ສະຫະລັດ ອາເມລິກາ ຕ້ອນຮັບ ເອກອັກຄະລັດຖະທູດ ຈາກ ສປປ ລາວ ຄົນໃຫມ່ ປະຈຳ ວໍຊິງຕັນ

ນະຄອນຫຼວງວຽງຈັນ, ສປປ ລາວ – ໃນວັນທີ 8 ເມສາ ປະທານາທິບໍດີ  President Donald J. Trump ໄດ້ຮັບການຍື່ນສານຕາຕັ້ງຢ່າງເປັນທາງການຈາກ ທ່ານ ເອກອັກຄະລັດຖະທູດ ສປປ ລາວ ຄົນໃຫມ່ ປະຈຳ ສະຫະລັດອາເມລະກາ, ທ່ານ ຄໍາພັນ ອັ່ນລາວັນ ຢູ່ທີ່ ທໍານຽບຂາວ, ນະຄອນຫຼວງ ວໍຊິງຕັນ ດີຊີ. ເອກອັກຄະລັດຖະທູດ ຄໍາພັນ ໄດ້ຍື່ນສານຕາຕັ້ງ ຢູ່ທີ່  ຫ້ອງວ່າການປະທານາທິບໍດີສະຫະລັດ ພາຍຫຼັງສຳເລັດການເຂົ້າຮ່ວມກອງປະຊຸມປຶກສາຫາລືແບບກວມລວມ ກ່ຽວກັບການຮ່ວມມືສອງຝ່າຍ ລະຫວ່າງ ສະຫະລັດອາເມລິກາ ແລະ ສປປ ລາວ ຄັ້ງທີ 9 ແລະ ກອງປະຊຸມປຶກສາຫາລືສອງຝ່າຍ ລະຫວ່າງ ອາຊຽນ ແລະ ສະຫະລັດອາເມລິກາ ທີ່ໄດ້ຈັດຂື້ນຢູ່ ນະຄອນຫຼວງ ວໍຊິງຕັນ ດີຊີ ໃນວັນທີ 27 ແລະ 28 ມີນາ 2019.

ກອງປະຊຸມໃນຄັ້ງນີ້ ສອງຝ່າຍໄດ້ສະແດງໃຫ້ເຫັນເຖິງຄວາມໝາຍສຳຄັນຂອງສາຍພົວພັນ ລະຫວ່າງ ສະຫະລັດອາເມລິກາ ແລະ ສປປ ລາວ ທີ່ມີຕໍ່ກັບ ລັດຖະບານ ກໍ່ຄືປະຊາຊົນ ຂອງສະຫະລັດອາເມລິກາ, ແລະ ຄວາມໝາຍໝັ້ນຂອງປະເທດພວກເຮົາ ໃນການສືບຕໍ່ເສີມຂະຫຍາຍສາຍພົວພັນຂອງສອງປະເທດ, ກໍ່ຄື ສູນກາງອາຊຽນ ແລະ ການເປີດກວ້າງເສລີ ອິນໂດປາຊິຟິກ.

ທ່ານນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດສະຫະລັດອາເມລິກາປະຈຳ ສປປ ລາວ ໄດ້ກ່າວວ່າ: ໃນໄລຍະສາມປີທີ່ຜ່ານມາ, ການຮ່ວມມື ລະຫວ່າງ ລັດຖະບານ ກໍ່ຄື ປະຊາຊົນຂອງສອງປະເທດ ໄດ້ເກີດໜາກຜົນເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ທາງດ້ານຈຳນວນ ຂອງປະຊາຊົນ, ໂຄງການ ແລະ ປະເດັນຄວາມສຳຄັນຕ່າງໆທີ່ພວກເຮົາໄດ້ພ້ອມກັນເຮັດວຽກຮ່ວມກັນ. ເອກອັກຄະລັດຖະທູດ ບິດເຕີ  ຍັງໄດ້ກ່າວຕື່ມອີກວ່າ:  ເອກອັກຄະລັດຖະທູດ ຄໍາພັນ ຈະເປັນຄູ່ຮ່ວມງານທີ່ສຳຄັນ ໃນທ່າມກາງທີ່ພວກເຮົາກຳລັງດຳເນີນການຮັດແໜ້ນສາຍພົວພັນຂອງປະຊາຊົນສອງຊາດ ກໍ່ຄືສອງລັດຖະບານ. ລັດຖະບານສະຫະລັດອາເມລິກາ ໄດ້ສຸມໃສ່ຄວາມສຳຄັນ ຂອງຈຸດໃຈກາງອາຊຽນ ແລະ ຄວາມໝາຍໝັ້ນຕໍ່ສາຍພົວພັນທີ່ເຂັ້ມແຂງສອງຝ່າຍ ບົນພື້ນຖານ ຄວາມເຄົາລົບ ແລະ ອະທິປະໄຕ ຂອງ ສປປ ລາວ.

ສະຖານທູດສະຫະລັດອາເມລິກາ ຂໍສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ກັບຄວາມພະຍາຍາມຂອງລັດຖະບານ ສປປ ລາວ ໃນການເຮັດບົດບາດຫນ້າທີ່ເປັນຜູ້ປະສານງານຂອງອາຊຽນ ກັບ ສະຫະລັດອາເມລິກາ, ແລະ ພວກເຮົາຂໍອວຍພອນໄຊອັນປະເສີດ ແລະ ຄວາມຜາສຸກ ມາຍັງປະຊາຊົນລາວ ໃນໂອກາສະເຫຼີມສະຫຼອງປີໃຫມ່ລາວ ແຕ່ວັນທີ 14-16 ເມສາ, 2019 ທີ່ຈະມາເຖິງນີ້.