ເຈົ້າໜ້າທີ່ອາວຸໂສຈາກສະຖານທູດສະຫະລັດ ອາເມຣິກາ ປະຈຳ ສປປ ລາວ ແລະ ສູນບັນຊາການກອງທັບສະຫະລັດ ປະຈຳພາກພື້ນປາຊີຟິກ (USPACOM) ໄດ້ພົບປະກັບເຈົ້າໜ້າທີ່ຂັ້ນສູງຈາກກະຊວງປ້ອງກັນປະເທດ (MND) ຂອງ ສປປ ລາວ ໃນກອງປະຊຸມພົບປະທະຫານສອງຝ່າຍຄັ້ງທີ 11 ລະຫວ່າງ ສປປ ລາວ-ສະຫະລັດອາເມຣິກາ ຊຶ່ງຈັດຂື້ນທີ່ ໂຮໂນລູລູ ເພື່ອເພີ້ມທະວີການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ ກໍຄືການພັດທະນາໂຄງການ ການຮ່ວມມືດ້ານການປ້ອງກັນຊາດ.
ກອງປະຊຸມດັ່ງກ່າວແມ່ນພາຍໃຕ້ການເປັນປະທານຂອງ ທ່ານ ພົນຈັດຕະວາ ແກ່ນຈັນ ນັນທະລັງສີ, ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ ແລະ ພົນຈັດຕະວາ ຊູຊານ ວາເຣັດສ-ລຳ (Suzanne Vares-Lum). ມີຜູ້ແທນຫຼາຍກວ່າ 30 ທ່ານຈາກ ສປປ ລາວ ແລະ ສະຫະລັດ ເຂົ້າຮ່ວມໃນກອງປະຊຸມດັ່ງກ່າວ, ລວມທັງຕົວແທນຈາກກະຊວງການຕ່າງປະເທດຂອງລາວ ແລະ ສຳນັກງານປ້ອງກັນຊາດດ້ານນະໂຍບາຍຂອງນະຄອນຫລວງວໍຊິງຕັນ ດີຊີ.
ທ່ານເອກອັກຄະລັດຖະທູດ ດານຽນ ຄລູນ ໄດ້ກ່າວເປີດກອງປະຊຸມດັ່ງກ່າວ, ຊຶ່ງມີບາງຕອນທ່ານໄດ້ເວົ້າເຖິງການເຕີບໃຫຍ່ຂະຫຍາຍຕົວທີ່ສຳຄັນຂອງການຮ່ວມມືທະຫານສອງຝ່າຍໃນຊຸມປີທີ່ຜ່ານມາ, ແລະ ຜົນກະທົບໃນທາງບວກທີ່ມີຕໍ່ຄວາມສຳພັນໂດຍລວມລະຫວ່າງສະຫະລັດອາເມຣິກາ ແລະ ລາວ.
ກອງປະຊຸມພົບປະທະຫານສອງຝ່າຍ (BDD) ແມ່ນກອງປະຊຸມແລກປ່ຽນບົດຮຽນ ປຶກສາຫາລືກັນສອງຝ່າຍ ລະຫວ່າງກະຊວງປ້ອງກັນປະເທດຂອງລາວ ແລະ ສູນບັນຊາການກອງທັບສະຫະລັດ ປະຈຳພາກພື້ນປາຊີຟິກ (USPACOM) ເພື່ອເພີ້ມທະວີການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ ກໍຄືການພັດທະນາ
ໂຄງການ ການຮ່ວມມືດ້ານການປ້ອງກັນຊາດ ທີ່ຊ່ວຍເພີ້ມທະວີການພົວພັນລະຫວ່າງກຳລັງປ້ອງກັນຄວາມສະຫງົບຂອງພວກເຮົາ, ຊຸກຍູ້ການຮ່ວມມືທາງທະຫານໃນພາກພື້ນໃຫ້ຫລາຍຂື້ນ, ແລະ ສົ່ງເສີມຜົນປະໂຫຍດຮ່ວມກັນຂອງທັງສອງປະເທດ. ຫົວຂໍ້ຫລັກໆຂອງການພົບປະຄັ້ງນີ້ລວມມີ ການຮ່ວມມືທາງດ້ານວຽກງານເສນາຮັກ; ການປະຕິບັດງານຮ່ວມກັນລະຫວ່າງທະຫານ ແລະ ພົນລະເຮືອນ ທີ່ລວມເອົາການຮ່ວມມືທາງດ້ານການຊ່ວຍເຫລືອມະນຸດສະທຳໃນການເກັບກູ້ລະເບີດທີ່ບໍ່ທັນແຕກ ແລະ ການຊ່ວຍເຫລືອບັນເທົາທຸກ; ການຝຶກອົບຮົມ ແລະ ໂອກາດໃນການສຶກສາ ທີ່ລວມເອົາການຝຶກອົບຮົມດ້ານ ພາສາອັງກິດ ແລະ ການສຶກສາທາງດ້ານການທະຫານ; ແລະ ການເຂົ້າຮ່ວມຂອງກອງທັບປະຊາຊົນລາວໃນກອງປະຊຸມຕ່າງໆໃນລະດັບພາກພື້ນ, ກອງປະຊຸມປຶກສາຫາລື, ແລະ ກອງປະຊຸມລະດັບອາວຸໂສ.