ອົງການ USAID ໄດ້ປະກາດມອບທຶນເພີ່ມ 2.4 ລ້ານໂດລາ ເພື່ອພັດທະນາການສຶກສາຂັ້ນພື້ນຖານໃນ ສປປ ລາວ
ອົງການ USAID ໄດ້ປະກາດມອບທຶນເພີ່ມ 2.4ລ້ານໂດລາເພື່ອພັດທະນາການສຶກສາຂັ້ນພື້ນຖານໃນສປປລາວ. ທຶນດັ່ງກ່າວຈະໄດ້ປະກອບສ່ວນເຂົ້າໃນໂຄງການ ບີຄວາ2. ໂຄງການບີຄວາ2 ເຊິ່ງເປັນໂຄງການ4ປີ ຮ່ວມມືກັບລັດຖະບານ ອົດສະຕາລີ ທີ່ເຮັດວຽກຮ່ວມກັບກະຊວງສຶກສາທິການແລະກິລາໃນການປັບປຸງຜົນການຮຽນການສອນໂດຍເນັ້ນໃສ່ເດັກນ້ອຍດ້ອຍໂອກາດໃນລາວ. ທຶນນີ້ຍັງຈະຊ່ວຍມອບປຶ້ມແບບນິທານ, ອຸປະກອນສື່ການຮຽນການສອນແບບມີສ່ວນຮ່ວມ ແລະ ການພັດທະນາຄວາມອາດສາມາດຂອງບັນດາຄູອາຈານໃນທົ່ວປະເທດ.