ປະທານາທິບໍດີ ແຫ່ງ ສະຫະລັດອາເມລິກາ ທ່ານ ບາຣັກ ໂອບາມາ ຈະໄດ້ເດີນທາງໄປ ສປປ ລາວ ແລະ ສປ ຈີນ ໃນວັນທີ 2-9 ກັນຍາ 2016 ທີ່ຈະມາເຖິງນີ້. ທ່ານ ໂອບາມາ ເປັນປະທານາທິບໍດີຄົນທຳອິດທີ່ຈະເດີນທາງມາຢ້ຽມຢາມ ສປປ ລາວ ເພື່ອເຂົ້າຮ່ວມກອງປະຊຸມຂອບການຮ່ວມມື ສະຫະລັດອາເມລິກາ ກັບບັນດາປະເທດອາຊຽນ ແລະ ກອງປະຊຸມສຸດຍອດອາຊີຕາເວັນອອກສຽງໃຕ້ (ອາຊຽນ).
ນອກນັ້ນ, ທ່ານຍັງຈະໄດ້ພົບປະສອງຝ່າຍກັນ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ແລະ ພົບປະກັບບັນດາການນຳຂັ້ນສູງທີ່ສຳຄັນຫຼາຍທ່ານເພື່ອເສີມຂະຫຍາຍການຮ່ວມມືລະຫວ່າງສະຫະລັດອາເມລິກາ ແລະ ສປປ ລາວ ທາງດ້ານເສດຖະກິດ, ການພັດທະນາ ແລະ ສາຍພົວພັນລະຫວ່າງບຸກຄົນຕໍ່ບຸກຄົນ ແລະ ຂະແໜງການອື່ນໆອິກ.
ປະທານາທິບໍດີ ໂອບາມາ ຍັງຈະໄດ້ເຂົ້າຮ່ວມ ກອງປະຊຸມສຸດຍອດໄວໜຸ່ມອາຊຽນ (Young Southeast Asian Leaders Initiative Summit) ເພື່ອພົບປະກ່າວຄຳປາໃສຕໍ່ກັບໄວໜຸ່ມ.
ໃນໄລຍະການເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ, ປະທານາທິບໍດີ ໂອບາມາ ຈະໄດ້ປຶກສາຫາລືເພື່ອເສີມຂະຫຍາຍການຮ່ວມມືທາງດ້ານເສດຖະກິດກັບບັນດາປະເທດອາຊີຕາເວັນອອກສຽງໃຕ້ ແລະ ເສີມຂະຫຍາຍການຮ່ວມມືໃຫ້ຫຼາຍຂື້ນກວ່າເກົ່າກັບບັນດາປະເທດໃນພາກພື້ນ ແລະ ເພື່ອປຶກສາຫາລືກ່ຽວກັບບັນຫາທີ່ທ້າທາຍຕ່າງໆໃນໂລກ.
ສຳລັບການເຂົ້າຮ່ວມກອງປະຊຸມສຸດຍອດອາຊີຕາເວັນອອກສຽງໃຕ້ (ອາຊຽນ), ທ່ານ ປະທານາທິບໍດີ ໂອບາມາ ຈະໄດ້ປະສານງານກັບຜູ້ນຳໃນພາກພື້ນເພື່ອຍົກລະດັບຫຼັກການພື້ນຖານສາກົນ.
ໃນໄລຍະທີ່ທ່ານຢູ່ ສປ ຈີນ, ປະທານາທິບໍດີ ໂອບາມາ ຈະໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ (G-20 Leaders’ Summit) ເຊິ່ງຖືເປັນຄັ້ງສຸດທ້າຍຂອງທ່ານໃນການເຂົ້າຮ່ວມກອງປະຊຸມດັ່ງກ່າວເພື່ອທີ່ຈະເນັ້ນເຖິງຄວາມສຳຄັນ ແລະ ຈຳເປັນໃນການດຳເນີນສ້າງຄວາມກ້າວຫນ້າທີ່ສາມາດບັນລຸໄດ້ນັບຕັ້ງແຕ່ປີ 2009 ໃນການເພີ່ມທະວີຄວາມເຂັ້ມແຂງ, ໝັ້ນຄົງ ແລະ ຄວາມດູນດຽງຂອງການເດີບໂຕຂອງເສດຖະກິດໂລກ. ປະທານາທິບໍດີ ໂອບາມາ ຍັງຈະໄດ້ເນັ້ນເຖິງຄວາມສຳຄັນຂອງຂອບການຮ່ວມມື (G20) ໃນການສົ່ງເສີ່ມໂອກາດທາງດ້ານເສດຖະກິດໃນວົງກ້ວາງ.
ນີ້ແມ່ນເປັນການເດີນທາງມາອາຊີຄັ້ງທີ່ 11 ຂອງທ່ານ ປະທານາທິບໍດີ ໂອບາມາ ນັບຕັ້ງແຕ່ທ່ານເຂົ້າຮັບຕຳແໜ່ງແຕ່ປີ 2009.