຈົ້າ. ໂຄງການດັ່ງກ່າວຍັງຈະສະໜອງແຫຼ່ງຂໍ້ມູນຂ່າວສານທີ່ນຳໃຊ້ງ່າຍໃຫ້ແກ່ໄວໜຸ່ມໄວຈະເລີນພັນ, ແມ່ຍິງຖືພາ ແລະ ພໍ່ແມ່.
ທີ່ຜ່ານມາ, ການລົງທຶນໃນດ້ານໂພຊະນາການຂອງອົງການ USAID ສາມາດເຂົ້າເຖິງປະຊາຊົນ 200,000 ຄົນ ໃນ 500 ບ້ານໃນ ແຂວງຄໍາມ່ວນ ແລະ ແຂວງສະຫວັນນະເຂດ ຜ່ານການຊ່ວຍເຫຼືອດ້ານໂພຊະນາການ ແລະ ນໍ້າ, ສຸຂາພິບານ ແລະ ສຸຂະອະນາໄມ (WASH), ເຊິ່ງຊ່ວຍປັບປຸງສຸຂະພາບໂດຍລວມຂອງປະຊາຊົນແຂວງຄຳມ່ວນ ແລະ ສະຫວັນນະເຂດ.