ນະຄອນຫຼວງວຽງຈັນ, ສປປ ລາວ – ທ່ານນາງ ດຣ. ອິສໂຊເບວ ໂຄແມນ, ຮອງຜູ້ບໍລິຫານດ້ານນະໂຍບາຍ ແລະ ໂຄງການ, ອົງການພັດທະນາສາກົນປະເທດສະຫະລັດອາເມລິກາ ປະກາດທຶນຊ່ວຍເຫຼືອມູນຄ່າ 5.6 ລ້ານໂດລາສະຫະລັດ ເພື່ອຊ່ວຍຫຼຸດຜ່ອນຜົນກະທົບຂອງພະຍາດໂຄວິດ-19 ທີ່ມີຕໍ່ລະບົບການສຶກສາ ແລະ ເສດຖະກິດ ໃນວັນທີ 13 ພຶດສະພາ 2022.
ທ່ານນາງ ອິໂຊເບວ ໂຄນແມ່ນ ໄດ້ເນັ້ນໃຫ້ເຫັນການສະໜັບສະໜູນບັນດາທຸລະກິດຂະໜາດນ້ອຍ ແລະ ກາງ ໂດຍເນັ້ນໃຊ່ທຸລະກິດຂອງແມ່ຍິງ ໂດຍການປະກາດທຶນຟື້ນຟູເສດຖະກິດມູນຄ່າ 3ລ້ານໂດລາ ໃຫ້ແກ່ໂຄງການໂຄງການ ສົ່ງເສີມຄວາມອາດສາມາດ ໃນການແຂ່ງຂັນ ແລະ ການຄ້າຂອງ ສປປ ລາວ. ໂຄງການນີ້ແມ່ນຈັດຕັ້ງປະຕິບັດໂດຍ ທະນາຄານໂລກ, ໂດຍສະໜັບສະໜູນທຶນໂດຍ ທະນາຄານໂລກ, ອົງການ USAID, ປະເທດອົສຕາລີ ແລະ ໄອແຣນ. ທຶນດັ່ງກ່າວຈະສະໜັບສະໜູນສປປລາວ ໃນການພັດທະນາສີ່ງແວດລ້ອມເພື່ອເອື້ອອຳນວຍໃຫ້ແກ່ທຸລະກິດ ແລະ ຊ່ວຍບັນກາຫົວໜ່ວຍທຸລະກິດໃນການຟື້ນຟູຈາກພະຍາດໂຄວິດ-19. ການຊ່ວຍເຫຼືອນີ້ ແມ່ນຄາດວ່າ ຈະເຮັດໃຫ້ເກີດມີການລົງທຶນ, ເພີ່ມການແຂ່ງຂັນຂອງ ສປປລາວ ແລະ ບັນດາທຸລະກິດຂະໜາດນ້ອຍ ແລະ ກາງ, ແລະ ຈົນໄປເຖິງການສ້າງວຽກເຮັດງານທຳທີ່ມີລາຍໄດ້ສູງສຳລັບຮຸ່ນຕໍ່ໄປ.
ທ່ານນາງ ອິໂຊເບວ ໂຄນແມ່ນ ໄດ້ປະກາດທຶນຊ່ວຍເຫຼືອໃໝ່ມູນຄ່າ 2.6 ລ້ານໂດລາ ໃຫ້ແກ່ອົງການ UNICEF ເພື່ອສະໜັບສະໜູນວຽກງານການສຶກສາສຳລັບເດັກນ້ອຍ ເດັກກ່ອນໄວຮຽນ ແລະ ຊັ້ນປະຖົມສຶກສາ ໃນ. ທຶນດັ່ງກ່າວ ຈະຖືກນຳໃຊ້ເຂົ້າໃນການການຈັດການກັບບັນຫາທາງດ້ານການສຶກສາທີ່ເກີດຈາກພະຍາດໂຄວິດ-19 ແລະ ສະໜັບສະໜູນລັດຖະບານລາວໃນການມອບໂອການການສຶກສາທີ່ມີຄູນະພາບໃຫ້ແກ່ເດັກນ້ອຍທົ່ວ ສປປລາວ ໂດຍສະເພາະແມ່ນເນັ້ນໃສ່ເດັກນ້ອຍຊົນເຜົ່າ ແລະ ເດັກນ້ອຍທີ່ມີຄວາມພິການ.
ການຊ່ວຍເຫຼືອລ້າຂອງ ສ. ອາເມລິການໃນ ສປປລາວ ແມ່ນມີຫຼາຍກ່ວາ 10 ປີ. ໃນຂົງເຂດສຶກສາ, ອົງການ USAID ໄດ້ໃຫ້ການສະໜັບສະໜູນສປປລາວໃນການພັດທະນາທັກສະການອ່ານໃຫ້ແກ່ເດັກນ້ອຍປະຖົມໂດຍເນັ້ນໃສ່ເດັກນ້ອຍທີ່ບໍ່ໄດ້ໃຊ້ພາສາລາວເປັນພາສາກາງ ແລະ ເດັກທີ່ມີຄວາມພິການ. ໃນຂົງເຂດເສດຖະກິດ, ອົງການ USAID ກໍາລັງຮ່ວມມືກັບ ສປປລາວ ແລະ ຄູ່ຮ່ວມພັດທະນາໃນການເອື້ອອຳນວຍການຄ້າ, ພັດທະນາການແຂ່ງຂັນ ແລະ ເຮັດໃຫ້ການເຮັດທຸລະກິດງ່າຍຂຶ້ນ.