ທ່ານລັດຖະມົນຕີຊ່ວຍວ່າການ ກະຊວງການຕ່າງປະເທດ ສະຫະລັດອາເມຣິກາ ກະກຽມຄວາມພ້ອມການມາຢ້ຽມຢາມຂອງປະທານາທິບໍດີ ໂອບາມາ

U.S. Assistant Secretary of State Daniel R. Russel meets with Foreign Minister Saleumxay Kommasith in Vientiane.

ທ່ານລັດຖະມົນຕີຊ່ວຍວ່າການ ກະຊວງການຕ່າງປະເທດ ສະຫະລັດອາເມຣິກາ ແດນຽວ ຣັສໂຊ (Daniel R. Russel) ໄດ້ມາຢ້ຽມຢາມ ສປປ ລາວ ໃນວັນທີ 11–12 ສິງຫາ ເພື່ອກະກຽມ ຄວາມພ້ອມຂອງການມາຢ້ຽມຢາມ ສປປ ລາວ ຄັ້ງປະຫວັດສາດຂອງປະທານາທິບໍດີ ແຫ່ງ ສະຫະລັດອາເມລິກາ ທ່ານ ບາຣັກ ໂອປາມາ ໃນເດືອນຫນ້ານີ້.

ໃນລະຫວ່າງການມາຢ້ຽມຢາມ ສປປ ລາວ, ທ່ານລັດຖະມົນຕີຊ່ວຍວ່າການ ກະຊວງການ ຕ່າງປະເທດແດນຽວ ຣັສໂຊ ໄດ້ພົບກັບ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີການຊວງ ການຕ່າງປະເທດ  ແຫ່ງ ສປປ ລາວ ແລະ ທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການ ເມືອງ ສູນກາງພັກ ປະທານສູນກາງແນວລາວສ້າງຊາດ ເພື່ອປຶກສາຫາລື ກ່ຽວກັບການເຕີບໃຫຍ່ ຂະຫຍາຍຕົວ ຂອງການຮ່ວມມືສອງຝ່າຍ ແລະ ການກະກຽມຄວາມພ້ອມເທື່ອສຸດທ້າຍ ສຳລັບ ການມາຢ້ຽມຢາມຂອງປະທານາທິບໍດີ ໂອບາມາ.

ເນື້ອງໃນໂອກາດນີ້ທ່ານ ແດນຽວ ຣັສໂຊ ຍັງໄດ້ພົບປະກັບເຈົ້າຫນ້າທີ່ອາວຸໂສຈາກ 17 ປະເທດ ເພື່ອກຽມພ້ອມສຳລັບກອງປະຊຸມສຸດຍອດ ອາຊີ ຕາເວັນອອກ ທີ່ຈະໄດ້ຈັດຂື້ນທີ່ ສປປ ລາວ ໃນວັນທີ 8 ກັນຍາ ເຊິ່ງ ທ່ານ ປະທານາທິບໍດີ ໂອບາມາ ກໍ່ຈະໄດ້ເຂົ້າຮ່ວມ.

ທ່ານ ແດນຽວ ຣັສໂຊ ລັດຖະມົນຕີຊ່ວຍວ່າການ ກະຊວງການຕ່າງປະເທດ, ຜູ້ຊີ້ນຳ ວຽກງານ ຮອບດ້ານ ໃນພາກພື້ນ ອາຊີຕາເວັນອອກ ແລະ ປາຊີຟິກ. ກ່ອນທີ່ ຈະມາຮັບໜ້າທີ່ຕຳແໜ່ງ ເປັນ ລັດຖະມົນຕີຊ່ວຍວ່າການ ກະຊວງການຕ່າງປະເທດ ໃນປີ 2013, ທ່ານ ແດນຽວ ຣັສໂຊ ໄດ້ຮັບມອບໝາຍໜ້າທີ່ ເປັນ ຜູ້ຊ່ວຍພິເສດ ໃຫ້ແກ່ ທ່ານປະທານາທິບໍດີ ທີ່ ທຳນຽບຂາວ ແລະ ເປັນ ຜູ້ອຳນວຍການລະດັບສູງ ສະພາຄວາມໝັ້ນຄົງແຫ່ງຊາດຂອງພາກພື້ນອາຊີ. ທ່ານ ແດນຽວ ຣັສໂຊ ຍັງໄດ້ຊ່ວຍວຽກງານດ້ານຍຸດທະສາດຂອງ ປະທານາທິບໍດີ ໂອບາມາ ທາງດ້ານ ນະໂຍ ບາຍ ໃນພາກພື້ນ ອາຊີຕາເວັນອອກ ແລະ ປາຊີຟິກ ລວມທັງ ຄວາມພະຍາຍາມ ໃນການສ້າງ ຄວາມເຂັ້ມແຂງ ກັບບັນດາປະເທດພັນທະມິດ, ຮັດແໜ້ນການພົວພັນຂອງ ສະຫະລັດເມລິກາ ກັບອົງການຫຼາຍຝ່າຍ ແລະ ຂະຫຍາຍສາຍພົວພັນ ກັບບັນດາປະເທດໃນພາກພື້ນ.