ສະຫະລັດອາເມລິກາ ໄດ້ປະກາດມອບທຶນຊ່ວຍເຫຼືອເພີ່ມຈຳນວນ 25 ລ້ານ ໂດລາ ໃນໄລຍະ 5 ປີຕໍ່ຫນ້າ ເພື່ອຊ່ວຍເຂົ້າໃນໂຄງການອາຫານສຳລັບເດັກໃນທົ່ວ ສປປ ລາວ. ໂດຍການໄດ້ຮັບທຶນຈາກ ກະຊວງກະສິກຳສະຫະລັດອາເມລິກາ – ໂຄງການອາຫານເພື່ອການສຶກສາ ແລະ ໂພສະນາການສຳລັບເດັກ ຫຼື (U.S. Department of Agriculture’s (USDA) McGovern-Dole International Food for Education and Child Nutrition Program project) ເຊິ່ງຈະຈັດຕັ້ງປະຕິບັດໂດຍ ອົງການອາຫານໂລກ (WFP) ຮ່ວມກັບ ອົງການບັນເທົາທຸກກາໂຕລິກ (CRS) ແລະ ກະຊວງສຶກສາທິການ ແລະ ກິລາ. ໂຄງການນີ້ຈະສາມາດຊ່ວຍສະໜອງອາຫານທ່ຽງໃນແຕ່ລະມື້ໃຫ້ແກ່ ໂຮງຮຽນຈຳນວນ 735 ແຫ່ງ ໃນ 18 ເມືອງ ແລະ ຈະສາມາດເຂົ້າເຖິງເດັກທີ່ມີຄວາມຕ້ອງການຫຼາຍກວ່າ 63,000 ຄົນ.
“ພວກເຮົາມີຄວາມພາກພູມໃຈ ທີ່ສະຫະລັດອາເມລິກາ ແລະ ອົງການອາຫານໂລກ ຈະໄດ້ສຶບຕໍ່ສະໜອງອາຫານທ່ຽງໃນ ສປປ ລາວ ໂດຍຮ່ວມກັບບັນດາຄູ່ຮ່ວມມືຂອງພວກເຮົາລວມທັງ ກະຊວງສຶກສາທິການ ແລະ ກິລາ ແລະ ອົງການບັນເທົາທຸກກາໂຕລິກ (CRS). ອາຫານທ່ຽງສຳລັບໂຮງຮຽນ ແມ່ນມີຄວາມສຳຄັນໃນການຊ່ວຍໃຫ້ນັກຮຽນໄດ້ມີຜົນການຮຽນທີ່ດີຂື້ນ ແລະ ຍັງເປັນການຊ່ວຍສົ່ງເສີມໃຫ້ນັກຮຽນທຸກໆຄົນໃຫ້ມາໂຮງຮຽນເປັນຢ່າງປົກກະຕິ ໂດຍສະເພາະເດັກຍິງ ແລະ ຜູ້ດ້ອຍໂອກາດ. ສະຫະລັດອາເມລິກາ ແມ່ນຈະຢູ່ຄຽງຂ້າງ ສປປ ລາວ ແລະ ປະຊາຊົນຄົນລາວ ໃນການສະໜັບສະໜູນເປົ້າໝາຍການພພັດທະນາ.”
ກະຊວງກະສິກຳສະຫະລັດອາເມລິກາ ໄດ້ໃຫ້ການຊ່ວຍເຫຼືອດ້ານໂຄງການອາຫານສຳລັບໂຮງຮຽນນັບຕັ້ງແຕ່ປີ 2006 ພາຍໃຕ້ໂຄງການ (the McGovern-Dole program).
ກະຊວງກະສິກຳສະຫະລັດອາເມລິກາ ອົງການອາຫານເພື່ອການສຶກສາ ແລະ ໂພສະນາການສຳລັບເດັກ ໄດ້ໃຫ້ການຊ່ວຍເຫຼືອດ້ານການສຶກສາ, ການພັດທະນາເດັກ ແລະ ຄວາມປອດໄພດ້ານສະບຽງອາຫານ ແກ່ບັນດາປະເທດໃນທົ່ວໂລກ. ໂຄງການນີ້ຍັງຊ່ວຍປະກອບສ່ວນດ້ານຜະລິດຕະພັນກະເສດທີ່ມີຄຸນນະພາບສູງຈາກສະຫະລັດ ລວມເຖິງດ້ານການເງິນ ແລະ ການຊ່ວຍເຫຼືອທາງດ້ານເຕັກນິກ ແລະ ສະໜັບສະໜູນໂຄງການສະບຽງອາຫານສຳລັບໂຮງຮຽນລວມທັງໂພສະນາການສຳລັບແມ່ ແລະ ເດັກ ແລະ ຜູ້ທີ່ມີຕ້ອງການ.
ປ່ຽນແປງຕົວເລກເດັກເປັນ ຈຳນວນ 63,000 ຄົນ ຈາກ 84,000 ຄົນ. 20,000 ຄົນແມ່ນເຂົ້າຮ່ວມໃນໂຄງການອາຫານຂອງ USDA.