ການມາຢ້ຽມຢາມ ສປປ ລາວ ຂອງປະທານະທິບໍດີ ບາລັກ ໂອບາມາ ໃນວັນທີ 5-8 ກັນຍາ ແມ່ນເປັນການເປີດຍຸກສະໄໝໃໝ່ຂອງສາຍພົວພັນລະຫວ່າງ ສະຫະລັດ ອາເມລິກາ ແລະ ສປປ ລາວ. ການມາ ສປປ ລາວ ຄັ້ງນີ້, ປະທານາທິບໍດີ ໂອບາມາ ໄດ້ມາຢ້ຽມຢາມນະຄອນຫຼວງວຽງຈັນ ແລະ ແຂວງຫຼວງພະບາງ, ແລະ ຍັງໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ລະຫວ່າງ ສະຫະລັດ ອາເມລິກາ ແລະ ອາຊຽນ, ກອງປະຊຸມອາຊີຕາເວັນອອກ.
ພະນະທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ເປັນເຈົ້າພາບ ຮັບຕ້ອນການມາຢ້ຽມຢາມຢ່າງເປັນທາງການ ຂອງ ປະທານາທິບໍດີ ບາລັກ ໂອບາມາ ເຊິງລວມມີພິທີການຕ້ອນຮັບ ແລະ ການຮັບປະທານອາຫານທ່ຽງທີ່ ທຳນຽບປະທານປະເທດ ທີ່ນະຄອນຫຼວງວຽງຈັນ. ໃນການມາຢ້ຽມຢາມຄັ້ງນີ້, ພະນະທ່ານ ບຸນຍັງ ວໍລະຈິດ ແລະ ປະທານາທິບໍດີ ໂອບາມາ ໄດ້ຮ່ວມປະກາດການສ້າງສາຍພົວພັນໃໝ່ລະຫວ່າງ ສະຫະລັດ ອາເມລິກາ ແລະ ສປປ ລາວ ໃຫ້ແໜ້ນແຟ້ນຂຶ້ນ ບົນພື້ນຖານທີ່ມີຜົນປະໂຫຍດຮ່ວມ ແລະ ຄວາມປາດຖະໜາໃນການຮັກສາບາດແຜທີ່ມີໃນອະດີດ ແລະ ສ້າງຮາກຖານທີ່ດີສຳລັບອານະຄົດ. ສາຍພົວພັນອັນແໜ້ນແຟ້ນຄັ້ງໃໝ່ ຈະເປັນກົນໄກ ໃນການຮ່ວມມືພາຍໃນຂອບເຂດພື້ນທີ່ ລວມມີ ສາຍພົວພັນທາງການເມືອງ ແລະ ການທູດ, ຮັດແໜ້ນເສດຖະກິດ ແລະ ການຄ້າ, ການສຶກສາ ແລະ ການເຝິກອົບຮົມ, ສາທາລະນະສຸກ ແລະ ສິ່ງແວດລ້ອມ, ບັນຫາບາດແຜທາງສົງຄາມໃນອາດິດ, ການຮັກສາຄວາມປອດໄພ, ເລື່ອງສິດທິມະນຸດ ແລະ ການຮັດແໜ້ນສາຍພົວພັນຂອງປະຊາຊົນທັງສອງຊາດ.
ປະທານາທິບໍດີ ໂອບາມາ ໄດ້ກ່າວຄຳປາໄສ ກ່ຽວກັບການເພີ່ມການເຈລະຈາລະຫວ່າງສະຫະລັດ ອາເມລິກາ – ສປປ ລາວ ແລະ ການມີສ່ວນຮ່ວມໃນປີທີ່ຜ່ານມາ ທີ່ຫໍວັດທະນະທຳແຫ່ງຊາດ. ປະທານາທິບໍດີ ໂອບາມາ ຍັງໄດ້ກ່າວເຖິງ ຜົນສຳເລັດວຽກງານຂອງສອງປະເທດ ທີ່ຜ່ານມາ ເຖິງແມ້ວ່າມັນຈະເປັນປະຫວັດສາດທີ່ເຈັບປວດ ແລະ ເລີ່ມການສ້າງສາຍພົວພັນອັນໃໝ່ທີ່ແໜ້ນແຟ້ນ ເຊິ່ງຈະໄດ້ເປັນຮາກຖານທີ່ດີໃນອະນະຄົດ. ປະທານາທິບໍດີ ໂອບາມາ ຍັງໄດ້ເນັ້ນເຖິງການສະໜັບສະໜູນ ກ່ຽວກັບບົດບາດຂອງປະເທດລາວໃນອາຊຽນ, ກ່ອນ ແລະ ຫຼັງ ການເປັນເຈົ້າພາບໃນປີນີ້ ເຊິ່ງສັງເກດໄດ້ຈາກການຂະຫຍາຍການສະໜັບສະໜູນກັບ ອາຊີຕາເວັນອອກສ່ຽງໃຕ້ ແມ່ນຈຸດໃຈກາງໄປສູ່ ສະຫະລັດ ອາເມລິກາ ເພື່ອສ້າງຄວາມສົມດູນ ໃນອາຊີ.
ປະທານາທິບໍດີ ໂອບາມາ ຍັງໄດ້ປະກາດ ການຊ່ວຍເຫຼືອຄັ້ງໃໝ່ ໃຫ້ ສປປລາວ ເພື່ອບັນລຸເປົ້າໝາຍການພັດທະນາ. USAID ຈະໄດ້ມີການເປີດຕົວ ໂຄງການໃໝ່ ກ່ຽວກັບການສຶກສາ ຂັ້ນປະຖົມ 5 ປີ ເຊິ່ງຈະໄດ້ແນ່ໃສ່ ການອ່ານຂັ້ນ ປະຖົມ ຂອງການສຶກສາຕອນຕົ້ນ. ທຳນຽບຂາວ ລັດຖະບານ ໄດ້ເລືອກ ສປປ ລາວ ເປັນປະເທດກອງທຶນທີ່ທ້າທ້າຍ ສຳລັບການຮຽນຮູ້ຂອງເດັກນ້ອຍຍິງ, ເຊິງເປັນການເຮັດວຽກທີ່ທ້າທາຍຫຼາຍກັບເດັກນ້ອຍໄວລຸ້ນຍິງ ທີ່ຕ້ອງປະເສີດໜ້າໃນການເຂັ້າຮ່ວມ ແລະ ສຳເລັດການສຶກສາ ເພື່ອໃຫ້ພວກເຂົາຈະໄດ້ໃຊ້ທ່ແຮງຢ່າງເຕັມທີ່. ກະຊວງກະສິກຳ ຂອງສະຫະລັດ ອາເມລິກາ ໄດ້ມອບທຶນຊ່ວຍເຫຼືອ ເພີ່ມຈຳນວນ 27 ລ້ານໂດລາສະຫະລັດ ເພື່ອສືບຕໍ່ໂຄງການອາຫານທ່ຽງ, ການສະໜັບສະໜູນໂຄງການອາຫານທ່ຽງ ໃນ ສປປ ລາວ ແມ່ນປະມານ 100 ລ້ານໂດລາສະຫະລັດ ໃນ 10 ປີທີ່ຜ່ານມາ. ມະຫາວິທະຍາໄລ ວິທະຍາສາດ ແລະ ສູກຂະພາບ Oregon ຈະໄດ້ຮ່ວມມືກັບ ກະຊວງສາທາລະນະສຸກ ໃນການສ້າງ Lao-American Nutrition Institute ພາຍໃຕ້ທຶນການຊ່ວຍເຫຼືອຂອງ ລັດຖະບານ ສະຫະລັດ ອາເມລີກາ ເພື່ອຊ່ວຍປ້ອງກັນການຂາດສານອາຫານພາຍໃນປະເທດ
ເພື່ອເສີມສ້າງຄວາມແໜ້ນແຟ້ນຂອງສອງຊາດ, ສະຫະລັດອາເມລິກາໄດ້ເພີ່ມຂີດການຊ່ວຍເຫຼືອດ້ານໂຄງການສິດສອນພາສາອັງກິດ ໂດຍໄດ້ນໍາເອົາຄູສອນ ແລະ ຜູ້ຊ່ຽວຊານດ້ານພາສາມາຊ່ວຍເຫຼືອປະເທດລາວ ແລະ ການຈັດສົ່ງພະນັກງານຂັ້ນສາມັນສຶກສາ ແລະ ມະຫາວິທະຍາໄລໄປເຝິກອົບຮົມທັກສະດ້ານພາສາອັງກິດທີ່ປະເທດສະຫະລັດອາເມລິກາ.
ປະທານາທິບໍດີ ໂອບາມາ ຍັງໄດ້ກ່າວເຖິງ ຊ່ວຍເຫຼືອດ້ານການພັດທະນາເສດຖະກິດ ແລະ ໂອກາດການລົງທຶນຂອງນັກທຸລະກິດ ອາເມລິກາໃນລາວ. ກ່ອນໜ້າຂອງການມາຢ້ຽມຢາມໃນຄັ້ງນີ້, ບໍລິສັດ GE ໄດ້ປະກາດວ່າຈະມາເປີດສໍານັກງານທີ່ນະຄອນຫຼວງວຽງຈັນ ແລະ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈກັບລັດວິສາຫະກິດໄຟຟ້າລາວ, ໄຟຟ້າແຫ່ງລັດ, ເພື່ອປັບປຸງສູນການເຝຶກອົບຮົມ ແລະ ການປະຕິບັດການປະເມີນຜົນລະອຽດເພື່ອຊ່ວຍໃຫ້ປະເທດລາວໄດ້ລົງທຶນ ແລະ ກ້າວເຂົ້າໄປສູ່ສິ່ງທີ່ທັນສະໄໝກວ່າເກົ່າ. ບໍລິສັດ Microsoft ໄດ້ຮ່ວມມືກັບກະຊວງສຶກສາທິການ ແລະ ກິລາ ແລະ ກະຊວງໄປສະນີ ແລະ ຂົນສົ່ງ ເພື່ອຊ່ວຍເຫຼືອນັກຮຽນ ແລະ ເຈົ້າຂອງທຸລະກິດຫຼາຍກວ່າພັນຄົນ ໃນການຝຶກອົບຮົມວິຊາຕ່າງໆ ເຊັ່ນເຕັກໂນໂລຢີ, ວິສະວະກໍາສາດ, ບັນຊີ ແລະ ພາສາອັງກິດ ໂດຍບໍ່ໄດ້ເສຍຄ່າໃຊ້ຈ່າຍໃດໆ. ອົງການການຄ້າ ແລະ ການພັດທະນາຂອງສະຫະລັດອາເມລິກາ ຍັງໄດ້ທຶນຊຸກຍູ້ການສຶກສາຄວາມເປັນໄປໄດ້ໃນການຜະລິດ 20 ເມັກກາວັດ ຈາກພະລັງງານຈາກແສງຕາເວັນໃນປະເທດລາວ ເຊິ່ງແມ່ນເປັນໂຄງການທໍາອິດ, ຂະໜາດໃຫຍ່, ການໃຊ້ພະລັງງານທົດແທນທີ່ບໍ່ແມ່ນນໍ້າ ແລະ ຊຸກຍູ້ໃຫ້ບັນລຸເປົ້າໝາຍຂອງປະເທດລາວໃນການຜະລິດພະລັງງານຫຼາກຫຼາຍຮູບແບບ.
ທີ່ສູນອົງຄະທຽມ COPE, ເຊິ່ງແມ່ນອົງການໜຶ່ງທີ່ໄດ້ເຮັດວຽກກ່ຽວກັບຄົນພິການທາງຮ່າງກາຍເພື່ອເຮັດໃຫ້ພວກເຂົາໄດ້ຮັບການຟື້ນຟູແບບທີ່ມີປະສິດຕິຜົນ, ປະທານາທິບໍດີ ໂອບາມາ ໄດ້ປະກາດວ່າປະເທດສະຫະລັດອາເມລິກາ ຈະມອບທຶນການຊ່ວຍເຫຼືອ 90ລ້ານໂດລາສະຫະລັດ ໃນສາມປີຂ້າງໜ້າ ເພື່ອປະຕິບັດການສໍາຫຼອດການເກັບກູ້ລະເບີດທີ່ບໍ່ທັນແຕກໃນ ສປປ ລາວ ແລະ ສືບຕໍ່ການປະຕິບັດການເກັບກູ້ ແລະ ຈະສືບຕໍ່ການຊ່ວຍເຫຼືອຜູ້ເຄາະຮ້າຍຈາກລະເບີດທີ່ບໍ່ທັນແຕກ ໂດຍການຮ່ວມມືກັບສູນຟຶ້ນຟູທາງການແພດ ພາຍໃຕ້ກະຊວງສາທາລະນະສຸກ. ຄວາມພະຍາຍາມໃນການຊ່ວຍເຫຼືອດັ່ງກ່າວນີ້ ແມ່ນເພື່ອຮັບປະກັນວ່າຜູ້ເຄາະຮ້າຍຈາກລະເບີດທີ່ບໍ່ທັນແຕກ ແມ່ນໄດ້ຮັບການຟຶ້ນຟູທີ່ດີຂື້ນ ແລະ ລວມໄປເຖິງອຸປະກອນຕ່າງໆ ແລະ ອົງຄະທຽມ ເພື່ອຊ່ວຍປັບປຸງຊີວິດຂອງພວກເຮົາໃຫ້ດີຂື້ນ.
ທີ່ແຂວງຫຼວງພະບາງ, ປະທານາທິບໍດີ ໂອບາມາ ໄດ້ພົບພໍ້ກັບຜູ້ເຂົ້າຮ່ວມໂຄງການ Young Southeast Asian Leader Initiative (YSEALI) ທີ່ມະຫາວິທະຍາໄລສຸພານຸວົງ. ເຊິ່ງໂຄງການດັ່ງກ່າວ ແມ່ນປະທານາທິບໍດີ ໂອບາມາ ໄດ້ລິເລີ່ມຂື້ນໃນປີ 2013 ເພື່ອຊຸກຍູ້ຄວາມອາດສາມາດຄວາມເປັນຜູ້ນໍາໃຫ້ແກ່ໄວໜຸ່ມໃນຂົງເຂດ ແລະ ສົ່ງເສີມການຮ່ວມມືແບບບໍ່ມີພົມແດນໃນການແກ້ໄຂບັນຫາຄວາມທ້າທາຍໃນຂົງເຂດ ແລະ ທົ່ວໂລກ. ປະທານາທິບໍດີ ໂອບາມາ ຍັງໄດ້ຢ້ຽມຢາມ ວັດຊຽງທອງ ເຊິ່ງເປັນວັດທີ່ໄດ້ຮັບທຶນຊ່ວຍເຫຼືອຈາກ ກອງທຶນເອກອັກຄະລະຖະທູດເພື່ອການປົກປັກຮັກສາວັດທະນາທໍາ (the Ambassador’s Fund for Cultural Preservation) ແລະ ຍັງເປັນສັນຍາລັກໃນການຊ່ວຍເຫຼືອຈາກສະຫະລັດອາເມລິກາໃນການປົກປັກຮັກສາມໍລະດົກທາງວັດທະນາທໍາຂອງປະເທດລາວອີກດ້ວຍ.
ຫຼັງຈາກນັ້ນ ປະທານາທິບໍດີ ໂອບາມາ ໄດ້ເດີນທາງກັບມານະຄອນຫຼວງວຽງຈັນ ເພື່ອເຂົ້າຮ່ວມງານລ້ຽງອາຫານຄໍ່າ ທີ່ໃຫ້ກຽດເປັນເຈົ້າພາບໂດຍ ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີຂອງປະເທດລາວ ເພື່ອຕ້ອນຮັບຜູ້ນໍາລະດັບໂລກໃນການເຂົ້າຮ່ວມງານກອງປະຊຸມສຸດຍອດອາຊຽນ ແລະ ກອງປະຊຸມອາຊີຕາເວັນອອກ. ໃນກອງປະຊຸມສຸດຍອດອາຊຽນ-ສະຫະລັດອາເມລິກາ ຄັ້ງທີ່4 ປະທານາທິບໍດີ ໂອບາມາ ໄດ້ລິເລີ່ມ ໂຄງລ່າງການເຊື່ອມຕໍ່ອາຊຽນ ເພື່ອການຮ່ວມມືທາງດ້ານເສດຖະກິດກັບບັນດາສະມາຊິກປະເທດອາຊຽນ. ຫຼັງຈາກນັ້ນ ປະທານາທິບໍດີ ໂອບາມາ ໄດ້ເຂົ້າຮ່ວມ ກອງປະຊຸມອາຊີຕາເວັນອອກ ຄັ້ງທີ່11 ເຊິ່ງໄດ້ພົບປະກັບບັນດາຜູ້ນໍາລະດັບໂລກເພື່ອໂອ້ລົມການສົ່ງເສີມສັນຕິພາບ ແລະ ວັດທະນາຖາວອນໃນຂົງເຂດດັ່ງກ່າວ.