ກອງປະຊຸມປຶກສາຫາລື ລະຫວ່າງ ລັດຖະມົນຕີເສດຖະກິດ ສິບປະເທດອາຊຽນ (AEM) ແລະ ຜູ້ແທນພິເສດການຄ້າສະຫະລັດອາເມລິກາ ໄດ້ຈັດຂຶ້ນໃນວັນທີ 4 ສິງຫາ 2016 ທີ່ ກໍາແພງນະຄອນຫຼວງວຽງຈັນ, ສປປ ລາວ. ເປັນປະທານຮ່ວມ ກອງປະຊຸມດັ່ງກ່າວ ໂດຍ ທ່່ານ ນາງ ເຂັມມະນີ ພົນເສນາ, ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ຂອງ ສປປ ລາວ ແລະ ທ່ານ ນາງ Barbara Weisel, ຮອງຜູ້ແທນພິເສດການຄ້າສະຫະລັດອາເມລິກາ (AUSTR) ປະຈໍາອາຊີອາຄະເນ ແລະ ປາຊິຟິກ. ເຂົ້າຮ່ວມກອງປະຊຸມພ້ອມດ້ວຍ ທ່ານ ນາງ Weisel ມີ ທູດສະຫະລັດອາເມລິກາປະຈໍາອາຊຽນ ທ່ານນາງ Nina Hachigian, ຜູ້ແທນພິເສດດ້ານການຄ້າ ແລະ ທຸລະກິດ ສະຫະລັດອາເມລິກາ ທ່ານ Ziad Haider, ຮອງຜູ້ຊ່ວຍຜູ້ອຳນວຍການໃຫຍ່ອົງການ USAID ທ່ານ ນາງ Gloria Steele, ບັນດາຜູ້ແທນອາວຸໂສກະຊວງການຄ້າສະຫະລັດ ແລະ ອື່ນໆ ເຊິ່ງເປັນຄະນະທີ່ມາຈາກຫຼາຍຂະແໜງການກ້ວາງຂວາງ ສະທ້ອນໃຫ້ເຫັນເຖິງຄວາມສໍາຄັນຂອງພາກພື້ນອາຊຽນ ທີ່ມີຕໍ່ ສະຫະລັດອາເມລິກາ.
ສະຫະລັດອາເມລິກາ ຊົມເຊຍ ການສ້າງຕັ້ງປະຊາຄົມເສດຖະກິດອາຊຽນ (AEC) ໃນປີ 2015 ເຊິ່ງເປັນຂີດໝາຍສໍາຄັນ ໃນການເຊື່ອມໂຍງເສດຖະກິດພາກພື້ນ. ສະຫະລັດອາເມລິກາ ຍັງສະແດງຄວາມຊົມເຊີຍແຜນແມ່ບົດ AEC 2025 ເຊິ່ງມະໂນພາບໃຫ້ເຫັນ AEC ໃນປິ 2025 ທີ່ມີການເຊື່ອມໂຍງ ແລະ ກົມກຽວສູງ; ມີການແຂ່ງຂັນ, ມີນະວັດຕະກໍາ ແລະ ຄ່ອງແຄ່ວ; ພ້ອມດ້ວຍການເຊື່ອມຕໍ່ທີ່ເພີ່ມຂຶ້ນ ແລະ ການຮ່ວມມືລະຫວ່າງຂະແໜງການ; ເປັນປະຊາຄົມ ທີ່ມີຄວາມຍືດຍຸ່ນ, ມີສ່ວນຮ່ວມ ແລະ ເອົາປະຊາຊົນທີ່ໃຈກາງ ແລະ ເຊື່ອມໂຍງເຂົ້າເສດຖະກິດໂລກ.
ບັນດາລັດຖະມົນຕີ ສະແດງຄວາມພຶງພໍໃຈ ຕໍ່ຜົນສໍາເລັດຂອງກອງປະຊຸມ AEM ເຊິ່ງຈັດຕໍ່ເນື່ອງກັບ ກອງປະຊຸມຜູ້ນໍາສຸດຍອດ ສະຫະລັດ-ອາຊຽນ ຈັດຂຶ້ນໃນລະຫວ່າງວັນທີ 17–18 ກຸມພາ 2016, ທີ່ ຊັນນີແລນ, ແຄລິຟໍເນຍ, ສະຫະລັດອາເມລິກາ. ກອງປະຊຸມ ໄດ້ເສີມຂະຫຍາຍການເຊື່ອມຕໍ່ສະຫະລັດ-ອາຊຽນ ໂດຍສຸມໃສ່ນະວັດຕະກໍາ ແລະ ການປະກອບການ ແລະ ສ້າງຄວາມຮັບຮູ້ກ່ຽວກັບພາກພື້ນ ອາຊຽນ ເຊິ່ງເປັນຄູ່ຄ້າສໍາຄັນຂອງປະເທດສະຫະລັດອາເມລິກາ.
ບັນດາລັດຖະມົນຕີອາຊຽນໃຫ້ຂໍ້ສັງເກດວ່າ ຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການ U.S.-ASEAN Connect ເຊິ່ງແມ່ນຂອບວຽກຍຸດທະສາດໃໝ່ ໃນການປະສານງານມີສ່ວນຮ່ວມດ້ານເສດຖະກິດຢ່າງ ກ້ວາງຂວາງຂອງ ສະຫະລັດອາເມລິກາ ກັບ ພາກພື້ນອາຊຽນ ແມ່ນເພື່ອເສີມຂະຫຍາຍການພົວພັນດ້ານເສດຖະກິດ ລວມທັງ ຄວາມຄືບໜ້າການຈັດຕັ້ງປະຕິບັດກອງປະຊຸມການຄ້າສະຫະລັດ-ອາຊຽນ ເຊິ່ງປະກາດໃນກອງປະຊຸມຜູ້ນໍາສຸດຍອດ ສະຫະລັດ-ອາຊຽນ ໂດຍ ປະທານາທິບໍດີ ໂອບາມາ.