ນັກສິລະປີນຈາກ ສະຫະລັດອາເມລິກາ ສ້າງຈິດສຳນຶກກ່ຽວກັບການຄ້າຂາຍສັດປ່າ

ນະຄອນຫຼວງວຽງຈັນ ແລະ ຫຼວງພະບາງ, ສປປ ລາວ – ໃນລະຫວ່າງວັນທີ່ 3-8 ມິຖຸນາ 2019 ນັກສິລະປີນຈາກສະຫະລັດອາເມລິກາໄດ້ມາຢ້ຽມຢາມ ສປປ ລາວ ເພື່ອເຮັດວຽກຮ່ວມກັບບັນດານັກສຶກສາ ແລະ ນັກອອກແບບ ເພື່ອສ້າງຈິດສຳນຶກກ່ຽວກັບການຄ້າຂາຍສັດປ່າໃນຂົງເຂດພາກພື້ນໂດຍຜ່ານໂຄງການ “ການປົກປັກຮັກສາສັດປ່າໂດຍຜ່ານງານສິລະປະ”.

ນັກສິລະປີນຈາກນີວຢອກ ມິດເຊວ ເບັນຈາມີນ ໄດ້ເດີນທາງມາ ນະຄອນຫຼວງວຽງຈັນ ແລະ ຫຼວງພະບາງ ພາຍໃຕ້ໂຄງການ  Arts Envoy Program ຂອງກະຊວງການຕ່າງປະເທດ ສະຫະລັດອາເມລິກາ. ນາງໄດ້ຮ່ວມກັບຫໍສະມຸດຫຼວງພະບາງເພື່ອເປັນເຈົ້າພາບໃນການຈັດໂຄງການນີ້ຂື້ນຢູ່ທີ່ ສູນອາເມລິກາ American Corner.

ຢູ່ທີ່ສອງສະຖານທີ່ນີ້, ທ່ານເບັນຈາມີນ ໄດ້ເຮັດວຽກຮ່ວມກັບນັກສິລະປະເກືອບ 40ຄົນ ລວມທັງ ນັກສຶກສາ, ສ້າງສີມື ເພື່ອທີ່ຈະຜະລິດງານສິລະປະເພື່ອດຶງດູດຄວາມສົນໃຈກ່ຽວກັບສະພາບຂອງບັນດາສັດປ່າທີ່ປະເຊີນກັບການສູນພັນອັນເນື່ອງມາຈາກ ການລ້າສັດເກີນຂອບເຂດ ຫຼື ການຄ້າຂາຍສັດປ່າ.

ອິງຕາມກະຊວງການຕ່າງປະເທດສະຫະລັດອາເມລິກາ, ການຄ້າສັດປ່າຖືເປັນອາດສະຍາກຳຂ້າມຊາດທີ່ຮ້າຍແຮງທີ່ຂົ່ມຂູ່ຕໍ່ກັບຄວາມໝັ້ນຄົງ, ຄວາມຜາສຸກຂອງເສດຖະກິດ, ລັດແຫ່ງກົດໝາຍ, ຄວາມພະຍາຍາມອະນຸລັກແບບຍືນຍົງ ແລະ ສຸຂະພາບຂອງມະນຸດນໍາອິກ. ສປປ ລາວ ກໍ່ຖືເປັນປະເທດທີ່ມີຄວາມຫນ້າເປັນຫວ່ງອັນເນື້ອງຈາກວ່າມີການຄ້າຂາຍສັດປ່າເຊິ່ງລວມມີບັນດາປະເພດສັດເຊັ່ນ: ເສືອ, ຊ້າງ, ລີ່ນ, ຫມີດວງອາທິດ, ເມີຍ, ເສືອດາວ ແລະ ເຕົ່າ.

ສະຫະລັດອາເມລິກາໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ໃນຄວາມພະຍາຍາມໃນການສະກັດກັ້ນການຄ້າຂາຍສັດປ່າໂດຍການຊ່ວຍສ້າງຄວາມເຂັ້ມແຂງການນໍາໃຊ້ກົດໝາຍ, ຫຼຸດຜ່ອນຄວາມຕ້ອງການຂອງພະລິດຕະພັນສັດປ່າ ແລະ ເສີມຂະຫຍາຍການຮ່ວມມືກັບສາກົນໃນການຮັບມືຕໍ່ກັບບັນຫານີ້.

ການສ້າງຈິດສຳນຶກໃຫ້ກັບສັງຄົມຖືເປັນສ່ວນໜຶ່ງທີ່ສຳຄັນໃນການຊ່ວຍໃຫ້ຊຸມຊົນໄດ້ມີສ່ວນຮ່ວມຕໍ່ກັບຄວາມພະຍາຍາມໃນວຽກງານການປ້ອງກັນ. ໂຄງການສິລະປະແບບນີ້ແມ່ນມີປະສິດທິຜົນທີ່ສຸດໃນການໃຫ້ຄວາມຮູ້ ແລະ ສ້າງຄວາມເຂົ້າໃຈໃຫ້ກັບສັງຄົມເພື່ອໃຫ້ຮັບຮູ້ເຖິ່ງບົດບາດຂອງເຂົາເຈົ້າໃນການປົກປັກຮັກສາສັດປ່າ.

ທ່ານນາງ ເບັນຈາມີນ ກວ່າວ່າ: ໃນນາມທີ່ຂ້ອຍເປັນນັກອອກແບບ ແລະ ສິລະປີນ ຂ້ອຍຫວັງວ່າຜົນງານຂອງຂ້ອຍຈະສາມາດສ້າງຈິດສຳນຶກມາສູ່ສັງຄົມກ່ຽວການຄ້າຂາຍສັດ. ແລະຂ້ອຍຍັງຫວັງອິກວ່າ ເວລາມວນຊົນໄດ້ເຫັນເຄື່ອງປະດັບເຫລົ່ານີ້ຈະເກີດມີແຮງບັນດານໃຈຈາກໂຄງການນີ້ ແລະ ເຫັນຄວາມສຳຄັນໃນການສະກັດກັ້ນການຄ້າຂາຍສັດປ່າ.

ໂຄງການ Arts Envoy Program ຂອງລັດຖະບານສະຫະລັດອາເມລິກາ ເປັນໂຄງການສົ່ງເສີມຄວາມເຂົ້າໃຈທາງດ້ານວັດທະນະທຳ ແລະ ການຮ່ວມມືລະຫວ່າງ ນັກສິລະປີນ ກັບ ນັກສຶກສາ ໃນທົ່ວໂລກ. ນັກສິລະປີນມືອາຊີບຈາກສະຫະລັດ ອາເມລິກາ ລວມທັງ ນັກສະແດງ, ນັກສິລະປະ, ນັກປະພັນ, ນັກຂຽນບົດ, ນັກຂຽນຮູບເງົາ, ຜູ້ກຳກັບຮູບເງົາ, ຜູ້ເບິ່ງແຍງ ແລະ ອື່ນໆ ໄດ້ເດີນທາງໄປທົ່ວໂລກ ເພື່ອຈັດງານຝຶກອົບຮົມ,ຈັດການສະແດງ ແລະ ຜູ້ໃຫ້ຄຳແນະນຳ ໃຫ້ກັບຄົນໄວໜຸ່ມ ເຊັ່ນ ການຄ້າຂາຍສັດປ່າຜິດກົດໝາຍ ແລະ ບັນຫາອື່ນໆ.