ລັດຖະມົນຕີແຫ່ງສະຫະລັດອາເມລິກາໄດ້ຢັ້ງຢືນຄວາມໝາຍໝັ້ນຕໍ່ກັບອາຊີ

U.S. Secretary of State John Kerry and Foreign Minister Saleumxay Kommasith during a bilateral meeting in Vientiane.

ທ່ານລັດຖະມົນຕີແຫ່ງສະຫະລັດອາເມລິກາ ຈອນ ແຄຣີ ໄດ້ເດີນທາງມາ ນະຄອນຫລວງວຽງຈັນໃນວັນທີ່ 25-26 ກໍລະກົດນີ້ ເພື່່ອເຂົ້າຮ່ວມກອງປະຊຸຸມເວທີພາກພື້ນອາຊຽນ, ກອງປະຊຸມລັດຖະມົນຕີຕ່າງປະເທດ ຂອງກອງປະຊຸມສຸດຍອດ ອາຊີຕາເວັນອອກ ແລະ ກອງປະຊຸມຂອບການຮ່ວມມືອາເມລິກາກັບບັນດາປະເທດລຸ່ມແມ່ນໍ້າຂອງ. ນີ້ຖືກເປັນຄັ້ງທີສອງຂອງປີນີ້ທີ່ ທ່ານລັດຖະມົນຕີ ແຄຣີ ໄດ້ມາຢ້ຽມຢາມ ສປປ ລາວ ເພື່ອຢັ້ງຢືນເຖິງຄວາມໝາຍໝັ້ນຂອງສະຫະລັດອາເມລິກາ ໃນການຂະຫຍາຍການພົວພັນກັບ ສປປ ລາວ ແລະ ອາຊີ ໃຫ້ກວ້າງຂວາງຫຼາຍຂື້ນ.

ໃນລະຫວ່າງກອງປະຊຸມຂອບການຮ່ວມມືອາເມລິກາກັບບັນດາປະເທດລຸ່ມແມ່ນໍ້າຂອງ ໃນວັນທີ່ 25 ເດືອນກໍລະກົດນີ້, ທ່ານລັດຖະມົນຕີ ແຄຣີ ໄດ້ເນັ້ນເຖິງຄວາມສຳຄັນການເປັນສູນກາງຂອງອາຊຽນ. ພາຍຫລັງກອງປະຊຸມດັງກ່າວນີ້ແລ້ວ, ທ່ານ ລັດຖະມົນຕີ ແຄຣີ ຍັງໄດ້ຮ່ວມກັບບັນດາປະເທດຄູ່ເຈລະຈາໃນໂຂງເຂດລຸ່ມແມ່ນໍ້າໃນການລິເລີ່ມຄູ່ຮ່ວມພັດທະະນາແບບຍືນຍົງທາງດ້ານໂຄງສ້າງພື້ນຖານເຊິ່ງຈະໄດ້ມີການຈັດຝຶກອົບຮົມໃຫ້ບັນດາບຸກຄະລາກອນຈາກທົ່ວພາກພື້ນແມ່ຂອງຕອນລຸ່ມເພື່ອການພັດທະນານະໂຍບາຍດ້ານມວນຊົນ,ຄວາມອາດສາມາດທາງດ້ານວິສາການດ້ານໂຄງສ້າງພື້ນຖານ. ໃນມື້ຕໍ່ມາ,ທ່ານລັດຖະມົນຕີ ແຄຣີ ຍັງໄດ້ປຶກສາຫາລືຂອບການຮ່ວມມືດ້ານຄວາມປອດໄພຂອງພາກພື້ນ ແລະ ໄດ້ແລກປ່ຽນກ່ຽວກັບບັນຫາສິ່ງທ້າທາຍຕ່າງໆລະຫວ່າງປະເທດໃນກອງປະຊຸຸມເວທີພາກພື້ນອາຊຽນ.

ໃນໄລຍະທີ່ຢູ່ນະຄອນຫລວງວຽງຈັນ, ທ່ານລັດຖະມົນຕີ ແຄຣີ ຍັງໄດ້ພົບປະກັບ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ສະເຫຼີມໄຊ ກົມມະສິດເພື່ອປຶກສາຫາລືການຂະຫຍາຍຕົວຢ່າງວ່ອງໄວຂອງສາຍພົວພັນລະຫວ່າງສະຫະລັດອາເມລິກາ ແລະ ສປປ ລາວ ແລະ ຍັງໄດ້ເວົ້າເຖິງ ທ່ານປະທານາທິບໍດີ ບາຣັກ ໂອບາມາ ທີ່ຈະມາຢ້ຽມຢາມ ສປປ ລາວ.   ທ່ານ ໂອບາມາ ຈະເປັນປະທານາທິບໍດີຜູ້ທຳອິດແຫ່ງສະຫະລັດອາເມລິກາ ທີ່ຈະໄດ້ມາຢ້ຽມຢາມ ສປປ ລາວ ໃນເດືອນກັນຍານີ້.