Flag

An official website of the United States government

USAID ມອບເງິນ​ຊ່ວຍເຫຼືອ 2.4 ລ້ານ ໂດລາ ເພື່ອສົ່ງເສີມວຽກງານການສັກວັກຊີນ​ກັນໂຄວິດ​-19 ໃນ ສປປ ລາວ
2 ບົດອ່ານໜຶ່ງນາທີ
ເດືອນພະຈິກ 29, 2021

ນະຄອນຫຼວງວຽງຈັນວັນທີ 29 ເດືອນພະຈິກ​ ປີ 2021 – ໃນມື້ນີ້, ສະຫະລັດ ອາ​ເມລິ​ກາ, ໂດຍຜ່ານອົງການ USAID, ໄດ້ປະກາດມອບເງິນຊ່ວຍເຫຼືອຈຳນວນ 2.4 ລ້ານໂດລາສະຫະລັດໃຫ້ແກ່ ອົງການຢູນິເຊັບ ​ແລະ ອົງການອານາໄມໂລກ ​ເພື່ອສ້າງຄວາມເຂັ້ມແຂງໃນວຽກງານການສັກວັກຊີນກັນພະຍາດ ໂຄວິດ-19 ໃນ ສປປ ລາວ ຢ່າງເປັນທາງການ.

ການສະໜັບສະໜູນ​ດັ່ງກ່າວເເມ່ນຈະ​ສຸມ​ໃສ່ການ​ກຽມຄວາມ​ພ້ອມ ເເລະ ການຈັດຕັ້ງປະຕິບັດການສັກວັກຊີນປ້ອງ​​ກັນ​ພະຍາດ ​ໂຄ​ວິດ-19 ​ໃນ​ ສປປ ລາວ ພ້ອມດ້ວຍການ​ຕິດຕາມ​ອາການພາຍຫຼັງການ​ສັກວັກຊີນ.

ເພື່ອ​ເປັນ​ການ​ເປີດ​ໂຄງການ​ດັ່ງກ່າວ, ​ໄດ້ມີການ​ຈັດ​ຕັ້ງ​ພິທີຢູ່ທີ່​ກະຊວງ​ສາທາລະນະ​ສຸກ​ ເຊີ່ງເຂົ້າຮ່ວມໂດຍ ພະນະທ່ານ ດຣ. ສະໜອງ ທອງຊະນະ, ຮອງລັດຖະມົນຕີກະຊວງສາທາລະນະສຸກ, ພະນະທ່ານ ດຣ. ປີເຕີ ເຮມ໋ອນ, ເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈຳ ສປປ ລາວ, ທ່ານນາງ ບີອາເຕ ດາສ໌ເທວ, ຮອງຜູ້ຕາງໜ້າ ອົງການຢູນິເຊັບ ປະຈຳ ສປປ ລາວ​, ແລະ ດຣ. ຈູນ ກາວ​, ວ່າການແທນ​​ຜູ້ຕາງໜ້າ ອົງການອານາໄມໂລກ ປະຈໍາ ສປປ ລາວ.

ກ່າວຄຳເຫັນໃນ​ພິທີດັ່ງກ່າວ, ທ່ານຮອງລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ສະແດງຄວາມຂອບໃຈມາຍັງອົງການ USAID ທີ່ໄດ້ໃຫ້ການຊ່ວຍເຫຼືອນີ້ ແລະ ຍັງກ່າວຊົມເຊີຍລັດຖະບານສະຫະລັດອາເມລິກາ, ອົງການຢູນິເຊັບ ແລະ ອົງການອານາໄມໂລກ ທີ່ໄດ້ໃຫ້ ການສະໜັບສະໜູນອັນລ້ຳຄ່າ​ແກ່ປະຊາຊົນລາວໃນຊ່ວງ​ການລະບາດຂອງພະຍາດ ໂຄວິດ-19. ທ່ານໄດ້ກ່າວວ່າ: “ຍ້ອນວ່າ ສປປ ລາວ ປະສົບກັບກໍລະນີ ໂຄວິດ-19 ໃນ​ຊຸມຊົນ​ຫຼາຍຂຶ້ນ, ສະນັ້ນຈື່ງ​ຈໍາເປັນຕ້ອງ​ເສີມສ້າງຄວາມເຂັ້ມແຂງໃນການສັກ​ວັກຊີນຂອງພວກເຮົາ ເຊີ່ງກໍ່ຄືບູລິມະສິດອັນດັບໜຶ່ງຂອງລັດຖະບານໃນປະຈຸບັນ. ສະນັ້ນ ໂຄງການໃໝ່ນີ້, ເຊີ່ງໄດ້ຮັບການສະໜັບສະໜູນຈາກອົງການ USAID ແລະ ຈັດຕັ້ງປະຕິບັດໂດຍ ອົງການຢູນິເຊັບ ແລະ ອົງການອານາໄມໂລກ, ຈະເປັນການປະກອບສ່ວນອັນໃຫຍ່ຫຼວງໃຫ້ແກ່ຄວາມພະຍາຍາມຂອງພວກເຮົາໃນດ້ານ​ນີ້ ແລະ ເພື່ອບັນລຸເປົ້າໝາຍການສັກວັກຊີນ​ກັນພະຍາດຂອງພວກເຮົາ.​”

ພະນະທ່ານ ດຣ. ປີເຕີ ເຮມ໋ອນ, ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳ ສປປ ລາວ, ໄດ້ສະເເດງຄວາມຊົມເຊີຍຕໍ່ລັດຖະບານເເຫ່ງ ສປປ ລາວ ໃນຄວາມມານະພະຍາຍາມຮັກສາຄວາມປອດໄພຂອງປະຊາຊົນລາວ ພ້ອມທັງຍົກໃຫ້ເຫັນຜົນສຳເລັດລະຫວ່າງ ສະຫະລັດອາເມລິກາ, ສປປ ລາວ, ອົງການ ອະນາໄມໂລກ ແລະ ອົງການຢູນິເຊັບ. ທ່ານໄດ້ກ່າວວ່າ: “ການຊ່ວຍເຫຼືອຄັ້ງ​ໃໝ່ນີ້ ໄດ້ສະທ້ອນໃຫ້ເຫັນເຖິງການເປັນ​ຄູ່ຮ່ວມງານທີ່​ແໜັ້ນແຟ້ນລະຫວ່າງລັດຖະບານ ແລະ ປະຊາຊົນຂອງສະຫະລັດອາເມລິກາ ແລະ ສປປ ລາວ. ມາ​ຮອດ​ປະຈຸ​ບັນ, ສະຫະລັດອາເມລິກາ ​ໄດ້​ໃຫ້ການ​ສະໜັບສະໜູນ​ທຶນຈຳນວນທັ້ງໝົດ 13 ລ້ານ​ກວ່າ​ໂດ​ລາ​ສະຫະລັດ ແກ່ ສປປ ລາວ ​ເພື່ອ​ຮັບມືກັບ​ພະຍາດ ​ໂຄ​ວິດ-19. ນອກເໜືອຈາກວຽກງານສາທາລະນະສຸກແລ້ວ, ສະຫະລັດອາເມລິກາ ຈະສືບຕໍ່ໃຫ້ການຊ່ວຍເຫຼືອເເກ່ ສປປ ລາວ ເພື່ອແກ້ໄຂຜົນກະທົບຈາກພະຍາດ ໂຄວິດ-19 ຕໍ່ລະບົບການສຶກສາ, ເສດຖະກິດ ແລະ ລະບຽບກົດໝາຍ. ການຊ່ວຍເຫຼືອທັງໝົດຂອງພວກເຮົາກໍ່ແມ່ນເພື່ອຊ່ວຍໃຫ້ ສປປ ລາວ ສາມາດຟື້ນຕົວຄືນ.”

ທຶນຈຳນວນ 1 ລ້ານໂດລາສະຫະລັດ ຂອງຈໍານວນທຶນທັງໝົດຈາກອົງການ USAID ນັ້ນເເມ່ນ​ຈະປະກອບສ່ວນເຂົ້າໃນການຊ່ວຍເຫຼືອ ອົງການອານາໄມໂລກ ເພື່ອສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ລະ​ບົບ​ສາທາລະນະສຸກ ​ເພື່ອ​ຮັບ​ປະ​ກັນ​ການ​ສັກ​ວັກຊີນທີ່ປອດໄພສຳລັບ​ປະ​ຊາ​ຊົນລາວ​. ການຊ່ວຍເຫຼືອຄັ້ງນີ້ແມ່ນເພື່ອແນໃສ່ການສະໜັບສະໜູນວຽກງານການສັກວັກຊີນປ້ອງກັນພະຍາດ ໂຄວິດ-19 ໃນ ສປປ ລາວ ໂດຍການເພີ່ມທະວີລະບຽບການເພື່ອຮັບປະກັນການຈັດຕັ້ງປະຕິບັດ ສິດອະນຸຍາດການນຳໃຊ້ແບບສຸກເສີນ (emergency use authorization) ຂອງວັກຊີນຕ່າງໆ, ສະໜັບສະໜູນການຈັດຊື້ວັດສະດຸ ແລະ ອຸປະກອນ ເພື່ອຊ່ວຍຕິດຕາມ ເເລະ ເເກ້ໄຂ​ອາການຜົນຂ້າງຄຽງພາຍຫຼັງການ​ສັກວັກຊີນ. ນອກ​ນັ້ນ, ການຈັດຕັ້ງປະຕິບັດໂຄງການຂອງ ອົງການອານາໄມໂລກ ຍັງຈະເນັ້ນໃສ່ການພັດທະນາອຸປະກອນການສຶກສາ ແລະ ການຈັດການຝຶກອົບຮົມໃຫ້ແກ່ພະນັກງານສາທາລະນະສຸກ ພ້ອມທັງປັບປຸງຄຸນນະພາບ ແລະ ການເຂົ້າເຖີງຂໍ້ມູນສໍາລັບ​ການວາງແຜນ ກ່ຽວກັບການສັກ​ວັກຊີນ​ກັນພະຍາດ ໂຄວິດ-19 ເພື່ອຊ່ວຍໃຫ້ສາມາດເຂົ້າເຖິງປະຊາຊົນໃນເຂດຫ່າງໄກສອກຫຼີກທີ່ຢູ່ໃນກຸ່ມສ່ຽງ​ເພື່ອໃຫ້ໄດ້ຮັບການ​ສັກຢາວັກຊີນ.

ດຣ. ຈູນ ກາວ​, ວ່າການແທນ​ ​ຜູ້ຕາງໜ້າ ອົງການອານາໄມໂລກ ປະຈໍາ ສປປ ລາວ, ກ່າວວ່າ​: “ອົງການອານາໄມໂລກ ຂໍ​ຂອບໃຈຢ່າງຍິ່ງຕໍ່ການປະກອບສ່ວນ ຈາກອົງການ USAID, ເຊີ່ງ​ຈະຊ່ວຍ​ປະກອບສ່ວນເຂົ້າໃນເປົ້າໝາຍລວມຂອງການເສີມສ້າງ ແລະ ຜັນຂະຫຍາຍວຽກງານການຕິດຕາມກວດກາຄວາມປອດໄພຂອງວັກຊີນ. ນອກຈາກນີ້ເເລ້ວ, ການປະກອບສ່ວນໃນຄັ້ງນີ້ຍັງຈະປັບປຸງຄຸນນະພາບຂອງຂໍ້ມູນກ່ຽວກັບການສັກວັກຊີນ ໂຄວິດ-19, ເຊິ່ງສາມາດນຳໃຊ້ກັບການວາງແຜນ, ຕິດຕາມ ແລະ ການຈັດຕັ້ງເພື່ອຮັບປະກັນວ່າ ປະຊາຊົນທີ່ມີຄວາມສ່ຽງທີ່ສຸດສາມາດໄດ້ຮັບການສັກວັກຊີນ.”

ຄຽງ​ຄູ່​ກັນ​ກັບທຶນຈຳນວນ 1 ລ້ານໂດລາສະຫະລັດ ທີ່ມອບໃຫ້ແກ່ ອົງການອານາໄມໂລກ, ເງິນທຶນຈໍານວນ​​ 1,4 ລ້ານໂດລາສະຫະລັດ ຂອງຈໍານວນທຶນທັງໝົດຈາກອົງການ USAID  ນັ້ນເເມ່ນ​ຈະປະກອບສ່ວນເຂົ້າໃນການຊ່ວຍເຫຼືອ ອົງການຢູນິເຊັບ ໃນການໃຫ້ຄໍາແນະນໍາດ້ານວິຊາການຕໍ່​​ລັດຖະບານ ກ່ຽວກັບ​ການ​ຕິດຕາມ​ກວດກາ ລະບົບຄວາມ​​ເຢັນ ແລະ ການ​ຂົນ​ສົ່ງວັກຊີນ, ການ​ສື່​ສານ​ກັບ​ຊຸມ​ຊົນ​ເພື່ອສ້າງຄວາມເຂົ້າໃຈຕໍ່ການສັກວັກຊີນປ້ອງ​​ກັນ​ພະຍາດ ​ໂຄ​ວິດ-19 ເເລະ ຕິດຕາມເຫດການປະຕິປັກພາຍຫຼັງການ​ສັກວັກຊີນ. ນອກນີ້ ເເມ່ນຍັງຈະຊ່ວຍໃນການສະໜອງອຸປະກອນອະນາໄມໃຫ້ແກ່ສູນກັກກັນ ເພື່ອຮັບມືກັບຈຳນວນຄົນເຈັບທີ່ເພີ່ມຂຶ້ນ ແລະ ພົນລະ​ເມືອງ​ທີ່​ກັບ​ຄືນ​ເຂົ້າ ສປປ ລາວ ​ຈາກ​ຕ່າງປະ​ເທດ.

ທ່ານນາງ ບີອາເຕ ດາສ໌ເທວ, ຮອງຜູ້ຕາງໜ້າ ອົງການຢູນິເຊັບ ປະຈຳ ສປປ ລາວ ກ່າວວ່າ: “ພວກເຮົາຮູ້ວ່າການສັກວັກຊີນ​ກັນພະຍາດແມ່ນເປັນເສົາຄ້ຳອັນສຳຄັນຂອງການຕອບໂຕ້ຕໍ່ພະຍາດ ໂຄວິດ-19 ໃນ ​ສປປ ລາວ ແລະ ເປັນກຸນແຈສຳຄັນໃນຄວາມພະຍາຍາມຂອງພວກເຮົາເພື່ອສະກັດກັ້ນການ​ລະບາດຂອງພະຍາດດັ່ງກ່າວໃນ​ຊຸມຊົນ ແລະ ສືບຕໍ່ຊ່ວຍເຫຼືອບັນດາຄອບຄົວໃນການຟື້ນຟູຈາກຜົນກະທົບອັນຮ້າຍແຮງຂອງມັນ. ດັ່ງນັ້ນ, ອົງການຢູນິເຊັບ ຍິນດີທີ່ຈະເປີດ​ໂຄງການໃໝ່ນີ້ ໂດຍເນັ້ນໃສ່ການສ້າງຄວາມເຂັ້ມແຂງໃຫ້ແກ່ການຈັດຕັ້ງປະຕິບັດການ​ສັກວັກຊີນໃນ ສປປ ລາວ, ເຊີ່ງຍັງຈະສ້າງຜົນບວກຕໍ່ວຽກງານການສັກວັກຊີນທົ່ວໄປສຳລັບເດັກອີກດ້ວຍ. ພວກເຮົາຂໍຂອບໃຈຢ່າງຈິງໃຈທີ່ສຸດຕໍ່​ອົງການ USAID ສໍາລັບການຊ່ວຍເຫຼືອຂອງພວກເຂົາ.​”