18 ມິຖຸນາ 2018, ຊຽງຂວາງ, ຫົວພັນ: ອົງການພັດທະນາສາກົນອາເມລິກາ ຫຼື USAID ປະຈໍາລາວຮ່ວມມືກັບກະຊວງ ອຸດສາຫະກຳ ແລະ ການຄ້າ ໄດ້ຈັດຝຶກອົບຮົມການຍ້ອມສີທຳມະຊາດ ແລະ ການຕະຫຼາດແບບອອນລາຍໃຫ້ກັບບັນດາຜູ້ປະ ກອບການເພດຍິງນັບຕັ້ງແຕ່ວັນທີ 28 ພຶດສະພາ ເຖິງ ວັນທີ 15 ມິຖຸນາ ທີ່ຜ່ານມາ ທີ່ແຂວງຊຽງຂວາງ ແລະ ຫົວພັນ. ເຊິ່ງງານຝຶກອົບຮົມດັ່ງກ່າວໄດ້ມີຜຸ້ເຂົ້າຮ່ວມຫຼາຍກ່ວາ 50 ທ່ານ ເປັນເວລາ 3 ອາທິດ. ພວກເຂົາໄດ້ຮຽນຮູ້ການເພີ່ມຄຸນະພາບ ຂອງຜ້າໄໝ ແລະ ການຂະຫຍາຍຕະຫຼາດຂອງພວກເຂົາທັງພາຍໃນ ແລະ ຕ່າງປະເທດ.
ທ່ານນາງ ອາເລັກຊານເດຍ ຮູເອຕ້າ, ຜູ້ອຳນວຍການອົງການ USAID ໄດ້ໃຫ້ຮູ້ວ່າ: ການສ້າງທັກສະໃຫ້ກັບບັນດາຜູ້ປະກອບ ການເຫຼົ່ານີ້ຈະຊ່ວຍໃຫ້ພວກເຂົາເພີ່ມລາຍຮັບໃຫ້ແກ່ຄອບຄົວ, ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດຂອງ ສປປລາວ.
ທ່ານນາງ ກິ່ງສະດອນ ເພັດດາວເຮືອງ ຮອງຫົວໜ້າຫ້ອງການ, ກະຊວງອຸດສາຫະກຳ ແລະ ການຄ້າ, ຮຽກຮ້ອງ ແລະ ສົ່ງເສີມໃຫ້ຜູ້ເຂົ້າຮ່ວມໃຫ້ໃຊ້ກາລະໂອກາດນີ້ ບໍ່ແມ່ນ ແຕ່ຝຶກທັກສະພຽງຢ່າງດຽວ ແຕ່ພະຍາຍາມເຂົ້າຫາຕະຫຼາດໃຫ້ໄດ້. ທ່ານນາງ ກິ່ງສະດອນ ໄດ້ກ່າວວ່າ: ເພື່ອເຮັດໃຫ້ການຝຶກອົບຮົມນີ້ມີປະສິທິພາບ, ຂ້າພະເຈົ້າຢາກຮຽກຮ້ອງໃຫ້ບັນດາທ່ານ ຈົ່ງຮຽນທັກສະໃໝ່ໃຫ້ຫຼາຍທີ່ສຸດ ແລະ ນຳເອົາຄວາມຮູ້ໄປເຜີຍແຜ່ໃຫ້ບັນດາໝູ່ເພື່ອນໃນຊຸມຊົນຂອງທ່ານ.
ທ່ານນາງ ແພງສີ ສໍບົວລະພັນ, ໜຶ່ງໃນຜູ້ເຂົ້າຮ່ວມ ຈາກເມືອງຜາໄຊ ແຂວງຊຽງຂວາງ ມີຄວາມຕື່ນເຕັ້ນຫຼາຍທີ່ໄດ້ຮຽນກ່ຽວ ກັບການນຳໃຊ້ສື່ສັງຄົມອອນລາຍ ເພື່ອເຂົ້າໃນການຂາຍສິ້ນໄໝ. ທ່ານນາງແພງສີ ໄດ້ກ່າວວ່າ: ຂ້າພະເຈົ້າຫາກະສ້າງຮ້ານອອນ ລາຍຂອງຂ້າພະເຈົ້າອັນທຳອິດຢູ່ເຟດບຸກ. ຂ້າພະເຈົ້າບໍ່ນຶກວ່າ ເຟດບຸກ ຈະມີປະໂຫຍດຂະໜາດນີ້. ການນຳໃຊ້ສື່ສັງຄົມອອນ ລາຍເພື່ອຂາຍສິນຄ້າ ແມ່ນໜຶ່ງໃນຫຼັກສູດຂອງການຝຶກອົບຮົມໃນຄັ້ງນີ້. ທ່ານນາງ ແພງສີ ວາງແຜນທີ່ຈະຂາຍສິ້ນໄໝທົ່ວປະ ເທດລາວ. ທ່ານກ່າວຕື່ມວ່າ: ມື້ໜຶ່ງຂ້າພະເຈົ້າຈະຂາຍສິ້ນໄໝໃຫ້ກັບທຸກຄົນທົ່ວໂລກ.
ນຳພາໂດຍຄູຝຶກມືອາຊີບທາງດ້ານການຍ້ອມສີທຳມະຊາດ, ການຝຶກອົບຮົມຄັ້ງນີ້ ໄດ້ສອນກ່ຽວກັບເທັກນິກການຍ້ອມສີທຳ ມະຊາດ ແລະ ການປະຕິບັດຕົວຈິງທີ່ບັນດາແມ່ຍິງເຫຼົ່ານີ້ສາມາດເຮັດໄດ້ໂດຍການນຳໃຊ້ວັດຖຸດິບຕາມທຳມະຊາດ ເຊັ່ນ: ເປືອກຫົວຜັກບົ່ວແດງ, ໃບຫູກວາງ ແລະ ໃບຮົມ.
ຫຼັກສູດດັ່ງກ່າວໄດ້ຮັບທຶນຊ່ວຍເຫຼືອລ້າຈາກລັດຖະບານສະຫະລັດອາເມລິກາ ໂດຍຜ່ານໂຄງການ USAID ລູ່ນ້າ 2 ຮ່ວມມືກັບກະຊວງອຸດສາຫະກຳ ແລະ ການຄ້າ. ຈຸດປະສົງຂອງໂຄງການ USAID ລູ່ນ້າ 2 ແມ່ນເພື່ອຊ່ວຍ ສປປລາວ ເຊື່ອມໂຍງເຂົ້າໃນຕະຫຼາດໂລກ ໂດຍສະໜັບສະໜຸ ນລັດຖະບານສປປລາວ ໃນການສ້າງ ແລະ ຈັດຕັ້ງປະຕິບັດ ບັນດານະໂຍບາຍ ແລະ ລະບຽບການ ໃຫ້ມີຄວາມໂປ່ງໃສ ແລະ ມີປະສິທິພາບ.