ສະຫະລັດອາເມລິກາ ສະເຫຼີມສະຫຼອງວັນຊາດ

From (left) U.S. Ambassador to Laos Daniel A. Clune and Minister of Foreign Affairs H.E. Mr. Saleumxay Kommasith open a celebration of Independence Day event on July 4, 2016 at the U.S. Embassy in Vientiane.

ສະຫະລັດອາເມລິກາ ສະເຫຼີມສະຫຼອງ ວັນຊາດ ຄົບຮອບ 240 ປີ, ຊຶ່ງໃນປີນີ້ ງານລ້ຽງ ໄດ້ຈັດຂື້ນໃນ ວັນທີ 4 ກໍລະກົດ, 2016. ທ່ານລັດຖະມົນຕີກະຊວງການຕ່າງປະເທດ ສະເຫລີມໄຊ ກົມມະສິດ ໄດ້ໃຫ້ກຽດເຂົ້າຮ່ວມເປັນແຂກກິດຕິມະສັກໃນງານລ້ຽງ ແລະ ຕາງໜ້າຢ່າງເປັນທາງການໃຫ້ແກ່ລັດຖະບານ ແຫ່ງ ສປປ ລາວ. ພ້ອມດຽວກັນນີ້ ຍັງມີບັນດາທ່ານແຂກທີ່ຖືກຮັບເຊີນ ແລະ ພະນັກງານ ສະຖານທູດຫຼາຍກ່ວາ 500 ກວ່າຄົນ ທີ່ໄດ້ເຂົ້າຮ່ວມງານລ້ຽງສະເຫຼີມສະຫຼອງ ທີ່ ສະຖານທູດ ສະຫະລັດອາເມລິກາ, ບັນດາທ່ານແຂກທີ່ຮັບເຊີນເຂົ້າຮ່ວມລວມມີເຈົ້າໜ້າທີ່ ອາວຸໂສ ຝ່າຍລາວ, ບັນດາ ທ່ານເອກອັກຄະລັດຖະທູດ ແລະ ນັກການທູດ ທີ່ປະຈຳຢູ່ ສປປ ລາວ ແລະ ບັນດາບັນດານັກທຸລະກິດກໍ່ເປັນກຽດເຂົ້າຮ່ວມ.

ທ່່ານ ເອກອັກຄະລັດຖະທູດ ແດນຽວ ເອ. ຄລູນ ໄດ້ກ່າວບົດປາໃສໂດຍເນັ້ນເຖິງການຮັດແໜ້ນສາຍພົວພັນລະຫວ່າງ ສະຫະລັດອາເມລິກາ ແລະ ສປປ ລາວ. ທ່ານໄດ້ກ່າວເນັ້ນຕື່ມອິກວ່າ: ໃນສອງເດືອນຕໍ່ຫນ້ານີ້, ທ່ານປະທານາທິບໍດີ ບາຣັກ ໂອບາມາ ຈະເດີນທາງມານະຄອນຫລວງວຽງຈັນ ແລະ ເພິ່ນຈະເປັນປະທານາທິບໍດີຂອງສະຫະລັດ ຄົນທຳອິດທີ່ມາຢ້ຽມຢາມ ສປປ ລາວ. ໃນການມາຢ້ຽມຢາມຂອງເພິ່ນເປັນສັນຍາລັກຂອງການເພິ່ມທະວີມິດຕະພາບລະຫວ່າງສອງປະເທດ.

ທ່່ານເອກອັກຄະລັດຖະທູດ ຄລູນ ໄດ້ມີກຳນົດເດີນທາງອອກຈາກ ສປປ ລາວໃນອິກບໍ່ດົນນີ້ຫຼັງຈາກທີ່ສີ້ນສຸດພາລະກິດຂອງການເປັນເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈຳຢູ່ ສປປ ລາວ ໃນຊ່ວງເວລາສາມປີທີ່ຜ່ານມາ. ໃນບົດກ່າວປາໃສ, ທ່ານໄດ້ສະແດງຄວາມຂອບໃຈມາຍັງບັນດາປະຊາຊົນລາວ. ທ່ານໄດ້ເວົ້າວ່າ: ຂ້າພະເຈົ້າໂຊກດີຫລາຍທີ່ໄດ້ມີໂອກາດເປັນຕົວແທນຂອງລັດຖະບານສະຫະລັດອາເມລິກາມາປະຈຳຢູ່ທີ່ ສປປ ລາວ ແລະ ຂ້າພະເຈົ້າຢາກຂໍຖືໂອກາດນີ້ສະແດງຄວາມຂອບໃຈມາຍັງລັດຖະບານ ແລະ   ປະຊາຊົນລາວໃນການຕ້ອນຮັບອັນອົບອຸ່ນ ແລະ ການສະຫນັບສະຫນຸນ.  ທ່ານໄດ້ກ່າວຕື່ມອິກວ່າ: ໃນໄລຍະທີ່ຂ້າພະເຈົ້າພ້ອມດ້ວຍພັນລະຍາ ທ່ານນາງ ຈູດີ ຢູ່ປະເທດລາວ ພວກຂ້າພະເຈົ້າໄດ້ໄປຢ້ຽມຢາມ 18ແຂວງ ໃນ ສປປ  ລາວ   ແລະ ແຕ່ລະບ່ອນໄດ້ສ້າງຄວາມປະທັບໃຈໃຫ້ແກ່ພວກຂ້າພະເຈົ້າຫລາຍໃນຄວາມງາມຂອງທຳມະຊາດ, ວັດທະນະທຳແຕ່ສິ່ງທີ່ສຳຄັນທີ່ສຸດແມ່ນຈິດໃຈທີ່ງົດງາມ ແລະ ຄວາມອົບອຸ່ນຂອງ ປະຊາຊົນ ລາວ.

ການສະເຫຼີມສະຫຼອງວັນຊາດ ວັນທີ 4 ເດືອນກໍລະກົດ ແມ່ນເພື່ອລະະລຶກເຖິງການປະກາດ ເອກກະລາດຢ່າງເປັນທາງການ ຂອງສະຫະລັດອາເມລິກາ ໃນວັນທີ 4 ກໍລະກົດ 1776. ຊຶ່ງແມ່ນມື້ທີ່ສຳຄັນທີ່ຕ້ອງຈົດຈຳ ແລະ ເປັນຂີດໝາຍທາງດ້ານປະຫວັດສາດຂອງ ສະຫະລັດອາເມລິກາ, ແລະ ຈັດໃຫ້ມີການສະເຫຼີມສະຫຼອງຢ່າງຍີ່ງໃຫ່ຍ ໂດຍການ ຍິງບັ້ງໄຟດອກສູ່ທ້ອງຟ້າ ຊື່ງປະກອບດ້ວຍ ແສງສີສຽງ ຢ່າງສວຍງາມ ແລະ ຈັດງານ ລ້ຽງສະຫຼອງ ຕ່າງໆໃນຊຸມຊົນ.

ສະຫະລັດອາເມລິກາ ແລະ ສປປ ລາວ ໄດ້ສືບຕໍ່ຮັດແໜ້ນສາຍພົວພັນລະຫວ່າງສອງຝ່າຍໃນຮູບແບບໃໝ່ ແລະ ມີສີສັນ.  ວັນປະກາດເອກກະລາດໃນປີນີ້ແມ່ນເປັນສັນຍາລັກແຫ່ງຜົນສຳເລັດຂອງສາຍພົວພັນລະຫວ່າງສະຫະລັດອາເມລິກາ ແລະ ສປປ ລາວ ແລະ ການຮ່ວມມືໃນອານາຄົດຢ່າງສະນິດແໜ້ນ.