ນະຄອນຫຼວງວຽງຈັນ, ສປປ ລາວ — ໂດຍການສະໜັບສະໜູນຂອງປະເທດສະຫະລັດອາເມລິກາ ໂດຍຜ່ານ ອົງການພັດທະນາສາກົນຂອງປະເທດສະຫະລັດອາເມລິກາ (USAID), ກົມສື່ມວນຊົນ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ອົງການວິນຣອກສາກົນ (Winrock International) ໄດ້ຈັດກອງປະຊຸມ ກ່ຽວກັບ ການຕ້ານການຄ້າມະນຸດ ໃຫ້ແກ່ຂະແໜງສື່ມວນຊົນ, ວັດທະນະທໍາ, ແລະ ການທ່ອງທ່ຽວ. ຈຸດປະສົງຂອງກອງປະຊຸມນີ້ແມ່ນ ເພື່ອ ຊ່ວຍໃຫ້ບັນດາສື່ມວນຊົນໄດ້ເຂົ້າໃຈເຖິງບົດບາດຂອງພວກເຂົາ ໃນການຕ້ານການຄ້າມະນຸດ ແລະ ສະໜອງເຄື່ອງມືຕ່າງໆໃຫ້ແກ່ພວກເຂົາ.
ໃຫ້ກຽດເປີດກອງປະຊຸມ ໂດຍ ທ່ານ ໂພສີ ແກ້ວມະນີວົງ, ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ຕິດຕາມດ້ວຍ ການກ່າວເປີດກອງປະຊຸມ ໂດຍ ທ່ານ ໄມໂຄ ຣອນນິ້ງ, ຜູ້ຕາງໜ້າຈາກ ອົງການ USAID ປະຈຳ ສປປ ລາວ. ກອງປະຊູມມີຜູ້ເຂົ້າຮ່ວມຈຳນວນ 50 ທ່ານ ຈາກ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ສື່ສັງຄົມອອນລາຍ ແລະ ພາກສ່ວນກ່ຽວຂ້ອງໃນຂະແໜງສື່ມວນຊົນ (ທັງພາກລັດຖະບານ ແລະ ເອກະຊົນ).
ທ່ານ Michael Ronning ກ່າວວ່າ: ສື່ມວນຊົນແມ່ນມີບົດບາດສໍາຄັນ ໃນການເຂົ້າເຖິງ ກຸ່ມປະຊາກອນທີ່ມີຄວາມສ່ຽງ ແລະ ສົ່ງຕໍ່ຂໍ້ຄວາມທີ່ຖືກຕ້ອງ ກ່ຽວກັບການສະກັດກັ້ນການຄ້າມະນຸດ ແລະ ການປົກປ້ອງຜູ້ເຄາະຮ້າຍໃຫ້ແກ່ພວກເຂົາ. ປະເທດສະຫະລັດອາເມລິກາ ມີຄວາມມຸ່ງໝັ້ນທີ່ຈະສະໜັບສະໜູນ ລັດຖະບານ ແຫ່ງ ສປປ ລາວ ໃນການຕ້ານການຄ້າມະນຸດ. ເນື່ອງໃນໂອກາດຄົບຮອບ 5 ປີ ຂອງ ການຮ່ວມມືແບບຮອບດ້ານລະຫວ່າງ ສະຫະລັດອາເມລິກາ – ລາວ ທີ່ຜ່ານມາ, ລັດຖະບານແຫ່ງສະຫະລັດອາເມລິກາ ຈະສືບຕໍ່ເພີ່ມທະວີການຮ່ວມມື ແລະ ສະໜັບສະໜູນ ສປປ ລາວ ເພື່ອບັນລຸເປົ້າໝາຍໃນວຽກງານສະກັດກັ້ນການຄ້າມະນຸດ.
ກອງປະຊຸມຄັ້ງນີ້ໄດ້ຮັບການສະໜັບສະໜູນ ໂດຍອົງການ USAID ຜ່ານ ໂຄງການຫຼຸດຜ່ອນຄວາມສ່ຽງຈາກການຄ້າມະນຸດໃນລາວ (Laos CTIP) ທີ່ຈັດຕັ້ງປະຕິບັດໂດຍ ອົງການວິນຣອກສາກົນ (Winrock International). ໂຄງການຫຼຸດຜ່ອນຄວາມສ່ຽງຈາກການຄ້າມະນຸດໃນລາວ (Laos CTIP) ມີຈຸດປະສົງ ເພື່ອ ຫຼຸດຜ່ອນຄວາມສ່ຽງຈາກການຄ້າມະນຸດ ໃນກຸ່ມເປົ້າໝາຍ ໃນລາວ ໂດຍຜ່ານ ການປູກຈິດສຳນຶກ ກ່ຽວກັບ ການຄ້າມະນຸດ, ສະໜັບສະໜູນການເຂົ້າເຖິງ ການຝຶກອົບຮົມວິຊາຊີບ ແລະ ໂອກາດໃນການຈ້າງງານ, ແລະ ສົ່ງເສີມຄວາມສາມາດ ຂອງ ພາກສ່ວນກ່ຽວຂ້ອງໃນການຕ້ານການຄ້າມະນຸດ.