ອົງການ USAID ມອບປຶ້ມຄູ່ມື ການຍ້ອມສີທຳມະຊາດໃຫ້ແກ່ ກະຊວງອຸດສາຫະກຳ ແລະ ການຄ້າ

OLYMPUS DIGITAL CAMERA

ນະຄອນຫຼວງວຽງຈັນ, ສປປລາວ – ອົງການພັດທະນາສາກົນອາເມລິກາ ຫຼື USAID ມອບປຶ້ມຄູ່ມື ການຍ້ອມສີທຳມະຊາດ ໃຫ້ແກ່ກະຊວງອຸດສາຫະກຳ ແລະ ການຄ້າ ໃນງານມອບຮັບ ຄັ້ງວັນທີ 11 ທັນວາ 2018. ງານມອບຮັບ ໄດ້ຖືກຈັດຂຶ້ນ ທີ່ໂຮງແຮມສາລານາບູທີກ ເຊິ່ງເປັນກຽດເປີດກອງປະຊຸມໂດຍ ທ່ານ ດຣ. ອາເລັກຊານເດຍ ຮູເອຕ້າ, ຜູ້ອຳນວຍການອົງການ USAID ປະຈຳລາວ ແລະ ທ່ານນາງ ບານສະຕິ ເທບພະວົງ, ຫົວໜ້າຫ້ອງການ ກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມກັບບັນດາພະນັກງານລັດ, ຜູ້ປະກອບການ ແລະ ຕາງໜ້າຈາກບັນດາບໍລິສັດເອກະຊົນຫຼາຍກ່ວາ 20 ທ່ານ.

ທ່ານ ດຣ. ຮູເອຕ້າ ກ່າວວ່າ: ປຶ້ມຄູ່ມື ແລະ ວິດີໂອນີ້ ຈະເປັນຄູ່ມືທີ່ມີ່ປະໂຫຍດໃຫ້ແກ່ບັນດາຜູ້ປະກອບການທົ່ວສປປ ລາວ ແລະ ການຝຶກອົບຮົມ ຫຼື ການສໍາມະນາໃນອານາຄົດ. ການພັດທະນາທັກສະການຍ້ອມສີທຳມະຊາດນີ້ຈະຊ່ວຍໃຫ້ພວກເຂົາເພີ່ມລາຍຮັບ ໃຫ້ແກ່ຄອບຄົວ, ສ້າງຄວາມເຂັ້ມໃຫ້ແກ່ຊຸມຊົນ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດຂອງ ສປປລາວ.

ໃນເດືອນມິຖຸນາ, ໂຄງການຮ່ວມມືລາວ-ສະຫະລັດອາເມລິກາ ເພື່ອການເຊື່ອມໂຍງສາກົນ ແລະ ອາຊຽນ ຫຼື USAID LUNA II ໄດ້ຈັດງານຝຶກອົບຮົມກ່ຽວກັບການຍ້ອມສີຜ້າໄໝແບບທຳມະຊາດໃຫ້ແກ່ບັນດານັກປະກອບການເພດຍິງທີ່ແຂວງຊຽງຂວາງ ແລະ ແຂວງຫົວພັນ. ເຊີ່ງງານຝືກອົບຮົມ ໄດ້ຮັບການເຂົ້າຮ່ວມໂດຍບັນດານັກປະກອບການຫຼາຍກ່ວາ 50 ທ່ານ ເຊິ່ງຈັດເປັນເວລາ 10 ວັນ ທີ່ແຂວງຊຽງຂວາງ ແລະ 10 ວັນ ທີ່ແຂວງຫົວພັນ. ການຍ້ອມສີທຳມະຊາດ ແມ່ນຊ່ວຍຫຼຸດລາຄາໃນການຜະລິດ, ສ້າງມູນຄ່າເພີ່ມໃຫ້ແກ່ສິນຄ້າ, ຊ່ວຍເພີ່ມຄວາມອາດສາມາດໃນການແຂ່ງຂັນໃນທ້ອງຕະຫຼາດ ແລະ ເຮັດໃຫ້ສິນຄ້າຂອງພວກ ເຂົາມີມູນຄ່າສູງຂຶ້ນ.

ປຶ້ມຄູ່ມື ໄດ້ຮວບຮວມເອົາບົດຮຽນຈາກການຝຶກອົບຮົມໃນເດືອນມິຖຸນາທີ່ຜ່ານມາ ແລະ ຍັງໄດ້ປະກອບມີວິດີໂອສາທິດການກະ ກຽມ ແລະ ນຳໃຊ້ສີທຳມະຊາດ. ປຶ້ຄູ່ມື ແລະ ວິີດີໂອ ຈະມີປະໂຫຍດແກ່ຜູ້ເຂົ້າຮ່ວມຝຶກອົບຮົມທີ່ຢາກທວນຄືນບົດຮຽນ ແລະ ບັນດານັກປະກອບການໃນວຽກງານຂົງເຂດນີ້ທີ່ກຳລັງຊອກຫາວິທີເພື່ອພັດທະນາສີມື, ທັກສະ ແລະ ຂະຫຍາຍທຸລະກິດຂອງ ພວກເຂົາ. ນອກຈາກນີ້, ຜຸ້ທີ່ສົນໃຈຍັງສາມາດດາວໂຫຼດ ວິດີໂອ ແລະ ປຶ້ມອີເລັກໂທນິກໄດ້ທີ່ເວັບໄຊຂອງກະຊວງອີກດ້ວຍ.

ໃນງານຍັງໄດ້ມີຕາງໜ້າຜູ້ເຂົ້າຮ່ວມການຝຶກອົບຮົມຈາກແຂວງຊຽງຂວາງ ແລະ ແຂວງຫົວພັນ.

ທ່ານນາງ ເພັງ, ນັກປະກອບການຈາກບ້ານຜາໄຊ, ເມືອງຊຳເໜືອ, ແຂວງຫົວພັນ ກ່າວວ່າ: ໃນອາດີດ, ຂ້າພະເຈົ້າໃຊ້ແຕ່ສີເຄມີ, ຫຼັງຈາກໄດ້ຮັບການຝຶກອົບຮົມ, ຂ້າພະເຈົ້າໄດ້ຮຽນຮູ້ວິທີການຍ້ອມສີແບບທຳມະຊາດ ແລະ ທັກສະໃໝ່. ປະຈຸບັນ ຂ້າພະເຈົ້າມີຫຼາຍທາງເລືອກ ແລະ ສາມາດຜະລິດໄດ້ຫຼາຍລາຍຂຶ້ນ.

ການສ້າງປຶ້ມ ແລະ ວິດີໂອ ແມ່ນໄດ້ຮັບທຶນຈາກລັດຖະບານອາເມລິກາໂດຍຜ່ານ ໂຄງການ ລູນ້າ 2 ຂອງອົງການ USAID. ໂຄງການ ລູນ້າ 2 ແມ່ນ ເພື່ອຊ່ວຍ ສປປລາວ ເຊື່ອມໂຍງເຂົ້າໃນຕະຫຼາດໂລກ ໂດຍສະໜັບສະໜຸນລັດຖະບານສປປລາວ ໃນການສ້າງ ແລະ ຈັດຕັ້ງປະຕິບັດ ບັນດານະໂຍບາຍ ແລະ ລະບຽບການ ໃຫ້ມີຄວາມໂປ່ງໃສ ແລະ ມີປະສິທິພາບ.